Breaking News

Jessica Liu ຜູ້ຍິງທີ່ມີອິດທິພົນທີ່ສຸດໃນວົງການ E-Commerce ຂອງຈີນ

ແບ່ງປັນ

Essica Liu ຜູ້ຍິງທີ່ມີອິດທິພົນທີ່ສຸດໃນວົງການ E-Commerce ຂອງຈີນ ເຊິ່ງເມື່ອເວົ້າເຖິງເວທີການຄ້າ e-commerce ທີ່ໃຫຍ່ທີ່ສຸດຂອງຈີນ ໜຶ່ງໃນນັ້ນແມ່ນຕ້ອງມີຊື່ວ່າ Tmall ຈາກບໍລິສັດ Alibaba ຂອງ Jack Ma ທີ່ເອີ້ນໄດ້ວ່າເປັນເວບໄຊທ໌ E-Commerce ທີ່ໃຫຍ່ທີ່ສຸດຂອງ B2C ໃນປະເທດ ແລະ ໜຶ່ງໃນບຸກຄົນສຳຄັນໃນການຂັບເຄື່ອນ Tmall ກໍຄື “Jessica Liu”.

ເລື່ອງຂອງ Liu ໜ້າສົນໃຈແນວໃດ?
ເປັນຫຍັງ Liu ຈຶ່ງຖືກເອີ້ນວ່າເປັນແມ່ຍິງທີ່ມີອິດທິພົນສຸດໃນວົງການ e-commerce ຂອງຈີນ?

Jessica Liu ເປັນປະທາແຟຊັ່ນ ແລະ brands ຫລູຫລາ ຄົນປັດຈຸບັນຂອງ Tmall. Liu ໄດ້ເຂົ້າມາເຮັດວຽກກັບບໍລິສັດ Alibaba ໃນປີ 2012 ເຊິ່ງຄວາມເປັນຈິງແລ້ວ Liu ເປັນຄົນທີ່ຄຸກຄີຢູ່ໃນວົງການຂອງ E-Commerce ມາໂດຍຕະຫຼອດ ກ່ອນທີ່ຈະມາເຮັດວຽກຢູ່ Alibaba Groupອີກ.

Liu ໄດ້ເລີ່ມຕົ້ນເສັ້ນທາງອາຊີບຢູ່ທີ່ສໍານັກພິມ China Machine Press ແລະ ໃນປີ 2005 Liu ກໍໄດ້ຍ້າຍໄປເຮັດວຽກກັບ Amazon.cnເປັນຝ່າຍເບິ່ງວຽກກ່ຽວກັບການຈໍາໜ່າຍໜັງສື ລວມທັງສິນຄ້າເຄື່ອງກິລາ ເຊິ່ງວຽກງານຕ່າງເຫຼົ່ານີ້ເອງທີ່ເຮັດໃຫ້ Liu ໄດ້ຮຽນຮູ້ວິທີການກໍານົດລາຄາ, ຮຽນຮູ້ເຕັກໂນໂລຊີ ແລະ ເຂົ້າໃຈປະສົບການຂອງຜູ້ບໍລິໂພກ ແລະ ເລື່ອງອື່ນໆລວມທັງເລື່ອງແຟຊັ່ນນັ້ນເອງ.

ເຊິ່ງຕໍ່ມາ Liu ຄືດວ່າການເຮັດວຽກຂອງບໍລິສັດ E-Commerce ຢູ່ພາຍໃນ ແລະຕ່າງປະເທດ ແມ່ນມີຄວາມແຕກຕ່າງກັນ ດັ່ງນັ້ນ Liu ຈຶ່ງຕັດສິນໃຈມາເຮັດວຽກຮ່ວມກັບ Alibaba ເພື່ອຊອກຮູ້ວ່າຈະມີ Model ໃດທີ່ໜ້າສົນໃຈທີ່ຈະມາຊ່ວຍເຮັດໃຫ້ຕະຫຼາດ E-Commerce ຂອງຈີນປະສົບຜົນສຳເລັດຫຼາຍກ່ວາທີ່ເປັນຢູ່.

ຜົນງານທີ່ໂດດເດັ່ນຂອງ Liu ກໍຄືການເອົາ Brands ຕ່າງປະເທດເຂົ້າມາໃນ Tmall ເປັນຕົ້ນແມ່ນ Burberry, Tod’s, Zenith, La Mer, Maserati ແລະ Swarovski. ໃນປີ 2017 Liu ໄດ້ເປີດຕົວ “Luxury Pavilion” ທີ່ມີການດຶງເອົາ brands ຫລູເຂົ້າມາສູ່ Tmall ແລະ ສ້າງພື້ນທີ່ສໍາລັບລູກຄ້າທີ່ຕ້ອງການຊື້ສິນຄ້າລະດັບພຣີມຽມໂດຍສະເພາະ ເພາະ Liu ເບິ່ງເຫັນວ່າກຸ່ມລູກຄ້າຈີນທີ່ມີກໍາລັງການຊື້ສິນຄ້າໃນລະດັບນີ້ແມ່ນຂ້ອນຂ້າງມີຫຼາຍ

ເຊິ່ງໃນໄລຍະນັ້ນ Liu ສາມາດສ້າງລາຍໄດ້ໃຫ້ກັບ Tmall ເຖິງ 9,900 ລ້ານໂດລາສະຫະລັດ ແລະ ຍອດເພີ່ມຂື້ນ 61% ຈາກປີກ່ອນ, ພາຍຫຼັງທີ່ໄດ້ມີການປະກາດຜົນປະກອບການດັ່ງກ່າວ ກໍປາກົດວ່າຫຸ້ນທີ່ຈົດທະບຽນໃນ New York ຂອງ Alibaba ກໍເພີ່ມຂື້ນເຖິງ 3,5 ເປີເຊັນ.

ນອກຈາກນັ້ນ, ອີກຜົນງານໜຶ່ງທີ່ໜ້າສົນໃຈຂອງ Liu ກໍຄື ແຄມເປນ “see now, buy now” ໃນງານ New York Fashion Week ຕົ້ນປີ 2018 ໂດຍການນໍາປະໂຫຍດຈາກເຕັກໂນໂລຊີມາເຊື່ອມຕໍ່ລະຫວ່າງນັກອອກແບບຊາວຈີນ ແລະ ຜູ້ຊື້ໃນທົ່ວໂລກ ໃນຮູບແບບໃຫ້ລູກຄ້າສາມາດສັ່ງຊື້ສິນຄ້າທີ່ເຂົາເຈົ້າເຫັນຈາກເວທີການເດີນແບບໄດ້ທັນທີ ເຊິ່ງເລື່ອງນີ້ກາຍເປັນປະກົດການທີ່ສ້າງຄວາມຮືຮາ ແລະ ຖືເປັນການເປີດຕົວໃຫ້ຄົນໄດ້ຮູ້ຈັກ Tmall ໄດ້ຢ່າງໜ້າສົນໃຈ ຈົນວາລະສານຕ່າງໆທີ່ມີຊື່ສຽງຂອງໂລກຕ້ອງໄດ້ຂຽນເຖິງຂ່າວນີ້.

ສຳລັບຄົນທີ່ບໍ່ເຄີຍອ່ານເລື່ອງລາວຂອງ Liu ມາກ່ອນ ອາດຈະເບິ່ງວ່າການທີ່ຈະເອົາຊະນະການຕະຫລາດ E-Commerce ແມ່ນຕ້ອງຂາຍສິນຄ້າໃນລາຄາຖືກ ແຕ່ສຳລັບ Liu ແມ່ນເບິ່ງທີ່ວ່າ “ການເປີດໃຈຍອມຮັບສິ່ງໃຫມ່ ແລະ ຄວາມຫຼາກຫຼາຍ” ເປັນສິ່ງສຳຄັນທີ່ສຸດໃນການເຂົ້າມາຫຼີ້ນໃນສະໜາມແຫ່ງນີ້.

ເຊິ່ງການເປີດໃຈຢູ່ສະເໝີໆ ຈະຊ່ວຍໃຫ້ທຸກຄົນພ້ອມເປີດຮັບຂໍ້ມູນໃໝ່ໆ, ນະວັດຕະກຳໃໝ່ໆ ແລະ ເຖິງວ່າວິທີການເກົ່າໆຈະເຄີຍເຮັດໃຫ້ເຮົາປະສົບຜົນສຳເລັດກໍຕາມ ແຕ່ສຳລັບການເຈາະຕະຫຼາດອອນລາຍໃນມື້ນີ້ ຖ້າບໍ່ພ້ອມທີ່ຈະຮັບນະວັດຕະກຳທີ່ມີການພັດທະນາຢູ່ຕະຫຼອດ ມັນກໍເປັນເລື່ອງຍາກທີ່ຈະປະສົບຜົນສໍາເລັດໄດ້.

This image has an empty alt attribute; its file name is 04a97d_96286e5aff574450b174d86a55f0ffc4_mv2.jpg
This image has an empty alt attribute; its file name is large_23203_2787361.jpg

ສະຫຼຸບວ່າ: ສິ່ງສຳຄັນທີ່ເຮັດໃຫ້ Jessica Liu ກາຍເປັນໜຶ່ງໃນຜູ້ຍິງທີ່ມີອິດທິພົນທີ່ສຸດໃນວົງການ E-Commerce ຂອງຈີນກໍຄື ຄວາມເຂົ້າໃຈລູກຄ້າ ແລະ ການຊອກຫາໂອກາດໃໝ່ໆ ລວມເຖິງການຮູ້ຈັກນຳໃຊ້ເຕັກໂນໂລຊີໃຫ້ເກີດປະໂຫຍດ ເຊິ່ງ Jessica Liu ໄດ້ພິສູດແລ້ວວ່າ ຍິ່ງສາມາດສ້າງຄວາມເຊື່ອມໂຍງລະຫວ່າງ Brand ແລະ ຜູ້ບໍລິໂພກໄດ້ຫຼາຍເທົ່າໃດ Brand ກໍຈະປະສົບຜົນສໍາເລັດຫຼາຍຂຶ້ນເທົ່ານັ້ນ.

ຂໍ້ມູນຈາກ

https://digiday.com/…/see-now-buy-now-makes-sense…/https://www.forbes.com/…/alibaba-fashion-execs…/…https://jingdaily.com/president-tmall-fashion…/https://www.businessoffashion.com/commu…/people/liu-xiuyun

ແບ່ງປັນ