Breaking News

ເສດຖີອາຍຸນ້ອຍທີ່ສຸດໃນໂລກ ສາວນ້ອຍຜູ້ສ້າງລາຍຮັບກວ່າ 50 ຕື້ກີບ ຈາກTikTok

ແບ່ງປັນ

ໃນຍຸກ 5 ຈີ ເປັນຍຸກແຫ່ງເຕັກໂນໂລຊີທີ່ບໍ່ມີພົມແດນທຸກໆຄົນສາມາດເຂົ້າເຖິງກັນໄດ້ ພຽງແຕ່ມີອິນເຕີເນັດທຸກຢ່າງກໍສາມາດເກີດຂຶ້ນໄດ້ ຈາກໂລກໜ່ວຍບັກໃຫຍ່ໆກໍກາຍເປັນນ້ອຍລົງ ບໍ່ວ່າເຮົາຢູ່ມຸມໃດຂອງໂລກກໍຫຼຽວເຫັນກັນໄດ້ ຈາກຄົນບໍ່ເຄີຍຮູ້ຈັກກໍກາຍເປັນຮູ້ຈັກ. ເອີ້ນໄດ້ວ່າເປັນການພັດທະນາໃຫມ່ທີ່ດີ ລວມໄປເຖິງການສັ່ງເຄື່ອງທາງໂລກອອນລາຍ ພຽງແຕ່ໃຊ້ປາຍນີ້ວຈີ້ມທີ່ຈໍກໍໄດ້ໃນສິ່ງທີ່ຕ້ອງການແລ້ວ ເຮັດໃຫ້ແມ່ຄ້າ-ພໍ່ຄ້າທັງຫຼາຍພາກັນຫັນມາສ້າງການຄ້າທາງອອນລາຍຫຼາຍຂຶ້ນທຸກມື້ ເຊິ່ງມັນສາມາດສ້າງລາຍໄດ້ ແລະ ຫຼາຍຄົນກໍກາຍເປັນເສດຖີໄປແລ້ວ!! ມື້ນີ້ຂວັນໃຈຈະພາມາຮູ້ຈັກສາວນ້ອຍຄົນໜຶ່ງທີ່ຫລີ້ນTikTok ຈົນລວຍ! ແມ່ນແລ້ວອ່ານບໍ່ຜິດ TikTok ຈົນລວຍ ເຊິ່ງລາວເຮັດແນວໃດນັ້ນ ໄປອ່ານນໍາກັນເລີຍ!!

Addison Rae Easterling ເປັນຄົນ American ເກີດປີ 2000 ປັດຈຸບັນອາຍຸ 20 ປີ ເປັນເຊເລບທີ່ມີຜູ້ຕິດຕາມເຖິງ 63 ລ້ານຄົນ ໃນຄະນະທີ່ເປັນນັກສຶກສາຢູ່ປີ 1 ທີ່ມະຫາວິທະຍາໄລຫຼຸຍເຊຍນ່າ. Rae ເປັນສາວນ້ອຍທີ່ເຕີບໃຫຍ່ມາກັບການເຕັ້ນ ແລະ ເປັນອີກຄົນໜຶ່ງທີ່ມັກຫຼີ້ນແອັບ TikTok ເປັນຊີວິດຈິດໃຈ ແລະ ມີຄົນຕິດຕາມຫຼາຍເປັນອັນດັບຕົ້ນໆຂອງໂລກ ປັດຈຸບັນນີ້ Rae ມີລາຍໄດ້ຈາກຊ່ອງທາງຕ່າງສູງເຖິງປີລະກວ່າ 5 ລ້ານໂດລາ (ປະມານ 50 ຕື້ກີບ)

Rae ເລີ່ມອັບຄຣິບການເຕັ້ນລົງ TikTok ຕັ້ງແຕ່ຊ່ວງກາງປີ 2019 ແລະ ເບິ່ງຄືວ່າຄົນໃຫ້ຄວາມສົນໃຈ ຄົນຕິດຕາມກໍເພີ່ມຂຶ້ນເລື່ອຍໆ ຜ່ານໄປບໍ່ພໍເທົ່າໃດເດືອນ Rae ມີຄົນຕິດຕາມ 1 ລ້ານຄົນໄດ້ສໍາເລັດ ເຊິ່ງຄຣິບສ່ວນໃຫຍ່ຂອງລາວກໍຈະເປັນການເຕັ້ນ ເຕັ້ນ ແລ້ວກໍເຕັ້ນ ເຖິງວ່າມັນຈະເບິ່ງຄືບໍ່ມີຫຍັງ ແຕ່ກໍສາມາດດຶງດູດໃຫ້ຄົນມາຕິດຕາມຫຼາຍຂຶ້ນແບບບໍ່ຢຸດ ເຮັດໃຫ້ຊ່ອງຂອງລາວເຕີບໂຕຢ່າງວ່ອງໄວ

ເດືອນ ທັນວາ 2019 ຜູ້ທີ່ເປັນສະປອນເຊີ້ທໍາອິດແມ່ນ Fashion Nova ຮ້ານຂາຍເສື້ອຜ້າຜູ້ຍິງອອນລາຍ ທີ່ຕ້ອງການຈັບຖານກຸ່ມໄວໝຸ່ນທີ່ຕິດຕາມລາວ ຫຼັງຈາກນັ້ນກໍມີສະປອນເຊີ້ເພີ່ມຂຶ້ນມາເປັນຄິວຍາວມາເລື້ອຍໆ ຈົນ Rae ໄດ້ຕັດສິນໃຈວ່າຈະຫັນມາເອົາດີທາງດ້ານນີ້ ກ່ອນປີ 2019 ຈະສິ້ນສຸດລົງ

Rae ຕັດສິນໃຈພັກການຮຽນ ແລ້ວຍ້າຍໄປອາໄສຢູ່ທີ່ Los Angeles ດິນແດນທີ່ຂຶ້ນຊື່ເປັນເມືອງແຫ່ງເຊເລບຄົນດັງ ເຊິ່ງການຍ້າຍເມືອງເຮັດໃຫ້ Rae ສາມາດຕິດຕໍ່ວຽກໄດ້ສະດວກຍິ່ງຂຶ້ນ ແລະ ໄດ້ເຂົ້າຮ່ວມກັບເອເຈນຊີ້ທີ່ມີຄອນເນັກຊັ້ນໃນວຽກການຕະຫຼາດອອນລາຍຫຼາຍຂຶ້ນ ສິ່ງເຫຼົ່ານີ້ໄດ້ຊຸກຍູ້ໃຫ້ Rae ມີໂອກາດຮ່ວມວຽກງານກັບ Brand ທີ່ໃຫຍ່ກວ່າເກົ່າ ບໍ່ວ່າຈະເປັນ Reebok, American Eagle ແລະ Spotify.

ສະຖິຕິໜ້າສົນໃຈຂອງ Rae ທີ່ດຶງດູດລູກຄ້າຄື ມີຜູ້ຕິດຕາມຫຼາຍເຖິງ 63 ລ້ານຄົນ ເປັນອັນດັບ 2 ຂອງຜູ້ໃຊ້ TikTok ທົ່ວໂລກ ເຊິ່ງຄຣິບທີ່ລາວໄດ້ເອົາລົງແມ່ນມີຄົນຕິດຕາມຢ່າງນ້ອຍ 10-15 ລ້ານວິວ ແລະ ກົດໄລເຖິງ 4, 000 ລ້ານ. Rae ບໍ່ໄດ້ຮັບພຽງວຽກຈາກສະປອນເຊີ້ເທົ່ານັ້ນ ແຕ່ລາວຍັງໄດ້ສ້າງຜະລິດຕະພັນເປັນ Brand ຂອງຕົນອີກ ເຊັ່ນວ່າ ເສື້ອຜ້າແຟຊັ້ນ ແລະ ເຄື່ອງສໍາອາງ ເຊິ່ງເປັນແຫຼ່ງລາຍໄດ້ທີ່ບໍ່ແມ່ນນ້ອຍໆຈົນສາມາດເຮັດໃຫ້ Rae ກາຍເປັນເສດຖີທີ່ອາຍຸນ້ອຍທີ່ສຸດໃນໂລກໄປແລ້ວ!!

ຂອບໃຈຂໍ້ມູນຈາກ: Wikipedia ແລະ Lao News

ແບ່ງປັນ