Breaking News

ຮ່ວມສົ່ງເສີມວັດທະນະທໍາ ງານມະຫາກໍາ ສີມືຫັດຖະກຳລາວ

ແບ່ງປັນ

ສືບທອດຕາມຮອຍປູ່ຍ່າຕາຍາຍ ແລະ ຮ່ວມຮັກສາວັດທະນະທໍາລາວ ມື້ນີ້ຂວັນໃຈຈະພາທຸກຄົນໄປເບິ່ງພາບບັນຍາກາດການເດີນແບບຂອງສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໂດຍຈັດຂຶ້ນທີ່ງານມະຫາກຳສີມື ຫັດຖະກຳລາວ ທີ່ສູນການຄ້າລາວ-ໄອເຕັກ ໃນວັນທີ 13 ຕຸລາ 2020 ທີ່ຜ່ານມາ. ໂດຍການເປັນປະທານຂອງທ່ານ ຈັນທະຈອນ ວົງໄຊ ປະທານ ສທຍ, ມີບັນດາສະມາຊິກນັກທຸລະກິດແມ່ຍິງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຈັດງານໃນຄັ້ງນີ້ ເພື່ອເປັນການສົ່ງເສີມວັດທະນະທໍາ, ສີມືຫັດຖະກຳລາວ ທີ່ສືບທອດກັນມາແຕ່ດົນນານ ພ້ອມທັງສົ່ງເສີມຜະລິດຕະພັນລາວເພື່ອຮັກສາພູມປັນຍາຂອງຄົນລາວໃຫ້ຍືນຍົງຕະຫຼອດໄປ. ເຊິ່ງພາຍໃນງານມີຜູ້ຮ່ວມເດີນແບບມາຈາກຫຼາຍພາກສ່ວນ ໂດຍແຕ່ລະຄົນຈະສວມໃສ່ຊຸດແຕ່ລະຊົນເຜົ່າທີ່ແຕກຕ່າງກັນ ທີ່ສະແດງໃຫ້ເຫັນເຖິງເອກະລັກ, ວັດທະນະທໍາຂອງຄວາມເປັນລາວ. ເຮົາມາເບິ່ງນໍາກັນວ່າແຕ່ລະຊຸດຈະໂດດເດັ່ນ ແລະ ງົດງາມຫຼາຍປານໃດ !!! ເຮົາໄປເບິ່ງນໍາກັນເລີຍ…

ເວົ້າໄດ້ເລີຍວ່າ ແຕ່ລະຊຸດແມ່ນມີຄວາມງາມ ແລະ ຄວາມໂດດເດັ່ນທີ່ເປັນເອກະລັກຂອງແຕ່ລະຊົນເຜົ່າທີ່ແຕກຕ່າງກັນ.

ແບ່ງປັນ