Breaking News

ຜູ້ຕິດເຊື້ອແມ່ນນັກກິລາຈາກກອງທັບລາວ ທີ່ໄປແຂ່ງຂັນຢູ່ຣັດເຊຍ

ແບ່ງປັນ

ມື້ນີ້ຄະນະສະເພາະກິດຢືນຢັນ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ຄົນ ເປັນເພດຊາຍ ອາຍຸ 29 ປີ, ສັນຊາດລາວ, ອາຊີບ ນັກກິລາກອງທັບ ເຊີ່ງກ່ອນໜ້າຜູ້ກ່ຽວໄດ້ເດີນທາງໄປ ສ ຣັດເຊຍ. ກວດພົບຢູ່ສູນກັກກັນແຮງງານຫຼັກ 27.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ​ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນສຸກ ວັນທີ 11 ກັນຍາ ປີ 2020ວ່າ:ໃນວັນທີ 10 ກັນຍາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 418 ຄົນ, ໃນນັ້ນມີ ແຮງງານລາວມາແຕ່ໄທ 394 ຕົວຢ່າງ, ແຮງງານລາວມາແຕ່ຫວຽດນາມ 06 ຕົວຢ່າງ, ແຮງງານລາວມາແຕ່ຈີນ 03 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 07 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 08 ຕົວຢ່າງ.

ຜົນກວດວິເຄາະທັງໝົດແມ່ນ ແມ່ນພົບຜູ້ຕິດເຊື້ອ ຈຳນວນ 1 ຕົວຢ່າງ ລາຍລະອຽດມີດັ່ງນີ້:ເພດຊາຍ ອາຍຸ 29 ປີ, ສັນຊາດລາວ, ອາຊີບນັກກິລາກອງທັບ, ບັນຊາລົດຖັງ ກ່ອນໜ້າເດີນທາງໄປ ສ ຣັດເຊຍ ພັກຢູ່ຫໍພັກທະຫານ ຢູ່ບ້ານ ດົງສະຫວາດ ເມືອງໄຊທານີ, ກັກໂຕຢູ່ສູນຫຼັກ 27.
ລາຍລະອຽດການເຄື່ອນໄຫວມີດັ່ງນີ້:

1. ວັນທີ 8 ສິງຫາ 2020: ເດີນທາງຈາກ ສປປ ລາວ ເວລາ 13:50 ໂມງ ໄປປະເທດຣັດເຊຍ ໂດຍຜ່ານ ປະເທດຫວຽດນາມ, ຜູ້ກ່ຽວເດີນທາງ ໂດຍສາຍການບິນເໝົາລຳຫວຽດນາມໄປ ສ ຣັດເຊຍ; ກ່ອນໜ້າເດີນທາງອອກ ສປປ ລາວ, ຜູ້ກ່ຽວໄດ້ກວດຫາເຊື້ອໂຄວິດ-19 (ຄັ້ງທີ 1) ເວລາ 9:00 ໂມງ.

2.ວັນທີ 9 ສິງຫາ 2020: ເດີນທາງຮອດ ສ. ຣັດເຊຍ ວັນທີ 09 ສິງຫາ 2020 , ທີມແພດໄດ້ເກັບຕົວຢ່າງ ກວດຫາເຊື້ອໂຄວິດ-19ໃນມື້ທຳອິດ ແລະ ກັກໂຕຢູ່ໂຮງແຮມແຕ່ວັນທີ 09 ຫາ ວັນທ 11 ສິງຫາ 2020;  ຜົນກວດບໍ່ພົບເຊື້ອໂຄວິດ-19 (ຄັ້ງທີ 2).

3. ວັນທີ 12 ສິງຫາ ຫາ ວັນທີ 7 ກັນຍາ 2020: ຢູ່ຄ້າຍທະຫານ, ເວລາໄປຮອດຄ້າຍທະຫານ ໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອໂຄວິດ-19 (ຄັ້ງທີ 3) ແລະ ຜົນກວດແມ່ນບໍ່ພົບເຊື້ອ. ທີມງານນັກກິລາ ໄດ້ອາໄສຢູ່ຄ້າຍທະຫານ ຈົນຮອດມື້ເດີນທາງກັບ ສປປ ລາວ. ເວລາກິນອາຫານແມ່ນກິນແບບບຸບເຟ່;ໃນໄລຍະທີ່ຢູ່ ສ ຣັດເຊຍ ບໍ່ໄດ້ໄປຮວ່ມກຸ່ມກັບທີມງານຊາດອື່ນ.

4.ວັນທີ 26 ສິງຫາ 2020: ມີໄຂ້ຄີງຮ້ອນ ໄດ້ພົບແພດ, ໄດ້ກິນຢາດີຫັວດ ແລະ ຢາຕ້ານເຊື້ອ ຈໍານວນ 02 ແຜງ ຫຼັງຈາກນັ້ນອາການດີຂື້ນ.

5. ວັນທີ 7 ກັນຍາ 2020: ເດີນທາງຈາກ ສ ຣັດເຊຍ ມາ ສສ ຫວຽດນາມ, ໃນຖ້ຽວບິນມີຜູ້ໂດຍສານ ທັງໝົດປະມານ 200 ປາຍຄົນ, ໃນນັ້ນມີຄົນສັນຊາດຫວຽດນາມປະມານ 100 ປາຍຄົນ, ຍົນໄດ້ລົງສະໜາມບິນຫວຽດນາມ ເພື່ອໃຫ້ຜູ້ໂດຍສານຫວຽດນາມລົງ ແຕ່ຜູ້ໂດຍສານຄົນລາວນັ່ງຖ້າໃນຍົນ; ມາຮອດ ສສ ຫວຽດນາມວັນທີ 08 ກັນຍາ 2020, ຜູ້ໂດຍສານເທິງເຮືອບິນທັງໝົດ ໄດ້ໃສ່ຊຸດປ້ອງກັນໂຕ (PPE), ຜູ້ກ່ຽວນັ່ງຕັ່ງເລກທີ 51 E.

6. ວັນທີ 8 ກັນຍາ 2020: ໃນຖ້ຽວບິນຈາກ ສສ ຫວຽດນາມ ມາຈາກ ສປປ ລາວມີຜູ້ໂດຍສານທັງໝົດ 101 ຄົນ (ນັກກິລາທະຫານ 42, ນັກຮຽນທະຫານ 43, ຈຸບິນ 07 ຄົນ, ແພດ 04 ຄົນ, 05 ຄົນ ແມ່ນນັກສຶກສາຝ່າຍປົກຄອງພົນລະເຮືອນ);ເດີນທາງມາຮອດ ສປປ ລາວ ເວລາ 9 ໂມງເຊົ້າ ແລະ ເດີນທາງໄປສູນກັກກັນຫຼັກ 27 ດວ້ຍລົດເມ;ຜູ້ໂດຍສານທັງໝົດໄດ້ແກ້ຊຸດປ້ອງກັນໂຕ (PPE) ຢູ່ລົດເມ ກ່ອນລົງສູນກັກກັນຫຼັກ 27; ໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ຢູ່ ສູນກັກກັນຫຼັກ 27 (ຄັ້ງທີ 1 ຫຼັງຈາກມາຮອດ ສປປ ລາວ). ໃນເວລາຢູ່ສູນກັກກັນລາວອາໄສຢູ່ກັບໝູ່ 2 ຄົນ.

7. ວັນທີ 9 ກັນຍາ 2020: ຜົນກວດຫາເຊື້ອໂຄວິດ-19 ບໍ່ຊັດເຈນ
8. ວັນທີ 10 ກັນຍາ 2020:ໄດ້ເກັບຕົວຢ່າງຄືນຄັ້ງທີ 2 ເວລາ 09:30 ໂມງ, ຕົວຢ່າງມາຮອດ ສວລ ໃນເວລາ 11:00 ໂມງ;ຜົນກວດອອກມາພົບເຊື້ອພະຍາດໂຄວິດ-19.

ສ່ວນຜູ້ສຳຜັດໃກ້ຊິດ: ໃນຈຳນວນຜູ້ໂດຍສານ 101 ຄົນແມ່ນມີຄວາມສ່ຽງທັງໝົດ ເພາະເດີນທາງມາຈາກປະເທດທີ່ມາການລະບາດ, ມີຄົນຂັບລົດໄປຮັບ 3 ຄົນ.  ອີງຕາມຂໍ້ມູນທີ່ໄດ້ຮັບເບື້ອງຕົ້ນ ມີ 04 ຄົນທີ່ໄດ້ສໍາຜັດໃກ້ຊິດ ກັບກໍລະນີຢັ້ງຢືນ: 2 ທ່ານ ແມ່ນນອນຮວ່ມຫ້ອງຢູ່ຫຼັກ 21 ແລະ ອີກ 2 ທ່ານ ທີ່ນັ່ງໃກ້ຊິດເທິງເຮືອບິນ (1 ທ່ານ ແມ່ນມີຂໍ້ມູນແຕ່ອີກ 1 ທ່ານ ແມ່ນຜູ້ກ່ຽວບໍ່ຮູ້ຊື່).

ໃນຈຳນວນ 104ຄົນ (ຜູ້ໂດຍສານ 101ຄົນ ແລະ ຄົນຂັບລົດ 3 ຄົນ) ແມ່ນໄດ້ເກັບຕົວຢ່າງທັງໝົດແລ້ວ , 103 ຄົນແມ່ນກວດບໍ່ພົບເຊື້ອ ແລະ ພົບເຊື້ອແມ່ນ 1 ຄົນ (ກໍລະນີ 023). ປັດຈຸບັນ, ຄົນເຈັບຕິດເຊື້ອພະຍາດໂຄວິດ-19 ນ້ຳເບີ 22 ແລະ ເບີ 23 (ຜູ້ຕິດເຊື້ອໃໝ່) ແມ່ນປີ່ນປົວຢູ່ໂຮງໝໍມິດຕະພາບ.

ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ