ຊີວິດໃນໄວເຮັດວຽກຫຼາຍໆ ຄົນຄົງຈະເຄີຍປະສົບກັນມາແດ່ກັບບັນຫາຫຼາກຫຼາຍຮູບແບບ ເຊິ່ງແຕ່ລະຄົນກໍມີວິທີຮັບມືທີ່ແຕກຕ່າງກັນອອກໄປ ແຕ່ມີບັນຫາໜຶ່ງທີ່ເປັນຕາຢ້ານທີ່ສຸດສໍາລັບມະນຸດເງິນເດືອນ ກໍຄື ການໝົດໄຟໃນການເຮັດວຽກ ສົ່ງຜົນກະທົບເຖິງປະສິດທິພາບໃນການເຮັດວຽກ ຈົນອາດຈະນໍາໄປເຖິງການລາອອກ…
ດັ່ງນັ້ນ ເພື່ອເປັນການປ້ອງກັນການໝົດໄຟນການເຮັດວຽກ ເຮົາຕ້ອງຊອກວິທີທີ່ຈະຊ່ວຍເພີ່ມໄຟຂຶ້ນມາ ທີ່ນອກຈາກຊ່ວຍໃຫ້ເຮົາໄດ້ເຮັດວຽກແບບເຕັມທີ່ຫຼາຍຂຶ້ນ ລວມເຖິງຄຸນນະພາບຊີວິດໃນແຕ່ລະມື້ກໍຈະດີຂຶ້ນນໍາ ແຕ່ການແກ້ບັນຫານັ້ນກໍຄວນທີ່ຈະເຮັດໃຫ້ກົງຈຸດ ຖ້າບໍ່ດັ່ງນັ້ນກໍຈະເສຍເວລາລ້າ ດີບໍ່ດີ ອາດຈະແກ້ບໍ່ໄດ້ເລີຍ…
ຖ້າຮູ້ສຶກວ່າຕົວເອງກໍາລັງໝົດໄຟໃນການເຮັດວຽກລອງເຮັດຕາມວິທີເຫຼົ່ານີ້ເບິ່ງເດີ້!!
1. ໃຫ້ເວລາກັບເລື່ອງອື່ນຫຼາຍຂຶ້ນ
ບັນຫາຫຼັກຂອງການເຮັດວຽກກໍຄື ເຮົາມັກຈະບໍ່ມີເວລາໃຫ້ກັບເລື່ອງອື່ນໆ ໃນຊີວິດເລີຍ ເຮັດໃຫ້ຊີວິດມີແຕ່ວຽກ ແລະ ເປັນການເພີ່ມຄວາມກົດດັນຈົນເຮັດໃຫ້ເຮົາເມືື່ອຍກັບການເຮັດວຽກ ດັ່ງນັ້ນ ການເພີ່ມເວລາໃຫ້ກັບສິ່ງອື່ນໆ ເຊັ່ນ ງານອະດິເລກ ພັກຜ່ອນ ຄວາມບັນເທີງ ກໍຈະຊ່ວຍໃຫ້ເຮົາຄິດເລື່ອງອືື່ນ ແລະ ຫຼຸດຄວາມຕຶງຄຽດໃນການເຮັດວຽກລົງໄດ້ ສົ່ງຜົນໃຫ້ການເຮັດວຽກດີຂື້ນໄດ້…
2. ໄປທ່ອງທ່ຽວ ເປີດຫູເປີດຕາ
ແນ່ນອນວ່າສິ່ງເຫຼົ່ານີ້ອາດຈະເປັນຕົວເລືອກທໍາອິດ ຂອງໃຜຫຼາຍໆຄົນທີ່ຢາກເພີ່ມໄຟໃນການເຮັດວຽກ ເພາະການໄດ້ໄປທ່ອງທ່ຽວຖືວ່າເປັນການເປີດໂລກໃຫ້ກັບຕົວເອງ ຊ່ວຍໃຫ້ເຮົາໄດ້ຮ-ຽນຮູ້ສິ່ງໃໝ່ໆ ເພີ່ມໄຟໃນການໃຊ້ຊີວິດ ແລະ ການເຮັດວຽກໃຫ້ຫຼາຍຂຶ້ນ
3. ຈັດລະບຽບຊີວິດໃໝ່
ຈັດລະບຽບໃນທີ່ນີ້ອາດຈະເປັນການຈັດໂຕະເຮັດວຽກໃໝ່ ຈັດລະບຽບຟາຍວຽກໃນຄອມພິວເຕີ ເຄຣຍເອກະສານ ຫຼືສິ່ງຂອງທີ່ບໍ່ໃຊ້ແລ້ວຖິ້ມໄປ ເພີ່ມພື້ນທີ່ສີຂຽວໃຫ້ກັບຊີວິດດ້ວຍການນໍາຕົ້ນໄມ້ນ້ອຍໆ ມາວາງໄວ້ປະດັບໂຕະເຮັດວຽກ ຈັດສັນເວລາໃນແຕ່ລະມື້ໃຫ້ກັບການເຮັດວຽກ ແລະ ຊີວິດທົ່ວໄປຢ່າງລົງຕົວ ກໍຈະຊ່ວຍເພີ່ມໄຟໃນການເຮັດວຽກໃຫ້ກັບຕົວເອງໄດ້ອີກທາງໜຶ່ງ.
4. ແຍກລະຫວ່າງການເຮັດວຽກ ແລະ ຊີວິດສ່ວນຕົວ
ສໍາລັບບາງຄົນກໍມີບັນຫາໃນການແຍກຊີວິດການເຮັດວຽກ ແລະ ຊີວິດສ່ວນຕົວບໍ່ອອກ ເຮັດໃຫ້ທັງສອງຢ່າງມາປົນກັນ ໃນເວລາທີ່ຄວນຈະພັກກໍບໍ່ໄດ້ພັກ ຕ້ອງມານັ່ງຈັດການວຽກ ຈົນໃຫ້ຕຶງຄຽດ ເມື່ອຍຈາກການເຮັດວຽກ ແລະ ໝົດໄຟໃນທີ່ສຸດ ດັ່ງນັ້ນ ເມື່ອໝົດຊ່ວງເວລາເຮັດວຽກໃນແຕ່ລະມື້ແລ້ວ ຄວນທີ່ຈະປິດສະວິດເລື່ອງວຽກ ແລະ ໃຊ້ຊີວິດກັບຕົວເອງໃຫ້ຫຼາຍທີ່ສຸດ ແຕ່ຖ້າວຽກນັ້ນຈໍາເປັນແຮງ ກໍໃຫ້ແບ່ງງເວລາໄປພຽງບາງສ່ວນ ບໍ່ຄວນແບ່ງໄປທັງໝົດ ໃຫ້ເຮົາໄດ້ມີຊີວິດເປັນຂອງຕົວເອງແດ່…
5. ໃຫ້ກັບລັງໃຈຕົວເອງ ຮັບ ແລະ ໃຫ້ກໍາລັງໃຈຄົນອື່ນພ້ອມ
ການໃຫ້ກໍາລັງໃຈຖືເປັນສິ່ງສໍາຄັນຢ່າງໜຶ່ງໃນຊີວີິດມະນຸດ ທີ່ຈະຊ່ວຍໃຫ້ເດີນໜ້າຊີວິດຕໍ່ໄປໄດ້ ດັ່ງນັ້ນ ການໃຫ້ກໍາລັງໃຈເຊິ່ງກັນ ແລະ ກັນ ແລະ ຮັບກໍາລັງໃຈຈາກຄົນອື່ນ ເປັນສິ່ງທີ່ຈະຊ່ວຍໃຫ້ເຮົາມີພະລັງໃນການເຮັດວຽກຕໍ່ໄປໄດ້ ເຊິ່ງການໄດ້ຮັບກໍາລັງໃຈຈາກຄົນທີ່ເຮົາຮັກນັ້ນ ຊ່ວຍໄດ້ຫຼາຍເລີຍແຫຼະ!!!

ຖ້າໃຜກໍາລັງໝົດໄຟ ແລະ ຢາກຈະເຕີມໄຟຢູ່ ກໍລອງນໍາວິທີເຫຼົ່ານີ້ໄປປັບໃຊເບິ່ງ ແລະ ເບິ່ງໃນແງ່ດີວ່າຄວາມຮູສຶກເຫຼົ່ານີ້ຊ່ວຍໃຫ້ເຮົາມີ ປະສົບການ ແລະ ຮັບມືກັບເລື່ອງຕ່າງໆ ໃນອະນາຄົດໄດ້ຫຼາຍຂຶ້ນ ແຕ່ສິ່ງສໍາຄັນທີ່ສຸດກໍຄື ການສ້າງສົມດຸນໃນຊີວິດປະຈໍາວັນ ແລະ ຊອກສິ່ງທີ່ຊ່ວຍຄາຍຄຽດ ກໍຈະເຮັດໃຫ້ເຮົາໃີໄຟ ແລະ ມີພະລັງກັບມາເຮັດວຽກໄດ້ອີກຄັ້ງ…
ຮຽບຮຽງໂດຍ: Kuanjai Magazine
ທີ່ມາ: asearcher
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166+856 20 52172698ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine