ເປັນຂ່າວຮ້ອນໃນວົງການ ເມື່ອ ຄຣິສເຕຍໂນ ໂຣນັລໂດ ນັກເຕະບານຊື່ດັ່ງ ເປັນເຖິງກອງໜ້າລະດັບໂລກປັດຈຸບັນ ອາຍຸ 35 ປີ ຊື້ແຫວນເພັດຈາກ ຄາເທຍ ເຊິ່ງເປັນແບຣນດັັງຂອງຝຣັ່ງ ເພື່ອມອບໃຫ້ແຟນ

ຜູ້ຍິງທີ່ໂຊກດີຄົນນັ້ນກໍຄື: ຈໍຈີນາ ໂຣດຣີດເກຊ ກ່ອນໜ້າເຄີຍເຮັດວຽກດ້ານ Fashion ປັດຈຸບັນ ອາຍຸ 26 ປີ ເຊິ່ງທັງສອງໄດ້ມີລູກນຳກັນຄົນ 1 ຊື່ວ່າ ອະລານາ ມາຕິນາ.




ແຟນຄຣັບຫຼາຍຄົນສະແດງຄວາມຄິດເຫັນວ່າ ຈໍຈີນ່າ ເປັນແຟນນັກເຕະບານທີ່ໂຊກດີທີ່ສຸດ ເພາະແຫວນດັ່ງກ່າວ ມີມູນຄ່າສູງເຖິງ 615,000 ປອນ ຕາມການລາຍງານຂອງສື່ຕ່າງປະເທດ ແລະ ໂຣນັລໂດ ກາຍເປັນນັກເຕະບານ ທີ່ຊື້ແຫວນເພັດມູນຄ່າແພງທີ່ສຸດໃຫ້ແຟນສາວ.


ຂໍ້ມູນ: Sport Upate
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166
+856 20 52172698
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine