Breaking News

ຍິນດີນໍາ!!! ປັ໊ບ ໂປເຕໂຕ ຈູງມືແຟນສາວເຂົ້າປະຕູວິວາໄປທີ່ຮຽບຮ້ອຍແລ້ວ

ແບ່ງປັນ

ປັ໊ບ ໂປເຕໂຕ ສິນລະປິນ-ນັກຮ້ອງນໍາວົງດັງຂອງປະເທດໄທນັ້ນກໍຄືວົງ Potato ເຊິ່ງທີ່ມີຜົນງານເພລງຫຼາກຫຼາຍທີ່ໂດ່ງດັງ ບໍ່ວ່າຈະເປັນເພລງ “ทิ้งไว้กลางทาง” (ຖິ້ມໄວ້ກາງທາງ), “ขอบคุณที่รักกัน” (ຂອບໃຈທີ່ຮັກກັນ) ແລະ ເພລງດັງອີກຫຼາຍໆເພລງ… ແອັດເອງກໍເປັນອີກຄົນທີ່ເປັນແຟນຄລັບ ແລະ ຕິດຕາມຜົນງານຂອງວົງນີ້ມາຕະຫຼອດ ແລະ ເຊື່ອວ່າຍັງມີອີກຫຼາຍຄົນທີ່ເປັນແຟນເພລງຂອງວົງນີ້ເຊັ່ນກັນ. ຫຼ້າສຸດເມື່ອບໍ່ດົນມານີ້ໜຸ່ມ ປັ໊ບ ໂປເຕໂຕ ກໍໄດ້ຈູງມືແຟນສາວ ເຂົ້າປະຕູວິວາໄປນໍາກັນໄປທີ່ຮຽບຮ້ອຍໃນວັນທີ 15 ຕຸລາ 2020 ຜ່ານມາ ເຊິ່ງມື້ນີ້ຂວັນໃຈກໍອົດບໍ່ໄດ້ຈະພາທຸກຄົນໄປເບິ່ງພາບບັນຍາກາດງານແຕ່ງຂອງ ໜຸ່ມ ປັ໊ບ ໂປເຕໂຕ ແລະ ແຟນສາວ ໃບເຕີຍ ສຸວະພິດຊະຍາ ຈະຫວານຊໍ້າໃດນັ້ນເຮົາໄປເບິ່ງນໍາກັນເລີຍ!!!

ปั๊บ โปเตโต้ ใบเตย สุวพิชญ์
ปั๊บ โปเตโต้ ใบเตย สุวพิชญ์
ปั๊บ โปเตโต้ ใบเตย สุวพิชญ์
ปั๊บ โปเตโต้ ใบเตย สุวพิชญ์

ຖືໄດ້ວ່າເປັນພາບບັນຍາກາດງານແຕ່ງທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມຍິນດີຈາກພີ່ນ້ອງ-ໝູ່ເພື່ອນ, ມີທັງຮອຍຍິ້ມ ແລະ ນໍ້າຕາແຫ່ງຄວາມສຸກ!! ຈັງໃດຂວັນໃຈກໍຂໍສະແດງຄວາມຍິນດີນໍາໜຸ່ມ ປັ໊ບ ໂປເຕໂຕ ແລະ ແຟນສາວ ນໍາເດີ້!!! ຂໍໃຫ້ຮັກກັນຕະຫຼອດໄປເດີ້!!!!!!

ແບ່ງປັນ