Breaking News

ມາຮູ້ຈັກກັບ ມິນຕາ ກັບບົດບາດການສະແດງSeriesເລື່ອງທໍາອິດໃນຊີວິດ

ແບ່ງປັນ

ປັດຈຸບັນວົງການບັນເທິງຂອງລາວກໍາລັງໄດ້ຮັບຄວາມນິຍົມ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນວົງການຕ່າງ ເຊັ່ນວ່າ ວົງການ ນາງງາມ-ນາງແບບ, ຮູບເງົາລາວ ຫຼືລະຄອນ​(Series) ເຊິ່ງວ່າຫຼາຍໆເລື່ອງກໍໄດ້ອອກອາກາດໄປແລ້ວ, ບາງເລື່ອງກໍກໍາລັງຖ່າຍທໍາ ຫຼືບາງເລື່ອງຖ່າຍທໍາແລ້ວ ແລະ ຢູ່ໃນຂັ້ນຕອນລໍຖ້າການເປີດໂຕຢ່າງເປັນທາງການເທົ່ານັ້ນ ເຊັ່ນ ເລື່ອງ ສະບາຍດີຊໍາເໜືອ ທີ່ເພີ່ນໄດ້ຄັດເລືອກເອົານັກສະແດງນໍາ (ນາງເອກ) ເປັນນັກສະແດງໜ້າໃໝ່ ແລະ ເປັນຄົນເໜືອໂດຍແທ້ເພື່ອຄວາມສົມຈິງ ແລະ ແນ່ນອນຂວັນໃຈຈະພາມາຮູ້ຈັກກັບນາງເອກຄົນນີ້ກ່ອນທີ່ຮູບເງົາຈະອອກອາກາດ ເຊິ່ງບອກໄດ້ເລີຍວ່ານາງເອກຄົນນີ້ບໍ່ແມ່ນທໍາມະດາມີດີກຣີເປັນທ່ານຫມໍການຢາທີ່ຈົບຈາກຕ່າງປະເທດພຸ້ນເດີແຟນໆ!! ເຊິ່ງ ຈະແມ່ນໃຜນັ້ນ ມາອ່ານນໍາກັນເລີຍ…..

ນ້ອງ ມິນຕາ ພຸດສະຫວັນ ໃນ Series ເລື່ອງ “ສະບາຍດີຊໍາເໜືອ” ເປັນ Series ຈາກໄຕ໋ບ້ານ ເຊິ່ງຕອນນີ້ຢູ່ໃນຂັ້ນຕອນລໍຖ້າການເປິດໂຕ ທີ່ນ້ອງມິນຕາໄດ້ຮັບບົດເປັນນາງເອກ ແລະ ພະເອກຄູ່ກໍແມ່ນ ໝຸ່ມ ເທເລີ້ ສີສົມບັດ ນັ້ນເອງ. ປັດຈຸບັນມິນຕາ ອາຍຸ 22 ປີ ເຊິ່ງຫາກໍຈົບການສຶກສາ ແພດການຢາ ທີ່ມະຫາວິທະຍາໄລແພດສາດຮ່າຕິງ ສສ ຫວຽດນາມ. ປັດຈຸບັນຢູ່ພາຍໃຕ້ສັງກັດຂອງບໍລິສັດ ດີເວີ້.

ມິນຕາໄດ້ໃຫ້ສໍາພາດກັບທີມຂ່າວ “ມ່ວນ” ກ່ຽວກັບການໄດ້ມາສະແດງ Series ເລື່ອງນີ້ວ່າ “ຕອນທໍາອິດກໍບໍ່ຮູ້ຫຍັງ ແຕ່ບັງເອີ້ນເອື້ອຍໄດ້ສົ່ງຮູບນ້ອງໃຫ້ເຟສ໌ໄຕ໋ບ້ານ ຕອນເພີ່ນກໍາລັງຄັດເອົານັກສະແດງ ຫຼັງຈາກນັ້ນ ທີມງານຂອງໄຕ໋ບ້ານກໍໄດ້ຕິດຕໍ່ກັບມາ ຕອນນັ້ນແມ່ນຮູ້ສຶກດີໃຈຫຼາຍ ເພາະເປັນເທື່ອທໍາອິດທີ່ໄດ້ສະແດງSeries ທີ່ຜ່ານມາການຮັບກໍມີແຕ່ວຽກຖ່າຍຮູບ ແລະ ລີວິວສິນຄ້າ”

ມິນຕາ ເຄີຍປະກວດນາງສັງຂານຂອງແຂວງຫົວພັນ ເຊິ່ງໄດ້ອັນດັບ 2 ແລະ ຍັງໄດ້ຮັບລາງວັນນາງສາວຂວັນໃຈມວນຊົນ. ເວລາຫວ່າງມິນຕາຈະມັກໄປພັກຜ່ອນກັບຄອບຄົວຕາມສະຖານທີ່ໃກ້ຕົວເມືອງ ແລະ ເຮັດສວນປູກຜັກນໍາຄອບຄົວ ເພາະຄອບຄົວມິນຕາເປັນຄອບຄົວທີ່ເຮັດວຽກກ່ຽວກັບແພດຫມໍ ຈຶ່ງບໍ່ຄ່ອຍມີເວລາຫວ່າງປານໃດ.

ຜົນງານໃນວົງການບັນເທິງທີ່ຜ່ານມາມີ: ໄດ້ຮັບເປັນພີເຊັນເຕີໃຫ້ສິນຄ້າໄຟເບີ້ ແລະ ເປັນນາງແບບໃຫ້ກັບ Brand ດີເວີ້ ນອກຈາກນັ້ນຍັງຮັບໂປຣໂມດທົ່ວໄປ ແລະ ຫຼ້າສຸດກໍແມ່ນໄດ້ຮັບເປັນນັກສະແດງ Series ໃຫ້ກັບ ໄຕ໋ບ້ານ. ສ່ວນສາຍາທີ່ໝູ່ມັກເອີ້ນແມ່ນ: ແມງບູດ ເພາະເປັນຄົນບໍ່ມັກເວົ້າ ແລະ ເວົ້າບໍ່ເກັ່ງແລ້ວກໍບໍ່ມັກຍີ້ມ ກໍເລີຍໄດ້ສາຍານີ້ມາ.

ຄໍາຄົມປະຈໍາໃຈແມ່ນ: “ທໍ້ໄດ້ແຕ່ຫ້າມຖອຍ ເພາະມີພໍ່ແມ່ຖ້າເບິ່ງຜົນສໍາເລັດຂອງເຮົາທຸກກ້າວ”. ສໍາຫຼັບເປົ້າໝາຍໃນຊີວິດແມ່ນ ເຮັດໃຫ້ພໍ່ແມ່ ແລະ ຕົນເອງມີຄວາມສຸກຄວາມສະບາຍໄປພ້ອມໆກັນ ເຮັດວຽກງານທີ່ຢູ່ໃນຄວາມຖືກຕ້ອງ ບໍ່ສ້າງຄວາມເດືອນຮ້ອນໃຫ້ສັງຄົມ ຄືເປົ້າໝາຍຂອງສາວມິນຕາ.

ສ່ວນແຟນໆທ່ານໃດທີ່ຢາກຕິດຕາມຜົນງານ ແລະ ຄວາມໜ້າຮັກຂອງມິນຕາແມ່ນສາມາດຕິດຕາມໄດ້ທີ່ FB Minta Phoutsavanh.

ຂອບໃຈຂໍ້ມູນຈາກ: Muan.la ແລະ FB Minta Phoutsavanh

ແບ່ງປັນ