Breaking News

7 ອາຫານບໍາລຸງສະໝອງ ຮັກສາອາການຫຼົງໆລືມໆ

ແບ່ງປັນ

ປັດຈຸບັນນີ້ໄພຮ້າຍຕໍ່ຮ່າງກາຍຄົນເຮົາກໍມີມາໃນຫຼາກຫຼາຍຮູບແບບ ໂດຍສະເພາະແມ່ນໄວໝຸ່ມທີ່ຮຽນໜັກ ຫຼືເຮັດວຽກຫຼາຍທີ່ພັກຜ່ອນບໍ່ພຽງພໍ ເຮັດໃຫ້ຮ່າງການຊຸດໂຊມ, ສະໝອງອ່ອນເພຍ ເຊິ່ງເປັນສາເຫດຂອງອາການຄວາມຈໍາສັ້ນຂີ້ຫຼົງຂີ້ລືມ, ປໍ້າໆເປີະໆ, ເຮັດອັນນັ້ນເສຍຊອກອັນນີ້ບໍ່ເຫັນ, ວາງເຄື່ງໄວບ່ອນໜຶ່ງພັດໄປຊອກຢູ່ບ່ອນໜຶ່ງ, ບາງເທື່ອລືມຮອດກະແຈເຂົ້າຫ້ອງເດືອດຮ້ອນໄດ້ທັບແລ້ວຊື້ໃຫມ່ ໃຜທີ່ກໍາລັງເມື່ອຍເບື່ອໜ່າຍກັບບັນຫາຫຼົງໆລືມໆເຫຼົ່ານີ້ ຂວັນໃຈມີວິທີງ່າຍໆມາແນະນໍາ ນັ້ນຄື ການກິນ 7 ພືດອາຫານ ທີ່ມີສ່ວນຊ່ວຍໃນເລື່ອງຄວາມຈໍາ,ບໍາລຸງສະໝອງໃຫ້ເຮັດວຽກໄດ້ເຕັມທີ່ ບໍ່ຫຼົງບໍ່ລືມອີກຕໍ່ໄປ ໄປອ່ານນໍາກັນເລີຍ!!

ໝາກເລັ່ນ ເປັນໜຶ່ງໃນໝາກໄມ້ທີ່ໄດ້ຮັບຄວາມນິຍົມ ທີ່ມີຄົນກິນຫຼາຍທີ່ສຸດໃນໂລກ ນອກຈາກລົດຊາດດີແລ້ວຍັງອຸດົມໄປດ້ວຍປະໂຫຍດຫຼາກຫຼາຍຢ່າງ ບໍ່ວ່າຈະເປັນ ວິຕາມິນຊີ, ວິຕາມິນເອ, ວິຕາມິນເຄ, ທາດແຄວຊຽມ, ທາດຟອສຟໍຣັສ, ທາດເຫຼັກ ແລະ ອື່ນໆ….ເຊິ່ງໝາກເລັ່ນຍັງອັດແໜ້ນດ້ວຍສານໄລໂຄປີນເຊິງມີສ່ວນຊ່ວຍປັບອະນຸມູນອິດສະຫຼະໃນລອດເລືອດ ຊ່ວຍໃຫ້ເລືອດສະອາດ ເມື່ອສະໝອງໄດ້ຮັບອາຫານທີ່ມີຄຸນນະພາບດີ ສະໝອງກໍສາມາດເຮັດວຽກໄດ້ຢ່າງເຕັມທີ່ຫຼາຍຂຶ້ນ.

ແກ່ນໝາກອຶ ການກິນແກ່ນໝາກອຶມື້ລະ 1 ກໍາມື ແມ່ນຈະຊ່ວຍໃຫ້ຄວາມຈຳດີຂຶ້ນ ຍ້ອນວ່າແກ່ນໝາກອຶອຸດົມໄປດ້ວຍທາດສັງກະສີທີ່ຊ່ວຍເລື່ອງຄວາມຈໍາຂອງມະນຸດ, ຊ່ວຍບໍາລຸງສະໝອງໃຫ້ເຮັດວຽກໄດ້ດີຂຶ້ນ ນອກຈາກນີ້ແກ່ນໝາກອຶຍັງມີສານອາຫານທີ່ຈໍາເປັນຕໍ່ຮ່າງກາຍຫຼາຍຢ່າງ ເຊັ່ນວ່າ ຟອສຟໍຣັສ, ແມງການີສ, ທາດທອງແດງ, ທາດສັງກະສີ, ທາດແມກນີຊຽມ, ທາດເຫຼັກ, ທາດໂປຣຕີນ, ວິຕາມິນອີ, ວິຕາມິນເຄ, ວິຕາມິນຊີ ແລະ ກົດໄຂມັນທີ່ຈໍາເປັນຕໍ່ຮ່າງກາຍຄົນເຮົາ.

ບຣ໋ອກໂຄລີ ຜັກສີຂຽວກອບລົດຊາດດີ ທີ່ມີຄຸນຄ່າທາງດ້ານສານອາຫານສູງ, ອຸດົມໄປດ້ວຍວິຕາມິນເຄ ທີ່ຊ່ວຍເລື່ອງຄວາມຈໍາ ແລະ ການຮຽນຮູ້ຂອງສະໝອງ. ນອກຈາກນີ້ ບຣ໋ອກໂຄລີຍັງມີ ເບຕ້າແຄໂຣທີນ, ວິຕາມິນຊີ ແລະ ສານຊັລໂຟຣາເຟນ ( Sulforaphane ), ສານອິນດອລ (Indole) ທີ່ມີສັບພະຄຸນຕ້ານໂລກຮ້າຍຈາກມະເຮັງ, ປ້ອງກັນໂລກກະດູກຜຸ່ຍ ແລະ ຊ່ວຍບໍາລຸງສາຍຕາ.

ໂອເມກ້າ 3 ຈາກນໍ້າມັນປາ ໂອເມກ້າ 3 ສານອາຫານທີ່ສໍາຄັນຈາກປາທະເລນໍ້າເລິກ ເປັນສານອາຫານທີ່ຈໍາເປັນຕໍ່ຄວາມຈື່ຈໍາຂອງມະນຸດ ຖ້າຮ່າງກາຍຂາດໂອເມກ້າ 3 ແມ່ນຈະເຮັດໃຫ້ເກີດພາວະສະໝອງເຊື່ອມ ແລະ ມີໂອກາດເປັນໂລກອັລໄຊເມີໄດ້ງ່າຍ.

ຜັກໜອກ ເປັນສະໝຸນໄພພື້ນບ້ານທີ່ຫາງ່າຍລົດຊາດຂົມຫວານເຊິງມີປະໂຫຍດຫຼວງຫຼາຍ ນອກຈາກຈະສາມາດຊ່ວຍແກ້ອາການຊໍ້າໃນແລ້ວ ຜັກໜອກຍັງອຸດົມໄປດ້ວຍ ວິຕາມິນບີ 1, ວິຕາມິນເອ, ວິຕາມິນເຄ, ທາດແຄວຊຽມ, ທາດມິກນີຊຽມ ແລະ ກົດອະມິໂນ ທີ່ມີສັບພະຄຸນໃນການບໍາລຸງປະສາດ, ຊ່ວຍໃນເລື່ອງຄວາມຈໍາ, ພິກໄຫວ ເຊິງລວມໄປເຖິງການຕ້ານຄວາມເຊື່ອມຂອງເຊວໃນຮ່າງກາຍໄດ້

ຜັກຫົມ ມີສັບພະຄຸນໃນການສະລໍຄວາມເຊື່ອມຂອງສະໜອງ, ມີປະໂຫຍດຕໍ່ປະສາດ, ປ້ອງກັນໂລກອັລໄຊເມີ, ຊ່ວຍບໍາລຸງເຊວໃນຮ່າງກາຍ, ບໍາລຸງ ແລະ ປ້ອງກັນຄວາມເຊື່ອມຂອງຕາ, ຫຼຸດຄວາມສ່ຽງໃນການເກີດໂລກຫົວໃຈໄດ້ອີກ

ໄຂ່ ນອກຈາກໄຂ່ຈະອຸດົມໄປດ້ວຍໂປຣຕີນຊັ້ນດີທີ່ລາຄາກໍຖືກແລ້ວ ເລຊິຕີນໃນໄຂ່ແດງຍັງເປັນສານທີ່ຮ່າງກາຍໃຊ້ເປັນສານສື່ປະສາດ ໂດຍສະເພາະສະໝອງສ່ວນຂອງຄວາມຈໍາ ເລຊິຕີນ ມີບົດບາດສໍາຄັນໃນການບໍາລຸງສະໝອງ ຊ່ວຍສ້າງຄວາມຈໍາ ແລະ ປ້ອງກັນພາວະຜິດປົກກະຕິຂອງປະສາດ ແຕ່ຖ້າແຟນບໍ່ມັກກິນໄຂ່ ກໍສາມາດກິນແກ່ນຕາເວັນ ແລະ ຖົ່ວດີນແທນໄດ້ ເພາະອາຫານເຫຼົ່ານີ້ກໍມີເລຊິຕິນສູງຄືກັນເດີ.

ຂອບໃຈຂໍ້ມູນຈາ: today.line.me

ແບ່ງປັນ