Breaking News

ໃຊ້ຊີວິດໂສດແນວໃດໃຫ້ມີຄວາມສຸກໃນແບບຂອງກາລະແມ

ແບ່ງປັນ

ປັດຈຸບັນນີ້ຜູ້ຍິງແມ່ນເປິດກວ້າງດ້ານທາງເລືອກໃຫ້ຕົນຂຶ້ນຫຼາຍ ຈາກແຕ່ກ່ອນທີ່ເປັນດັ່ງຊ້າງເທົ້າຫຼັງ ແຕ່ດຽວນີ້ແມ່ນສາມາດເປັນຊ້າງເທົ້າໜ້າໃຫ້ຕົວເອງໄດ້ ໂດຍການເບິ່ງເຫັນຄວາມສາມາດຕົນເອງຫຼາຍຂຶ້ນ, ສ້າງຄວາມສຸກໃຫ້ຕົນເອງໄດ້ ໂດຍບໍ່ເອົາຄວາມສຸກໄປຂຶ້ນກັບຄົນຄົນອື່ນ, ຮູ້ຮັກ ແລະ ຮູ້ຫາເງິນເພື່ອສິ່ງທີ່ຕົນເອງຢາກໄດ້ຢາກມີ ເຊິ່ງສິ່ງໃດທີ່ຫາມາໄດ້ດ້ວຍຕົນເອງແມ່ນຈະເຮັດໃຫ້ເຮົາມີຄວາມພູມໃຈ ແລະ ມີຄວາມສຸກກັບມັນ ປຽບດັ່ງກັບຄໍາວ່າ “ຢືນຢູ່ໃສກໍບໍ່ມີຄວາມສຸກເທົ່າຢືນດ້ວຍຂາຂອງຕົວເອງ” ເຊິ່ງຖ້າເອີ່ຍຄໍານີ້ຂຶ້ນມາກໍຈະອົດຄຶດເຖິງສາວຄົນນີ້ບໍ່ໄດ້ເລີຍ ນັ້ນຄື….

ກາລະແມ ພັດຊະລະສີ ເບນຈະມາດ ເປັນສາວໝັ້ນທີ່ເຕັມໄປດ້ວຍຄວາມສາມາດ ທັງເປັນພິທິກອນດັງລະດັບແຖວໜ້າຂອງເມືອງໄທ ທີ່ຕອນນີ້ກໍຍັງມີຄວາມພໍໃຈໃນຊີວິດໂສດ ຂໍມີຄວາມສຸກກັບເງິນ 100 ດີກວ່າ

ເຊິ່ງສາວກາລະແມໄດ້ໃຫ້ສໍາພາດກັບລາຍການດັງ Club friday show ວ່າ ຕອນນີ້ຊີວິດໂສດແມ່ນແຮບປີ້ຫຼາຍ ບໍ່ໄດ້ໄຂວ່ຄວ້າຫາແຟນ ດ້ວຍເຫດຜົນທີ່ເປັນຄົນມັກເລືອກ ຢາກໄດ້ຄົນທີ່ແມ່ນ ແລະ ເຂົ້າໃຈ ຖ້າຊອກບໍ່ໄດ້ກໍບໍ່ຕ້ອງມີດີກວ່າ ເຊິ່ງບໍ່ໄດ້ຢ້ານທີ່ຈະຂຶ້ນຄານ ຖ້າຢູ່ຄານແລ້ວມີເງິນ 100 ລ້ານ ກໍບໍ່ຕ້ອງມີຜົວກໍໄດ້ ສາມາດຢູ່ຄົນດຽວໄດ້ຢ່າງມີຄວາມສຸກເຊັ່ນກັນ.

ການທີ່ບໍ່ມີແຟນບໍ່ໄດ້ໝາຍຄວາມວ່າເຮົາບໍ່ມີກັນລະຍານິມິດ ແຕ່ເຮົາຍັງມີໝູ່ຄູ່ທີ່ດີ, ມີຄົນອ້ອມຂ້າງ ແລະ ແທ້ທີ່ສຸດແລ້ວເຮົາກໍຍັງມີຕົວເຮົາທີ່ບໍ່ຖີ້ມເຮົາໄປໃສແນ່ນອນ ດັ່ງນັ້ນ ຖ້າມີຄູ່ແລ້ວຊີວິດເຮົາບໍ່ດີຂຶ້ນ ກໍພ້ອມທີ່ຈະຢູ່ຄົນດຽວ.

ຂໍ້ມູນຈາກ: YoulikeLao

ແບ່ງປັນ