Breaking News

ມື້ນີ້ ວັນທີ 28 ກັນຍາ ວັນສາກົນ ປ້ອງກັນພະຍາດວໍ້

ແບ່ງປັນ

ພະຍາດວໍ້ ເປັນພະຍາດສັດ ທີ່ຕິດຕໍ່ຈາກສັດສູ່ຄົນໄດ້ ຊື່ງສາມາດຕິດແປດໃສ່ສັດລ້ຽງລູກດ້ວຍນົມ ລວມທັງຄົນເຮົາ. ພະຍາດນີ້ບໍ່ສາມາດປິ່ນປົວໃຫ້ຫາຍດີໄດ້ ແຕ່ສາມາດປ້ອງກັນດ້ວຍການສັກຢາ. ເພື່ອຫຼຸດຜ່ອນຕໍ່ຜົນກະທົບ ແລະຄວາມສ່ຽງດັ່ງກ່າວ.

ປະເທດລາວມີຄົນເສຍຊີວິດຈາກພະຍາດວໍ້ ເຖິງ 8 ກໍລະນີ ຕັ້ງແຕ່ເດືອນມັງກອນ ຫາ ເດືອນສິງຫາ 2020 ຜ່ານມາ. ສະນັ້ນ, ຈຶ່ງຮຽກຮອງໃຫ້ທຸກຄົນປ້ອງກັນ ແລະ ເອົາໃຈໃສ່ສັດລ້ຽງຂອງຕົນເອງຢ່າງເຄັ່ງຄັດ.

ພ້ອມກັນນັ້ນ, ເຮົາຕ້ອງມີຄວາມຮັບຜິດຊອບຕໍ່ສັດລ້ຽງເປັນຕົ້ນ: ໝາ ແລະແມວ ຂອງຕົນ ໃຫ້ມີການຄຸ້ມຄອງ, ລ້ຽງເກືອ ແລະເອົາໃຈໃສ່ຮັກສາສຸຂາພາບສັດ ໂດຍນໍາເອົາສັດລ້ຽງ ໄປສັກວັກຊິນວໍ້ເປັນປົກກະຕິ ຖືກຕ້ອງຕາມການກໍານົດເວລາ ແລະຕໍ່ເນື່ອງ.

ຂໍ້ມູນຈາກ: https://www.google.com/url?

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ