Breaking News

ຢາກໃຫ້ຜູ້ຍິງໄດ້ອ່ານ! ແລ້ວເຈົ້າຊິຈື່ໄປຕະຫຼອດຊິວິດ

ແບ່ງປັນ

ບົດຄວາມດີໆຈາກໃຈພໍ່ຄົນໜຶ່ງ ເຕືອນສະຕິລູກສາວວ່າ…

ຄົນບາງຄົນເໝາະສົມກັບລູກ ແຕ່…ເຂົາບໍ່ຮັກລູກ ຄົນບາງຄົນຮັກລູກ ແຕ່…ເຂົາບໍ່ເໝາະສົມກັບລູກ ຖ້າຢາກຮູ້ວ່າເຂົາຮັກຈິງ ຫຼືບໍ່ ຢ່າໃຊ້ຫູຟັງ ແຕ່ຈົ່ງໃຊ້ຕາເບິ່ງ ວ່າເຂົາຈະທຸ້ມເທຕໍ່ລູກພຽງໃດ.

ຖ້າຢາກຮູ້ວ່າເຂົາເໝາະສົມກັບລູກ ຫຼືບໍ່ ຢ່າຕັດສິນເຂົາວ່າ ມີອັນໃດແດ່? ແຕ່ຈົ່ງຕັດສິນຈາກຮອຍຍີ້ມຂອງລູກ ແລະ ນໍ້າຕາທີ່ຕ້ອງຫຼັ່ງໄຫຼເພາະເຂົາ…ຄົນທີ່ເຮັດໃຫ້ລູກຮ້ອງໄຫ້ຢູ່ສະເໝີນັ້ນ ຕໍ່ໃຫ້ພຽບພ້ອມປານໃດກໍຢ່າເລືອກຝາກຊີວິດໄວ້…ຄົນທີ່ເຮັດໃຫ້ລູກຍິ້ມໄດ້ ຕໍ່ໃຫ້ຖານະຍາກຈົນພຽງໃດກໍຄຸ້ມຄ່າທີ່ຈະຝາກຊີວິດໄວ້.”ຈົ່ງເລືອກເໝື່ອຍເພາະຫົວ ຢ່າເລືອກສະບາຍຕົວ ແຕ່ຮ້ອງໄຫ້ທຸກມື້”

ເລືອກຄົນທີ່ເກັບຮູບເຮົາໄວ້ໃນກະເປົາເງິນຂອງເຂົາ ເລືອກຄົນທີ່ກ້າໂພສຮູບເຮົາ ໄວ້ໜ້າໄທມ໌ໄລນ໌ຂອງເຂົາ ເລືອກຄົນທີ່ກ້າໃຫ້ເຮົາຮູ້ການເຄື່ອນໄຫວຂອງເຂົາ ເລືອກຄົນທີ່ກ້າທຸ່ມເທ ຄວາມຮັກໃຫ້ກັບເຮົາ…

ຖ້າການຄົບຫາກັນແລ້ວ ເຂົາຄົນນັ້ນບໍ່ໄດ້ຊ່ວຍໃຫ້ເຮົາດູດີຂຶ້ນໃນສາຍຕາຂອງຄົນອື່ນ ພໍ່ຕ້ອງສະແດງຄວາມເສຍໃຈນຳ “ເຈົ້າເລືອກຄົນຜິດແລ້ວ” ເພາະຖ້າຫາກເຂົາຮັກເຮົາແທ້ ເຂົາຈະບໍ່ຍອມໃຫ້ຄົນຮັກຂອງເຂົາຕົກຕໍ່າໃນສາຍຕາຂອງຜູ້ອື່ນ

ຜູ້ຊາຍບາງຄົນທີ່ເຈົ້າຮັກ ເຂົາຕ້ອງການໃຊ້ຊີວິດກັບເຈົ້າຕະຫຼອດຊີວິດ ຜູ້ຊາຍບາງຄົນທີ່ເຈົ້າຮັກ ເຂົາຕ້ອງການໃຊ້ຊີວິດຊົ່ວຄາວ ຄົນທີ່ຕ້ອງການໃຊ້ຊິວິດກັບເຈົ້າທັງຊີວິດນັ້ນ ເຂົາອາດຈະບໍ່ໄດ້ຊື້ເຄື່ອງຂອງ ຫຼືບອກຮັກເຮົາທຸກມື້ ເພາະເຂົາຈະພະຍາຍາມສ້າງຕົວເພື່ອເຈົ້າ ແລະ ຄອບຄົວ ສ່ວນຄົນທີ່ຕ້ອງການໃຊ້ຊີວິດກັບເຈົ້າພຽງຊົ່ວຄາວນັ້ນ ເຂົາຈະຖວາຍທຸກຢ່າງໃຫ້ກັບເຈົ້າ ສະເໝືອນວ່າ “ຫາກຂາດເຈົ້າ ເຂົາຂາດໃຈ”

ດັ່ງນັ້ນ “ຜູ້ຊາຍດີໆ ຈະຄິດເຖິງການຮ່ວມຊີວິດ” ສ່ວນ “ຜູ້ຊາຍຊົ່ວໆ ຈະຄິດເຖິງການຮ່ວມຫຼັບນອນ” ທີ່ເວົ້າແບບນີ້ ກໍເພາະພໍ່ເປັນຜູ້ຊາຍ ເຊິ່ງຜູ້ຊາຍຍ່ອມຮູ້ສັນດານແຫ່ງຜູ້ຊາຍໄດ້ດີຍິ່ງກວ່າໃຜໆໃນໂລກນີ້.

ລູກເອີຍ! ເຈົ້າຮັກຕົວເອງໄດ້ຫຼາຍເທົ່າໃດ ເຈົ້າກໍມີຄ່າແກ່ຕົວເອງ ແລະ ຄົນອື່ນຫຼາຍເທົ່ານັ້ນ…ຢ່າເອົາອົກເອົາໃຈຄົນອື່ນຈົນລືມຫ່ວງໄຍຕົວເອງ ຊີວິດໜຶ່ງໆບໍ່ໄດ້ຍືນຍາວຄືສາຍໄຟຟ້າ ລູກຈົ່ງຈົດຈຳໄວ້ວ່າ “ຫາກການມີຄູ່ແລ້ວເປັນທຸກ ຢູ່ຄົນດຽວນັ້ນແຫຼະດີກ່ວາ ແລ້ວພໍ່າພຽນຮັກສາດວງໃຈນ້ອຍໆຂອງເຈົ້າໃຫ້ເປັນສຸກ ດ້ວຍຕົວເຈົ້າເອງເຖີດ”

ຂອບໃຈຂໍ້ມູນຈາກ: ໜ້າຮັກ – Studio

ແບ່ງປັນ