Breaking News

ຕິກ ອະດີດເມຍສອນລາມ ຂາຍເຄື່ອງອອນລາຍເພື່ອຫາເງິນໃຊ້ເອງ

ແບ່ງປັນ

ການຢ່າຮ້າງຂອງທັງຄູ່ເປັນປະເດັນຮ້ອນໃນສັງຄົມ ເນື່ອງຈາກ ຕິກ ພັນສະຍາຂອງໜຸ່ມສອນລາມ ພະເອກດັງຂອງໄທ ໄດ້ຕິດການພະນັນຈົນເປັນກະແສວ່າໜຸ່ມສອນລາມໃຊ້ໜີ້ຊ່ວຍບໍ່ໄຫວແລ້ວ ເລີຍຈົບກັນທີ່ການຢ່າຮ້າງ.

ຫຼ້າສຸດ ຕິກ ເອງກໍໄດ້ໄລ​ສົດ​ຂາຍ​ເຄື່ອງ​ຫາ​ເງິນ​ເອງຜ່ານ IG ຂອງຕົນເອງ ເປັນພະຍາຍາມເພິ່ງຕົນເອງຫຼາຍຂຶ້ນ.

ພ້ອມກັນນັ້ນ, ຕິກ ຍັງໂພ​ສວ່າ:” ບໍ່​ຢາກ​ເຊື່ອ​ວ່າ​ຈະ​ມີ​ກຳ​ລັງ​ໃຈຫຼາຍ​ຂະ​ໜາດ​ນີ້ ເປັນ​ຫຍັງ​ຕ້ອງ​ໜີ​ໂຊ​ຊຽວ ເຮົາ​ຕ້ອງ​ກ້າ​ຍອມ​ຮັບ ເຮົາ​ຜິດ ເຮົາ​ຕົວະ ເຮົາ​ຮຽນ​ຮູ້​ແລ້ວ ສັງ​ຄົມ​ດ່າ​ເຮົາ​ແລ້ວ ຕໍ່​ຈາກ​ນີ້​ຢາກ​ຈະ​ເຮັດ​ຫຍັງ ຢາກ​ໄດ້​ຫຍັງ ຈະ​ບໍ່​ຮ້ອງ​ໄຫ້​ອີກ ຕິກ​ຟໍ​ໂລ 2 ຄົນ​ເທົ່າ​ນັ້ນ​ຢູ່​ໃນ ໄອ​ຈີ ເພາະ​ເຂົາ​ສຳ​ຄັນ​ທີ່​ສຸດ  ໜີ້​ສິນ ແລະ ນິ​ໄສ ນອກ​ຈາກ​ນີ້ ຕິກ​ຈະ​ລຸກ​ຂຶ້ນ​ສູ້ ລີ​ວິວ​ສິນ​ຄ້າ ຫຼັງ​ຈາກ​ຜູ້​ໃຫຍ່​ໃຈ​ດີ ຢາກ​ຊ່ວຍ​ເຫຼືອ ໃຫ້​ຕິກ​ມີ​ລາຍ​ໄດ້ ສ​້າງ​ອາ​ຊີບ​ໃຫ້​ຕົນ​ເອງ ຊາວ​ເນັດ​ກໍ​ໃຫ້​ກຳ​ລັງ​ໃຈ ບອກວ່າ ຊີ​ວິດ​ຄົນ​ເຮົາ​ບໍ່​ເຄີຍ​ມີ​ໃຜ​ບໍ່​ຜິດ​ພາດ”

ແອັດມິນຂໍເປັນກຳລັງໃຈໃຫ້ແມ່ວີຈີ (ຕິກ) ຜ່ານບັນຫາຄັ້ງນີ້ໄປໄວໆເດີ!

ຮູບພາບຈາກ:​ Mama Veeji

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ