Breaking News

ແຮງບັນດານໃຈດີໆຈາກ Alice Pang ນາງແບບທີ່ມີອາຍຸແກ່ທີ່ສຸດໃນອາຊີ 

ແບ່ງປັນ

ຍັງມີເລື່ອງລາວນາງແບບໄວແກ່ມາໃຫ້ທຸກໆຄົນໄດ້ເບິ່ງເປັນແຮງບັນດານໃຈເລື້ອຍໆ ເຊື່ອວ່າສິ່ງທີ່ແມ່ຍິງຫຼາຍຄົນຢ້ານທີ່ສຸດກໍຄືອາຍຸທີ່ເພີ່ມຂຶ້ນ ເພາະມັນຈະມາພ້ອມຮອຍຕີນກາ ແລະ ຜົມທີ່ຫງອກ, ໝົດຄວາມງາມ ມື້ນີ້ຂວັນໃຈຈະພາມາປ່ຽນຄວາມຄິດແບບເກົ່າໆ ທີ່ວ່າເມື່ອຄົນອາຍຸເພີ່ມຂຶ້ນແລ້ວ ກໍຈະເຖົ້າໄປຕາມການເວລາ No no no!!! ເດີ້ ລອງມາເບິ່ງມາຮູ້ຈັກກັບນາງແບບຊາວຮ່ອງກົງ Alice Pang ເຊິ່ງເປັນນາງແບບທີ່ອາຍຸຫຼາຍທີ່ສຸດໃນອາຊີ ມາພ້ອມກັບຄວາມແຊບ ແລະ ສະໄຕຣທີ່ໂດດເດັ່ນ ໃນໄວອາຍຸ 97 ປີ ຜູ້ທີ່ບໍ່ເຄີຍຢ້ານໃນຄວາມເຖົ້າ ຫຼື ຄິດຈະປິດບັງອາຍຸເມື່ອມີໃຜຖາມ ແລະ ປັດຈຸບັນເພິ່ນໄດ້ກາຍເປັນແຮງບັນດານໃຈໃຫ້ແມ່ຍິງຍຸກໃໝ່ໄດ້ລຸກຂຶ້ນມາເບິ່ງແຍງຕົວເອງ

Alice Pang นางแบบ นางแบบรุ่นคุณยาย นางแบบแก่ที่สุด

Alice Pang ອາຍຸ 97 ປີ ຈາກ ຮ່ອງກົງ ມີສາຍາວ່າ “ນາງແບບຜົມເງິນ” ເພິ່ນເປັນຄົນມີສະໄຕຣ ແລະ ເບິ່ງແຕກຕ່າງຈາກຄົນອື່ນຢ່າງຈະແຈ້ງ ສ່ວນໜຶ່ງຄືການລຸກຂຶ້ນມາເບິ່ງແຍງຕົວເອງເຊັ່ນ ການໃສ່ເສື້ອຜ້າແຟຊັ່ນທີ່ທັນສະໄໝ ໂດຍບໍ່ມີເລື່ອງອາຍຸເຂົ້າມາກ່ຽວຂ້ອງ ແລະ ມີທັດສະນະຄະຕິທີ່ດີໃນການດຳລົງຊີວິດ ຈຶ່ງບໍ່ໜ້າແປກເລີຍທີ່ ແມ່ຕູ້ Alice  ຈະໄດ້ເປັນນາງແບບໃຫ້ກັບແບຣນທີ່ມີຊື່ສຽງຫຼາຍແບຣນເຊັ່ນ Gucci, Valentino ແລະ Ellery

ຫຼາຍຄົນອາດຄິດວ່າ ແມ່ຕູ້ Alice ເລີ່ມຕົ້ນເສັ້ນທາງນາງແບບມາແຕ່ອາຍຸຍັງນ້ອຍ ແຕ່ຄວມຈິງຄື ເພິ່ນຫາແຕ່ເລີ່ມເປັນນາງແບບເມື່ອຕອນອາຍຸ 93 ປີ, ເສັ້ນທາງການເປັນນາງແບບຂອງເພິ່ນເລີ່ມຈາກຫຼານສາວໄດ້ສົ່ງຮູບພາບຂອງແມ່ຕູ້ໄປໃຫ້ເອເຈນຊີ່ທີ່ກຳລັງເບິ່ງຫານາງແບບລຸ້ນແກ່ທີ່ມີອາຍຸ 65 ປີຂຶ້ນໄປ ດ້ວຍຄວາມທີ່ເປັນຄົນມີສະໄຕຣໂດດເດັ່ນ ບວກກັບເປັນຄົນທີ່ມີສີຮັກ ເລີຍເຮັດໃຫ້ແມ່ຕູ້ Alice  ຖືກເລືອກຈາກເອເຈນຊີ່ ແລະ ໄດ້ຮັບງາມມາເລື້ອຍໆ ຈົນເຮັດໃຫ້ປັດຈຸບັນເພິ່ນປະສົບຜົນສຳເລັດໃນຖານະນາງແບບທີ່ມີອາຍຸຫຼາຍທີ່ສຸດຂອງອາຊີ

“ຂ້ອຍເລີ່ມຕົ້ນອາຊີບນີ້ໃນອາຍຸ 93 ປີ ຜ່ານມາ 3 ປີ ແລ້ວທີ່ຂ້ອຍມີໂອກາດໄົດ້ເຂົ້າໄປເຮັດວຽກໃນວົງການນາງແບບຢ່າງຈິງຈັງ ຂ້ອຍໄດ້ຮັບງານເປັນພີເຊັນເຕີ້ໃຫ້ເຄື່ອງສຳອາງ ແລະ ສິນຄ້າອື່ນໆອີກຫຼາກຫຼາຍ ຂ້ອຍຮູ້ສຶກດີໃຈຫຼາຍທີ່ທຸກຄົນມັກ ແລະ ຍອມຮັບໃນໂຕຂ້ອຍ ການໄດ້ເປັນນາງແບບໃນໄວນີ້ບໍ່ແມ່ນສິ່ງທີ່ຂ້ອຍຄິດໄວ້ ແຕ່ເມື່ອໂອກາດມາຮອດ ມັນໄດ້ກາຍເປັນສິ່ງທີ່ຂ້ອຍມັກໄປແລ້ວ” ແມ່ຕູ້ Alice ກ່າວໄວ້

Alice Pang ເລີ່ມຫັນມາເບິ່ງແຍງສຸຂະພາບຢ່າງຈິງຈັງ ທັງຄວບຄຸມອາຫານຢ່າງເຂັ້ມງວດເພາະອາຍຸແກ່ແລ້ວ ແລະ ເນື່ອງຈາກຢູ່ໃນວົງການນາງແບບເພິ່ນຈຶ່ງຍິ່ງຕ້ອງເບິ່ງແຍງຕົວເອງເປັນພິເສດ

This 96-Year-Old Grandma Is The Oldest Model In Asia Known For Her Stunning Sense Of Style

ເອີ້ນໄດ້ວ່າ ອາຍຸບໍ່ເປັນອຸປະສັກ ສຳລັບ ແມ່ຕູ້ Alice Pang ທີ່ໄວເກືອບຮອດ 100 ປີ ທີ່ຮູບຮ່າງຍັງດີ ມີຄວາມແຊບ ຄວາມເຜັດ ແຖມເພິ່ນຍັງມີພະລັງ ແລະ ຄວາມຮັກຄວາມມັກໃນການເຮັດວຽກຢ່າງສູງ  ຈົນກາຍເປັນໄອດໍ້ໃຫ້ສາວໆຍຸກໃໝ່ ເປັນແບບຢ່າງໃຫ້ຫຼາຍໆຄົນລຸກຂຶ້ນມາເບິ່ງແຍງຕົວເອງ ເປັນແບບຢ່າງໃຫ້ຄົນເຮັດໃນສິ່ງທີ່ຮັກຈົນປະສົບຜົນສຳເລັດ

ໄດ້ຮູ້ເລື່ອງລາວຂອງ ແມ່ຕູ້ Alice Pang ແລ້ວຮູ້ສຶກມີກຳລັງໃຈ ຮູ້ສຶກເຖິງພະລັງບວກກັນສຸດໆເລີິຍວ່າບໍ່ແຟນໆ, ນີ້ແຫຼະ!!! ບໍ່ວ່າອາຍຸຈະຢູ່ໃນເລກໃດ ທຸກຄົນກໍສາມາດເປັນຕົວຂອງຕົວເອງ ສາມາດເຮັດໃນສິ່ງທີ່ຮັກ ແລະ ມັກໄດ້ຢ່າງມີຄວາມສຸກ.

ຂອບໃຈຂໍ້ມູນຈາກ:  noonecares.me

ແບ່ງປັນ