Breaking News

ການເລືອກຕຸ້ມຫູ ຕາມຮູບໜ້າແຕ່ລະແບບຂອງສາວໆ

ແບ່ງປັນ

ສຳຫຼັບສາວໆແລ້ວ ນອກຈາກການແຕ່ງໜ້າ ແລະ ເລືອກເຄື່ອງນຸ່ງໃຫ້ເຂົ້າກັບຕົນເອງ ກໍຍັງເລືອກຕຸ້ມຫູໃຫ້ເຂົ້າກັບຕົນເອງນຳເດີ ເພາະຕຸ້ມຫູກໍເປັນສ່ວນປະກອບໜຶ່ງທີ່ຊ່ວຍເສີມສ້າງບຸກຄະລິກກະພາບ ແລະ ເພີ່ມສະເໜ່ໃຫ້ສາວໆ. ເຮົາມາເບິ່ງນຳກັນວ່າ ຮູບໜ້າແບບນີ້! ຈະໃສ່ຕຸ້ມຫູແບບໃດ?

1. ສາວໜ້າມົນ

ສຳຫຼັບສາວໜ້າມົນ ຄວນຫຼີກລ້ຽງການໃສ່ຕຸ້ມຫູມົນໃຫຍ່ໆ ຫຼືເປັນເພັດອັນໃຫຍ່ໆ ແລະ ຕຸ້ມຫູແບບຮູບຫົວໃຈກວ້າງໆ. ສຳຫຼັບຕຸ້ມຫູທີ່ເໝາະສົມສຳຫຼັບສາວໜ້າມົນຮູບ ແມ່ນໃຫ້ເລືອກຂະໜາດໃຫຍ່ຍາວກາຍຄາງລົງມາ ມັນຈະຊ່ວຍຫຼຸດຄວາມມົນຂອງໃບໜ້າ. ສຳຫຼັບໃຜ ທີ່ບໍ່ມັກການໃສ່ຕຸ້ມຫູໃຫຍ່ ກໍຄວນເລືອກຕຸ້ມຫູນ້ອຍໆຮູບສີ່ຫຼ່ຽມ ຫຼື ຕຸ້ມຫູແບບເປັນກ້ານສຽບຈະເປັນການດີ.

2. ສາວໃບໜ້າຮູບສີ່ຫຼຽ່ມ

ສຳຫຼັບສາວທີ່ມີໃບໜ້າຮູບສີ່ຫຼ່ຽມ ຫຼືໂນກແກ້ມສູງ ຄວນຫຼີກລ້ຽງຕຸ້ມຫູທີ່ມີຮູບຊົງສີ່ຫຼ່ຽມ ລວມທັງຕຸ້ມຫູທີ່ຄົດ ຫຼືບິດເປັນກຽວ ເພາະຈະເຮັດໃຫ້ໃບໜ້າເບິ່ງແຂງໄປເລີຍ. ຕຸ້ມຫູທີ່ເໝາະສົມຄວນເລືອກຕຸ້ມຫູເປັນອັນຍະມະນີຮູບຊົງກົມ, ຮູບໄຂ່, ແບບງ່າຍໆສຽບຕິດໃບຫູ ຫຼືແບບຫ້ອຍກໍໄດ້ ເຊິ່ງໃຫ້ອັນຍະມະນີຢູ່ກາຍຕິ່ງຫູມາພຽງເລັກນ້ອຍ.

3. ສາວໃບໜ້າຮູບ 3 ຫຼ່ຽມ

ສຳຫຼັບສາວໆ ທີ່ມີໃບໜ້າຮູບຊົງ 3 ຫຼ່ຽມ ມັກຈະມີໜ້າຜາກທີ່ກວ້າງ ມີຄາງແຫຼມຄ້າຍຄືຮູບຫົວໃຈ. ດັ່ງນັ້ນ, ຈຶ່ງບໍ່ຄວນໃສ່ເຄື່ອງປະດັບຮູບ 3 ຫຼ່ຽມ ເຊິ່ງເປັນຮູບຊົງດຽວກັບໃບໜ້າ. ຕຸ້ມຫູທີ່ເໝາະສົມຄື ເປັນຮູບໄຂ່ຍາວ ເມື່ອໃສ່ຕຸ້ມຫູແບບນີ້ແລ້ວ ຄວນເລືອກໃສ່ຕຸ້ມຫູທີ່ກາຍຕິ່ງຫູລົງມາ ເພື່ອຈະຊ່ວຍເນັ້ນໃຫ້ຄາງເບິ່ງຄືມົນຂຶ້ນ ຫຼືຈະເປັນແບບເພັດ, ພອຍ ຫ້ອຍຕິ່ງຫູລົງມາກໍໄດ້ ເຊັ່ນ:​ ຮູບໂບນ້ອຍໆ, ຮູບມົນກົມ ແລະຮູບໄຂ່… ເປັນຕົ້ນ.

4. ສາວໃບໜ້າຮູບໄຂ່

ສຳຫຼັບສາວໃບໜ້າຮູບໄຂ່ຖືວ່າໂຊກດີຫຼາຍ ເພາະສາມາດເລືອກຕຸ້ມຫູໄດ້ຫຼາຍແບບ ບໍ່ວ່າຈະເປັນຕຸ້ມຫູຂະໜາດນ້ອຍໆ ຈົນຮອດໃຫຍ່, ແບບລຽບໆ, ແບບເປັນກ້ານສຽບທຳມະດາ ຫຼືແບບສາຍຍາວກໍໄດ້…

5. ສາວໃບໜ້າຈ່ອຍຍາວ

ສຳຫຼັບສາວໃບໜ້າຈ່ອຍຍາວ ຄວນເລືອກຕຸ້ມຫູທີ່ເປັນຊົງກົມ ຫຼືແບບໜ້າກວ່າງ ຮູບຊົງສີ່ຫຼ່ຽມຈະຕຸລັດ ເປັນຕົ້ນ ເຊິ່ງຈະເຮັດໃຫ້ເບິ່ງຄືໜ້າເຕັມຂຶ້ນ ແລະ ເຮັດໃຫ້ໃບໜ້າມີສັດສ່ວນງາມຂຶ້ນ.

ເປັນແນວໃດທຸກຄົນ? ຮູ້ວິທີເລືອກຕຸ້ມຫູລະບໍ? ຖ້າຮູ້ແລ້ວກໍຢ່າລືມເລືອກຊື້ຕຸ້ມຫູທີ່ເຂົ້າກັບຮູບໜ້າຂອງຕົນເອງມາໃສ່ເບິ່ງ ເພື່ອເສີມບຸກຄະລິກກະພາບ ແລະ ສະເໜ່ໃຫ້ກັບຕົນເອງເດີ!

ຂໍ້ມູນ: https://www.pembagems.com/article

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ