Breaking News

ດື່ມນໍ້າເຢັນຕອນມີປະຈໍາເດືອນ ຜົນທີ່ຕາມມາກໍຈະເປັນແບບນີ້…..

ແບ່ງປັນ

ມື້ນັ້ນຂອງເດືອນ ແມ່ນເວລາທີ່ຮ່າງກາຍບອບບາງ ເຊິ່ງແຕ່ລະຄົນກໍຈະມີອາການທີ່ແຕກຕ່າງກັນໄປ ເຊັ່ນວ່າ ເຈັບທ້ອງ, ເປັນສິວ, ກິນຫຼາຍຂຶ້້ນ ແລະ ອາລົມແປປວນງ່າຍ. ສ່ວນວ່າອາການຕ່າງໆມັກຈະເກີດຂຶ້ນໃນເວລາທີ່ມີຮອບປະຈໍາເດືອນກໍອາດຈະມີ: ອ່ອນເພຍ, ປວດເມື່ອຍກ້າມເນື້ອ ແລະ ເຈັບທ້ອງ ເຊິ່ງຖ້າເຮົາເຈັບທ້ອງຮຸນແຮງຂຶ້ນ ອາລົມກໍຈະແປປວນ ແລະ ງຸດງິດໄດ້ງ່າຍ ແຕ່ມັນກໍຂຶ້ນກັບສະພາບຮ່າງກາຍຂອງແຕ່ລະຄົນ ບາງຄົນມີອາການຫຼາຍ ຫຼືບາງຄົນກໍບໍ່ມີອາການຫຍັງເລີຍ ພ້ອມກັບຄວາມເຊື່ອທີ່ວ່າ ຫ້າມດື່ມນໍ້າເຢັນໃນລະຫວ່າງທີ່ເປັນປະຈຳເດືອນ ເພາະຈະເຮັດໃຫ້ເຮົາເຈັບທ້ອງ! ເລື່ອງນີ້ເປັນຄວາມຈິງ ຫຼືບໍ່? ມື້ນີ້ Kuanjai ຈະມາໄຂຂໍ້ຂ້ອງໃຈຂອງບັນດາສາວໆທັງຫຼາຍ ໄປເບິ່ງນໍາກັນເລີຍ…..

ຄວາມເຊື່ອເລື່ອງຫ້າມດື່ມນໍ້າເຢັນຕອນມີປະຈຳເດືອນ ແມ່ນແທ້ ຫຼືບໍ?

ການດື່ມນໍ້າເຢັນແມ່ນຈະເຮັດໃຫ້ອຸນຫະພູມໃນຮ່າງກາຍຂອງສາວໆນັ້ນຫຼຸດລົງຕໍ່າກວ່າປົກກະຕິ ເຊິ່ງຄວາມເຢັນຈະເຮັດໃຫ້ເລືອດມີການປີບຕົວ ອັນເປັນເຫດເຮັດໃຫ້ປະຈໍາເດືອນຂອງເຮົານັ້ນອອກມານ້ອຍລົງ ທາງທີ່ດີເຮົາຄວນຮັກສາສະພາບອຸນຫະພູມໃນຮ່າງກາຍໃຫ້ຄົງທີ່ໄວ້ກໍຈະເປັນການດີ ເພາະຈະເຮັດໃຫ້ຮ່າງກາຍເຮົາຂັບໄລ່ເລືອດອອກມາໄດ້ດີເປັນປົກກະຕິນັ້ນເອງ ສ່ວນອາການເຈັບທ້ອງນັ້ນແມ່ນຂຶ້ນຢູ່ກັບສຸຂະພາບຮ່າງກາຍຂອງແຕ່ລະຄົນ ຖ້າສຸຂະພາບດີອາການເຈັບທ້ອງກໍຈະບໍ່ມີ ຫຼືຖ້າມີກໍອາດຈະມີນ້ອຍ ແຕ່ຖ້າສຸຂະພາບອ່ອນເພຍຢູ່ແລ້ວອາການເຈັບທ້ອງກໍອາດຈະເພີ່ມຂຶ້ນໄດ້ເຊັ່ນກັນ.

ສະຫລຸບສັ້ນໆວ່າ ຖ້າຢາກດື່ມນໍ້າເຢັນກໍສາມາດດື່ມໄດ້ ແຕ່ຄວນດື່ມໃນປະລິມານທີ່ນ້ອຍຈະເປັນການດີ ແຕ່ທາງທີ່ດີທີ່ສຸດແມ່ນຄວນດື່ມນໍ້າອຸ່ນ ຫຼືນໍ້າດື່ມໃນອຸນຫະພູມປົກກະຕິຈະດີກວ່າ ເພື່ອເປັນການຮັກສາອຸນຫະພູມໃນຮ່າງກາຍໃຫ້ຄົງທີ່ ແລະ ເປັນປົກກະຕິນັ້ນເອງ.

ຂໍ້ມູນຈາກ: https://www.sanook.com/health/6353

ແບ່ງປັນ