Breaking News

ຕຸກຕາ ພົມດາສິດ ML26 ຕົວແທນຈາກນະຄອນຫລວງ(ໄດ້ມາຢືນຢູ່ເວທີອັນຊົງກຽດນີ້ຄັ້ງໜຶ່ງໃນຊີວິດກໍຖືໄດ້ວ່າເປັນຄວາມພາກພູມໃຈທີ່ສຸດແລ້ວ)

ແບ່ງປັນ

ເວທີການປະກວດນາງງາມບ້ານເຮົາເປັນອີກເວທີໜຶ່ງທີ່ເປີດໂອກາດໃຫ້ແມ່ຍິງລາວເຮົາໄດ້ສະແດງຄວາມຮູ້, ຄວາມສາມາດ ພ້ອມທັງບອກໃຫ້ໂລກຮູ້ວ່າ ແມ່ຍິງລາວເຮົາກໍມີດີບໍ່ແພ້ຊາດໃດໃນໂລກ. ຫຼ້າສຸດເມື່ອບໍ່ດົນມານີ້ເວທີການປະກວດນາງງາມລາວ Miss Laos 2020 ກໍໄດ້ຈັດການປະກວດຂຶ້ນອີກຄັ້ງ ແລະ ໄດ້ຄັດເລືອກສາວງາມທີ່ຜ່ານເຂົ້າຮອບທັງໝົດ 40 ຄົນ ເວົ້າໄດ້ເລີຍວ່າແຕ່ລະຄົນບໍ່ທໍາມະດາອີຫຼີ!!! ມື້ນີ້ຂວັນໃຈຈະພາມາສ່ອງອີກໜຶ່ງສາວງາມທີ່ເປັນຕົວແທນຈາກນະຄອນຫລວງນັ້ນກໍຄືສາວຕຸກຕາ ພົມດາສິດ ML26

This image has an empty alt attribute; its file name is 124068495_316415286347936_8055384075125509184_n.jpg

ປັດຈຸບັນ ສາວຕຸກຕາ ເປັນ ພະນັກງານນໍາທ່ຽວ ແລະ ສາວງາມຄົນນີ້ໄດ້ໃຫ້ສໍາພາດວ່າ: ເຫດຜົນທີ່ຕົນເອງມາປະກວດເທິງເວທີນາງສາວລາວ ເພາະຢາກເຮັດຕາມຄວາມຝັນຂອງຕົນເອງ ອີກຢ່າງໜຶ່ງຖ້າໄດ້ມາຢືນຢູ່ເວທີອັນຊົງກຽດນີ້ຄັ້ງໜຶ່ງໃນຊີວິດກໍຖືໄດ້ວ່າເປັນຄວາມພາກພູມໃຈຢ່າງຍິ່ງ ແລະ ເຊື່ອວ່າເວທີນີ້ເປັນອີກໜຶ່ງເວທີທີ່ເປີດໂອກາດໃຫ້ແມ່ຍິງລາວເຮົາຮວມໄປເຖິງຕົນເອງ ໄດ້ສະແດງສັກກະຍາພາບສະແດງຄວາມຮູ້, ຄວາມສາມາດ ແລະ ໄດ້ພັດທະນາຕົນເອງນໍາອີກ.

This image has an empty alt attribute; its file name is 125501050_214324006836141_3963615397056903717_n.jpg

ນອກຈາກນີ້ສາວຕຸກຕາຍັງເວົ້າອີກວ່າດ້ວຍຄວາມທີ່ຕົນເອງເປັນພະນັກງານນໍາທ່ຽວ ເຊິ່ງກໍປຽບເຫມືອນດັ່ງ ທູດວັດທະນະທໍາ ສະນັ້ນ, ການເຜີຍແຜ່ວັດທະນະທໍາ-ຮີດຄອງປະເພນີ ແລະ ປະຫວັດຄວາມເປັນມາຂອງຊາດລາວເຮົາ ໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ນັ້ນ ແມ່ນເປັນຄວາມພູມໃຈທີ່ສຸດຂອງນ້ອງ ນ້ອງເອງແມ່ນຈະສືບສານຄວາມເປັນລາວນີ້ໄວ້ຕໍ່ໆໄປ.

This image has an empty alt attribute; its file name is 123391452_2459366364355656_2837052029494068271_o.jpg

ຂວັນໃຈຂໍເປັນກຳລັງໃຈໃຫ້ສາວງາມຄົນນີ້ນໍາເດີ້!!! ແລະ ທຸກສາມາດສົ່ງກຳລັງໃຈໃຫ້ສາວງາມທັງໝົດ 40 ໄດ້ເດີ້…

ແບ່ງປັນ