Breaking News

ຍິນດີນໍາ!!! ເຈົ້າຊາຍ Harry ແຫ່ງລາດຊະວົງອັງກິດໄດ້ປະກາດທາຍາດຄົນທີ່ສອງ ໃນວັນແຫ່ງຄວາມຮັກ ທີ່ຜ່ານມາ…

ແບ່ງປັນ

ຖືໄດ້ວ່າເປັນເລື່ອງທີ່ຫນ້າຍິນດີສຸດໆຕ້ອນຮັບເທດສະການແຫ່ງຄວາມຮັກເມື່ອ ເມເກນ ມາເຄິລ ແລະ ເຈົ້າຊາຍແຮ່ລີ້ ດຍຸກ ແລະ ດັສເຊສແຫ່ງຊັສເຊັກ ມີການປະກາດຜ່ານພາບຖ່າຍຂອງຊ່າງພາບມືອາຊີບ ໝູ່ຂອງເມແກນໂດຍບັນຍາກາດເປັນກັນເອງ ເຮົາຈະໄດ້ເຫັນ ເມແກນນອນຫນູນຕັກເຈົ້າຊາຍແຮ່ລີ້ໃນຊຸດເດຣສສີຂາວແລະ ທາງໂຄສົກຂອງພະຣາຊວັງກໍໄດ້ມີການຄອນເຟີມມາແລ້ວວ່າ “ອາຣ໌ຊີກຳລັງຈະໄດ້ເປັນອ້າຍໃຫຍ່ ດຍຸກ ແລະ ດັສເຊສ ແຫ່ງຊັສເຊັກຕື່ນເຕັ້ນທີ່ກຳລັງສິມີທາຍາດຄົນທີ່2

ผลการค้นหารูปภาพสำหรับ harry & Meghan

ແຕ່ທີ່ຫນ້າສົນໃຈທີ່ສຸດກໍຄື Daily Express ຂອງອັງກິດໄດ້ໄປຄົ້ນຂໍ້ມູນເກົ່າໆ ແລະ ຜົນປາກົດວ່າ ເຈົ້າຍິງ ໄດແອນນ່າ ແລະ ເຈົ້າຊາຍ ຊາວລ໌ກຊໍໄດ້ປະກາດຂ່າວການມີທາຍາດຄົນທີ່2 ກໍ່ຄືເຈົ້າຊາຍແຮ່ລີ້ໃນມື້ວາເລັນທາຍເຊັ່ນດຽວກັນໃນປີ 1984.

ທຸກໆຄົນຕ່າງກໍ່ຕື່ນເຕັ້ນກັບທາຍາດອົງໃຫມ່ ວ່າທີ່ລາຊທາຍາດລຳດັບທີ່ 8 ຂອງລາຊວົງອັງກິດທີ່ຈະເກີດຂື້ນມາເພື່ອສືບທອດລາຊບັນລັງຂອງປະເທດອັງກິດຕໍ່ຈາກອ້າຍໃຫຍ່ ເຈົ້າຊາຍ ອາຊີ ແຮ່ລິສັນ ເມົາແບັຕ ເທນ- ວິເຊີທາຍາດຄົນທຳອິດຂອງເມແກນ ແລະ ເຈົ້າຊາຍແຮ່ລີ້ທີ່ປະສູດໃນເດືອນພຶດສະພາ ປີ 2019.

ผลการค้นหารูปภาพสำหรับ harry & Meghan
ผลการค้นหารูปภาพสำหรับ harry & Meghan

ຂໍ້ມູນ: Talk to teen ໄວລຸ້ນລາວ

ແບ່ງປັນ