Breaking News

ສາວນັກບິນ Netherland ເນັດໄອດໍ້ຕົວຈິງ ເຮັດວຽກ ແລະ ທ່ຽວຮອບໂລກ

ແບ່ງປັນ

ເລື່ອງລາວທີ່ໜ້າສົນໃຈໃນມື້ນີ້ ຂໍເອົາໃຈສາວໆທີ່ມັກໃນອາຊີບວຽກງານທີ່ມີຄວາມທ້າທາຍ ແລະ ໄດ້ທ່ອງທ່ຽວໄປທົ່ວໂລກໃນເວລາດຽວກັນ ເຊິ່ງຂວັນໃຈຈະພາມາຮູ້ຈັກກັບສາວນັກບິນຕ່າງປະເທດ ແລະ ຕ່າງທະວີບຄົນນີ້ມານໍາສະເໜີ ເຊິ່ງບອກໄດ້ເລີຍວ່າ ຖ້າສາວໆຄົນໃດໄດ້ອ່ານເລື່ອງລາວຂອງສາວຄົນນີ້ ຮັບຮອງວ່າຕ່ອມອິດສາຈະຕ້ອງເຮັດວຽກທັນທີເລີຍແຫລະ!! Okay let’s go…..

Michelle Gooris ເປັນນັກບິນສາວງາມ ອາຍຸ 28 ປີ ຈາກ Netherland ທະວີບເອີຣົບ ເປັນຜູ້ຍິງທີ່ມີຄວາມທຽບພ້ອມໃນລະດັບດີ ດ້ວຍຄວາມງາມ, ຄວາມເທ້ ແລະ ເກັ່ງຂອງລາວ ທີ່ເຮັດໃຫ້ມີຜູ້ຕິດຕາມທາງ Instagram ທີ່ໃຊ້ຊື່ວ່າ Dutchpilotgirl ສູງເຖິງ 54, 000 ຄົນ! ເລີດທີ່ສຸດ!!

ນອກຈາກ Michelle ມີອາຊີບເປັນນັກບິນແລ້ວ ລາວກໍຍັງຂຽນບຣ໋ອກຮວບຮວມການທ່ອງທ່ຽວຂອງໂຕເອງໃນຊື່ດຽວກັນ ເຊິ່ງຈະເອົາໄວ້ອັບເດດເລື່ອງລາວການເຮັດວຽກ ແລະ ສະຖານທີ່ທີ່ໂຕເອງໄດ້ໄປທ່ຽວໃຫ້ແຟນໆໄດ້ຕິດຕາມຢູ່ເລື້ອຍໆ.

Michelle ເລີ່ມຮຽນການບິນທີ່ສະຖາບັນ CAE Aviation Academy Amsterdam ໃນປະເທດ Netherland ຕອນອາຍຸ 19 ປີ ແລະ ປັດຈຸບັນລາວເຮັດວຽກເປັນນັກບິນທີ່ສາຍການບິນ Ryanair. Michelle ມັກຈະຖ່າຍຮູບກ່ອນເຮັດວຽກຢູ່ເລື້ອຍໆ ເຊິ່ງການຖ່າຍຮູບຂອງລາວກໍແມ່ນບໍ່ຄືໃຜທັງນັ້ນ ເພາະບ່ອນເຮັດຂອງລາວແມ່ນຢູ່ໃນຫ້ອງເປັນສ່ວນທີ່ຄວບຄຸມເຄື່ອງບິນພຸ້ນຕົວະ!! ຈັງແມ່ນໂຄດ cool ເລີຍເນາະ!!

ຫຼັງຈາກປະຕິບັດໜ້າທີ່ວຽກງານແລ້ວ Michelle ກໍຈະໃຊ້ເວລາຫວ່າງໃຫ້ເປັນປະໂຫຍດແກ່ໂຕເອງ ເຊັ່ນ: ອອກໄປທ່ອງທ່ຽວສະຖານທີ່ຕ່າງໆທົ່ວໂລກ ເຊິ່ງສະຖານທີ່ທີ່ລາວໄປໃນແຕ່ລະບ່ອນກໍຈະມີການແຊະພາບງາມໆມາລົງໄວ້ທີ່ Instagram ສ່ວນຕົວນັ້ນເອງ. Michelle ເປັນຄົນຫຼົງໄຫຼໃນທໍາມະຊາດ ແລະ ມັກຄວາມທ້າທາຍເປັນທີ່ສຸດ.

ແລະ ສໍາລັບໃຜທີ່ມີຄວາມຝັນຢາກຈະເປັນນັກບິນ Michelle ກໍໄດ້ບອກໄວ້ວ່າ ຢ່າທໍ້ທີ່ຈະເດີນທາງໄປຫາຄວາມຝັນ, ຈົ່ງມີຄວາມພະຍາຍາມ ແລະ ຂໍໃຫ້ມີຄວາມຕັ້ງໃຈ ເພື່ອອານາຄົດໃນມື້ໃດມື້ໜຶ່ງຕ້ອງມີຈັກມື້ທີ່ເປັນຂອງເຮົາ ດັ່ງຄໍາເວົ້າທີ່ວ່າ “ຄວາມພະຍາຍາມຢູ່ໃສ ຄວາມສໍາເລັດກໍຢູ່ທີ່ນັ້ນ” ແລະ ເມື່ອໃດກໍຕາມທີ່ເຮົາເຮັດຕາມຄວາມຝັນໄດ້ສໍາເລັດແລ້ວ ກໍຢ່າລືມອອກໄປໃຊ້ຊີວິດໃນແບບທີ່ເຮົາມີຄວາມສຸກກັບມັນໃຫ້ເຕັມທີ່.

ເອີ້ນໄດ້ວ່າ Michelle Gooris ນັ້ນເປັນຜູ້ຍິງທີ່ໃຊ້ຊີວິດຢ່າງມີຄວາມສຸກຄົນໜຶ່ງຂອງໂລກເລີຍແຫລະ!! ຊີວິດດີ້ດີ, ວຽກງານກໍດີ ແຖມຍັງໄດ້ທ່ຽວຕະຫຼອດອີກ….ຕິດຕາມລາວໄດ້ທີ່: Pilot Madeleine ຫຼື Instagram ໄດ້ທີ່ @pilotmadeleine

ຂໍ້ມູນຈາກ: www.thisisinsider.com

ແບ່ງປັນ