Breaking News

9 ສິ່ງສຳຄັນ ທີ່ເຮົາບໍ່ເຄີຍສັງເກດກ່ຽວກັບຮ່າງກາຍພິເສດຂອງແມ່ຍິງ…

ແບ່ງປັນ

1 ຜົມຂອງຜູ້ຍິງຍາວໄວກວ່າຜູ້ຊາຍ

ຜົມຜູ້ຍິງຈະຍາວປະມານ 0,02 mm ຕໍ່່ມື້ ແລະ ລວມຈຳນວນເສັ້ນຜົມຜູ້ຍິງຈະຫຼາຍກວ່າຜູ້ຊາຍ.

2 ສັນຊາດຕະຍານໄວກວ່າຜູ້ຊາຍ

ສະໝອງບໍລິເວນທີ່ກ່ຽວກັບສັນຊາດຕະຍານ ຫຼືລາງສັງຫອນຜູ້ຍິງມີຂະໜາດໃຫຍ່ກວ່າ ແລະ ຕອບສະໜອງໄວກວ່າ.

3 ຜູ້ຍິງຄວນນອນຫຼັບຫຼາຍກວ່າຜູ້ຊາຍ

ລະເລ່ຍຜູ້ຍິງຄວນນອນຫຼາຍກວ່າຜູ້ຊາຍ 20​ ນາທີ ເພື່ອຟື້ນຟູ ແລະ ຊ້ອມແຊມໂຕເອງ, ເນື່ອງຈາກຜູ້ຍິງໃຊ້ສະໝອງສ່ວນທີ່ຄວບຄຸມການເຮັດວຽກຫຼາຍຢ່າງໃນເວລາດຽວກັນ.

4 ຜູ້ຍິງໄຫ້ໄວກວ່າຜູ້ຊາຍ

ຜູ້ຍິງຖືວ່າເປັນເພດທີ່ມີຈິດໃຈອ່ອນ ໂດຍມັກສະແດງອາການເສຍໃຈອອກມາເລີຍ ເຊັ່ນ: ເມື່ອບໍ່ພໍໃຈ ຫຼືເສຍໃຈ ຈະຮ້ອງໄຫ້ອອກມາທັນທີ ເຊິ່ງອັດຕາການໄຫ້ຂອງຜູ້ຍິງສະເລ່ຍແບ້ວ ປະມານ 30-64 ເທື່ອຕໍ່ປີ.

5 ຜູ້ຍິງຫູດີກ່ອນຜູ້ຊາຍ 2 ເທົ່າ

ເຊວປະສາດຂອງສະໜອງທັງສອງຊີກ ຈະກະຕຸ້ນໝົດໃນເວລາກຳລັງຟັງ ໂດຍທີ່ຜູ້ຊາຍກະຕຸ້ນພຽງແຕ່ຂ້າງດຽວ.

6 ມີຕ່ອມຮັບຣົດຊາດຄວາມຫວານຫຼາຍ

ຜູ້ຍິງມີຕ່ອມຮັບຣົດຊາດຫວານຢູ່ໃນລີ້ນຫຼາຍກວ່າຜູ້ຊາຍ ເຊິ່ງເຮົາຈະເຫັນວ່າຜູ້ຍິງມັກກິນຂອງຫວານຫຼາຍກວ່າຜູ້ຊາຍ

7 ຫົວໃຈຂອງຜູ້ຍິງເຕັ້ນໄປກວ່າຜູ້ຊາຍ

ຫົວໃຈຂອງຜູ້ຍິງເຕັ້ນໄວກວ່າຜູ້ຊາຍ ສະເລ່ຍຢູ່ທີ່ 75-80 ເທື່ອຕໍ່ນາທີ, ໃນຂະນະທີ່ຫົວໃຈຜູ້ຊາຍເຕັ້ນສະເລ່ຍຢູ່ທີ່ 72 ເທື່ອຕໍ່ນາທີ.

8 ຮ່າງກາຍຂອງຜູ້ຍິງມີຄວາມຢືດຢຸ່ນຫຼາຍກວ່າຜູ້ຊາຍ

ຮ່າງກາຍຂອງຜູ້ຍິງໂດຍສະເພາະບໍລິເວນຂໍ້ຕໍ່ ແລະ ສະໂພກ ເຮັດໃຫ້ການເຄື່ອນໂຕ ຫຼືການຍ່າງຂອງຜູ້ຍິງມີຄວາມນຸ່ມນວນກວ່າຜູ້ຊາຍ.

9 ຈັບການຂີ້ຕົວະໄດ້ເກັ່ງ

ຜູ້ຍິງມີຄວາມສາມາດໃນການຈັບເລື່ອງຂີ້ຕົວະໄດ້ເກັ່ງ ເພາະສະໝອງຂອງຜູ້ຍິງຈະວິເຄາະການສະແດງອອກທາງສີໜ້າ ແລະ ພາສາທ່າທາງ ຫຼາຍກ່ອນການເວົ້າ.

ຂໍ້ມູນ: https://www.google.co.th/url?

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ