Breaking News

ເກືອບຈື່ບໍ່ໄດ້!! ຊາຄຣິດ ຫຼືເປັນຕໍ່ ກັບບົດ ຂຸນຊ້າງ ໃນພາບພະຍົນຟອມຍັກ ວັນທອງ…

ແບ່ງປັນ

ກໍາລັງເປັນກະແສສໍາລັບຮູບເງົາຟອມຍັກຂອງປະເທດເພື່ອນບ້ານເຮົາ (ປະເທດໄທ) ກັບການນໍາເອົາບົດເລື່ອງຈາກຕໍານານ ຂຸນຊ້າງ-ຂຸນແຜນ ມາສ້າງໃໝ່ໃນຮູບແບບພາບພະຍົນ ໂດຍມີຊື່ວ່າ ວັນທອງ ແລະງານນີ້ກໍດາລາດັງຫຼາຍຄົນຮ່ວມສະແດງ ທີ່ເຊື່ອວ່າແຟນຄຣັບບ້ານເຮົາກໍຄົງຮູ້ຈັກກັນດີ… ໂດຍສະເພາະ ໜຸ່ມປ້ອງ ນະວັດ ຜູ້ຮັບບົດເປັນ ຂຸນແຜນ ແລະ ໜຸ່ມ ຊາຄຣິດ ແຍ້ມນາມ ທີ່ຮັບບົດເປັນ ຂຸນຊ້າງ!!ນອກຈາກນັ້ນກໍມີ ສາວໃໝ່ ດາວິກາ, ເມ ເຟື່ງອາຣົມ, ເຊີເບລ…

ຫຼັງຈາກເປີດຕົວນັກສະແດງອອກມາ ກໍເຮັດໃຫ້ແຟນຄຣັບກຣີດກາດພໍສົມຄວນກັບນັກສະແດງແຕ່ລະຄົນ ແຕ່ທີ່ຄົນທີ່ຈະຖືກເວົ້າເຖິງຫຼາຍທີ່ສຸດກໍຄົງຈະແມ່ນ ຂຸນຊ້າງຂອງເຮົາ ຫຼືຫຼາຍຄົນອາດຈະຄຸ້ນພາບຄວາມເຈົ້າຊູ້ມາຈາກ ເປັນຕໍ່ ເຊິ່ງມັນເປັນການຂ້າພາບຄວາມເປັນ ເປັນຕໍ່ ຢ່າງສະໜິດດ້ວຍ ພາບເຖົ້າ ຫົວໂລ້ນ ແລະ ມີຂີ່ໂຜ່ນ ຈົນເຮັດໃຫ້ແຟນຄຣັບຫຼາຍຄົນເກືອບຈື່ບໍ່ໄດ້…

ໝົດເລີຍ ເປັນຕໍ່ ຜົວແຫ່ງຊາດ

ແຕ່ກະຍັງຫຼໍ່ຢູ່ເດີ້!!!

ຂຸນແຜນ-ຂຸນຊ້າງ

ທັງໝົດນັ້ນກໍຄືການສະແດງ… ຕົວຈິງ ຊາຄຣິດ ມີຄອບຄົວທີ່ອົບອຸ່ນ ແລະໜ້າຮັກກັບສາວແອນ-ນ້ອງບັກໂພ ທີ່ສໍາຄັນຍັງຫຼໍ່ຄືເກົ່າຈ່າ!!!

ຂອບໃຈຮູບພາບຈາກ: Pong Nawat บักโพธิ์ แย้มนาม

ແບ່ງປັນ