Breaking News

ຊົມເຊີຍ ລູກນໍ້າ ດາຣາໃຈບຸນ ຊ່ວຍເປັນສື່ກາງໃນການປະກາດຂ່າວຂໍຄວາມຊ່ວຍເຫລືອວັດຖຸແລະປັດໃຈໃຫ້ກັບຄອບຄົວພໍ່ຕູ້ໂສມ

ແບ່ງປັນ

ລູກນໍ້າ ທິດາລັດ ວົງສິຣິ ດາຣາ-ນັກສະແດງ ຊຸບຕາຊື່ດັງຂອງປະເທດລາວ ສົມດັ່ງສາຍາ ດາຣາຄົນງາມ-ໃຈບຸນແທ້ໆ ເຊິ່ງຕັ້ງແຕ່ເຂົ້າວົງການມາກໍຈະເຫັນໄດ້ວ່າລູກນໍ້າໄດ້ອຸທິດຕົນໃນການຊ່ວຍເຫລືອສັງຄົມລາວສະເໝີມາ ບໍ່ວ່າຈະເປັນຄົນທຸກຍາກ, ຜູ້ດ້ວຍໂອກາດ ຫຼືບໍ່ວ່າຈະເກີດເຫດການຫຍັງຂຶ້ນ ຖ້າພີ່ນ້ອງຄົນລາວເຮົາມີຄວາມເດືອດຮ້ອນ ລູກນໍ້າກໍຈະພາຍາຍາມຊ່ວຍເຫລືອທຸກວິທີທີ່ສາມາດຊ່ວຍໄດ້ ແລະ ຫລ້າສຸດກໍແມ່ນ ເລື່ອງເຄາະຮ້າຍໄຟໄຫມ້ເຮືອນຂອງພໍ່ຕູ້ໂສມ ທີ່ລູກນໍ້າກໍໄດ້ຢື່ນມືເຂົ້າໄປຊ່ວຍອີກເຊັ່ນເຄີຍ.

ວັນທີ 15 ຕຸລາ 2020 ລູກນໍ້າ ທິດາລັດ ໄດ້ໂພສ໌ຮູບພໍ່ຕູ້ໂສມຜ່ານ Facebook ສ່ວນຕົວ ກ່ຽວກັບເຫດການໄຟໄໝ້ເຮືອນໝົດກ້ຽງໝົດບໍ່ເຫລືອຫຍັງເລີຍ ເຊິ່ງເຫດໄຟໄໝ້ເກີດໃນ ວັນທີ 6 ຕຸລາ 2020 ທີ່ຜ່ານມາ ທີ່ ບ້ານດອນ ເມືອງນາກາຍ ແຂວງຄໍາມ່ວນ. ປັດຈຸບັນພໍ່ຕູ້ໂສມອາຍຸ 80 ປີ ມີລູກສອງຄົນ ແລະ ຕອນນີ້ເພິ່ນໄດ້ອາໄສຢູ່ນຳເຮືອນພີ່ນ້ອງ.

ການໂພສ໌ຂໍຄວາມຊ່ວຍເຫຼືອຂອງລູກນໍ້າແມ່ນແລ້ວແຕ່ຜູ້ມີໃຈສັດທາ ເຊິ່ງຈະຊ່ວຍເປັນວັດຖຸ ຫລືປັດໃຈກໍໄດ້, ຖ້າທ່ານໃດຢູ່ໃກ້ສະດວກກໍສາມາດໄປມອບໃຫ້ພໍ່ຕູ້ໂດຍກົງໄດ້ເລີຍ ແລະ ສໍາຫລັບຜູ້ທີ່ຢູ່ໄກຖ້າຕ້ອງການຢາກຈະຊ່ວຍເຫລືອກໍສາມາດ ໂອນເປັນເງິນເຂົ້າບັນຊີໄດ້ເຊັ່ນກັນ ເຊິ່ງວ່າຕອນນີ້ບັນຊີດັ່ງກ່າວແມ່ນໄດ້ຮັບຍອດບໍລິຈາກນໍາຊາວເນັດຜູ້ໃຈບຸນທັງຫຼາຍ ຈໍານວນ 27.000.000 ກວ່າກີີບ ພາຍໃນເວລາ 4 ຊົ່ວໂມງ ຖືວ່າເປັນນໍ້າໃຈການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງຄົນລາວເຮົາ ເພື່ອເປັນກໍາລັງໃຈ ແລະ ເປັນທຶນສົມທົບໃນການສ້າງຊີວິດໃຫມ່ໃຫ້ກັບຄອບຄົວພໍ່ຕູ້ເດີ.

ຫຼ້າສຸດຕອນແລງຂອງວັນທີ 15 ຕຸລາ 2020 ລູກນໍ້າກໍໄດ້ໂພສ໌ Facebook ສ່ວນຕົວອີກຕື່ມວ່າ ຍັງຂໍຮັບປັດໃຈບໍລິຈາກອີກຕືມປະມານ 8.000.000 ກີບ ເພື່ອເປັນທຶນການສ້າງເຮືອນໃຫມ່ໃຫ້ກັບພໍ່ຕູ້.

ປັດຈຸບັນ ທ່ານຍັງສາມາດໂອນເງິນຊ່ວຍເຫລືອໄດ້ທີ 👉🏻 ເລກບັນຊີ ທະນາຄານ ການຄ້າ ເງິນກີບ103110000982346001 JOIN MORAL FOUNDATION (ມູນິທິຮ່ວມໃຈທຳ) ທ່ານໃດທີ່ໂອນແລ້ວລົບກວນຂຽນບອກວ່າ: ໂອນຊ່ວຍພໍ່ຕູ້ໂສມ ແດ່ເດີ!!

ຂວັນໃຈຂໍເປັນອີກໜຶ່ງກໍາລັງໃຈໃຫ້ກັບຄອບຄົວພໍ່ຕູ້ ຂໍໃຫ້ຜ່ານພົ້ນວິກິດໄປໄດ້ດ້ວຍດີເດີ ສ່ວນແຟນໆທ່ານໃດທີ່ມີເງື່ນໄຂສະດວກທີ່ຈະຊ່ວຍເຫລືອຄອບຄົວພໍ່ຕູ້ກໍສາມາດ ນໍາວັດຖຸ ຫຼືປັດໃຈຂອງທ່ານໄປມອບໃຫ້ພໍ່ຕູ້ໂດຍກົງ ຫຼື ໂອນເປັນເງິນເຂົ້າບັນຊີທີ່ໃຫ້ໄປກໍໄດ້ ຂໍຂອບໃຈໃນຄວາມມີນໍ້າໃຈອັນປະເສີດຂອງທຸກໆທ່ານທຸກໆທຸກຄົນເດີ!!

ຂອບໃຂຂໍ້ມູນຈາກ: FB Louknum Thidalat Vongsili and Talk to Teen

ແບ່ງປັນ