Breaking News

8 ອຸປະສັກໃນການເຮັດວຽກ ຂອງນັກສຶກສາຈົບໃໝ່ທີ່ເຮັດໃຫ້ບໍ່ກ້າວໜ້າໃນອາຊີບ!!!

ແບ່ງປັນ

ເມື່ອຮຽນຈົບແລ້ວ ເຂົ້າສູ່ໂໝດເຮັດວຽກ ຫຼາຍຄົນໂຊກດີພົບສິ່ງແວດລ້ອມດີໆ ໃຫ້ພ້ອມຮຽນຮູ້ ແລະ ພັດທະນາຕົນເອງ ແຕ່ກໍມີຫຼາຍຄົນເຊັ່ນກັນທີ່ໜ້າຕາໝົ່ນໝອງເປັນທຸກ ເຊິ່ງກໍຖືວ່າເປັນເລື່ອງປົກກະຕິທີ່ຈະຕ້ອງພົບບັນຫາ ແລະ ອຸປະສັກຢູ່ແດ່ ທັງນີ້ ຄົນທີ່ຮູ້ສຶກຕົວເອງບໍ່ມີຄວາມສຸກໃນການເຮັດວຽກ ລອງພິຈາກລະນາປັດໃຈເຫຼົ່ານີ້ເບິ່ງ!!!

ປັນຫາ ຫຼືອຸປະສັກທີ່ຈະເຮັດໃຫ້ພະນັກງານໃໝ່ ນັກສຶກສາຈົບໃໝ່ບໍ່ມີຄວາມກ້າວໜ້າ ຈະມີຫຍັງແດ່ ແລ້ວຈະແກ້ໄຂບັນຫາແນວໃດແດ່?

ຂາດຄວາມພ້ອມໃນການເຮັດວຽກ

ເດັກຈົບໃໝ່ບາງຄົນ ບໍ່ເຄີຍເຮັດວຽກໃນອົງກອນມາກ່ອນ ເຖິງວ່າຈະເຄີຍເຝິກງານໃນໄລຍະເວລາສັ້ນໆ ແຕ່ກໍຍັງບໍ່ທັນໄດ້ຮຽນຮູ້ຢ່າງດີພໍ ແລະ ອົງກອນທີ່ໄປເຝິກງານ ອາດຈະມີຄວາມແຕກຕ່າງຈາກອົງກອນທີ່ເຮັດວຽກແທ້ ໃນມື້ທີ່ເຈົ້າເລີ່ມເປັນພະນັກງານເງິນເດືອນ ຫຼືກ້າວເຂົ້າສູ່ໂລກຂອງການເຮັດວຽກແລ້ວ ເຈົ້າຕ້ອງບອກຕົວເອງວ່າ ເຮົາເປັນຜູ້ໃຫຍ່ໄປອີກຂັ້ນໜຶ່ງ ບໍ່ແມ່ນເດັກນ້ອຍແລ້ວ ທີ່ຈະບໍ່ມີຄວາມຮັບຜິດຊອບວຽກທີ່ໄດ້ຮັບມອບໝາຍ ຕ້ອງເຮັດໃຫ້ເຕັມຄວາມສາມາດ ພິສູດໃຫ້ຫົວໜ້າເຫັນວ່າ ເຈົ້າມີຄວາມສາມາດ ແລະ ຈະຜ່ານການທົດລອງວຽກນີ້ໄດ້

jobs

ບໍ່ມີຄວາມສາມາດ

ເຖິງວ່າຈະຜ່ານການຄັດເລືອກມາຫຼາຍດ່ານ ແຕ່ເມື່ອເຖິງເວລາເຮັດວຽກແທ້ ຫຼາຍຄົນບໍ່ມີຄວາມສາມາດຕາມທີ່ບອກໃນໃບສະໝັກ ວຽກທຸກຢ່າງມີການປັບປ່ຽນໄປ ຫຼາຍຄົນບໍ່ເຄີຍພົບໂຈດແບບນັ້ນ ບໍ່ຄືກັບທີ່ຮຽນມາ ວຽກບາງຢ່າງຕ້ອງການຄວາມຊໍານານ ຄວາມເຂົ້າໃຈ ເມື່ອຂາດຄວາມສາມາດທີ່ຕ້ອງການເບື້ອງຕົ້ນໄປແລ້ວ ຍິ່ງເຮັດໃຫ້ຊີວິດການເຮັດວຽກນັ້ນໜັກເຂົ້າໄປອີກ

ບໍ່ມີຄວາມຊໍານານໃນວຽກທີ່ເຮັດ

ເນື່ອງຈາກເຈົ້າຫາກໍຮຽນຈົບມາ ແລະ ວຽກທີ່ເຈົ້າໄດ້ຮັບມັກເປັນສິ່ງແປກໃໝ່ ບໍ່ເຄີຍເຮັດ ບໍ່ເຄີຍຮຽນມາກ່ອນ ເລື່ອງຄວາມຊໍານານຈຶ່ງເປັນອຸປະສັກຢ່າງໜຶ່ງ ເຈົ້າອາດຈະຮູ້ສຶກວ່າວຽກຍາກເກີນໄປສໍາລັບເຈົ້າ ແຕ່ເມື່ອເຈົ້າຮຽນຮູ້ມາໄລຍະໜຶ່ງ ເຈົ້າຈະຮູ້ສຶກລື້ງເຄີຍກັບມັນ ແລະ ສາມາດເຮັດວຽກໄດ້ຢ່າງສະບາຍໃຈຂຶ້ນ ຖ້າພົບອຸປະສັກຂໍ້ນີ້ຈົ່ງຢ່າທໍ້ຖອຍ ໃຫ້ລອງຕັ້ງໃຈເຝິກຝົນ ພັດທະນາຕົນເອງໃຫ້ດີກວ່າເກົ່າໃຫ້ໄດ້

ຂາດກໍາລັງໃຈ

ເວລາພົບກັບວຽກຍາກໆ ບາງຄັ້ງເຈົ້າອາດຈະຮູ້ສຶກທໍ້ຖອຍ ແລະ ໝົດກໍາລັງໃຈ ຈົນຄິດວ່າເຈົ້າບໍ່ມີຄວາມສາມາດ ເຈົ້າອາດຈະເຮັດມັນບໍ່ສໍາເລັດໄດ້ຕາມທີ່ຫົວໜ້າຕ້ອງການ ຖ້າຄວາມຮູ້ສຶກນີ້ເກີດຂຶ້ນ ເຈົ້າຄວນຈະຕຶ່ມຄວາມໝັ້ນໃຈໃຫ້ຕົວເອງໃຫ້ເຕັມ ແລະ ໝັ່ນຕຶ່ມຢູ່ສະເໝີ ຢ່າປ່ອຍໃຫ້ຄວາມຮູ້ສຶກຂາດກໍາລັງໃຈມາບັ່ນທອນເຈົ້າ ຖ້າຫົວໜ້າເຈົ້າຄິດວ່າເຈົ້າເຮັດບໍ່ໄດ້ ເຂົາຄົງບໍ່ໃຫ້ເຈົ້າເຮັດວຽກນີ້ດອກ ດັ່ງນັ້ນ ເຂົາໝັ້ນໃຈໃນຕົວເຈົ້າ ແລ້ວເປັນຫຍັງເຈົ້າຈຶ່ງບໍ່ໝັ້ນໃຈໃນຕົວເອງລະ…

ผลการค้นหารูปภาพสำหรับ ขาดกําลังใจในการทำงาน

ບໍ່ກ້າຕັດສິນໃຈ

ບາງຄົນພົບສະພາບວຽກໃໝ່ໆ ຫຼາຍຢ່າງບໍ່ກ້າຕັດສິນໃຈ ເຮັດໃຫ້ວຽກຫຼາຍວຽກຢຸດສະງັກ ໄປຕໍ່ບໍ່ໄດ້ ຕ້ອງຖ້າການຕັດສິນໃຈຂອງຫົວໜ້າ ຫຼືເພື່ອນຮ່ວມງານໃນທີມ ອຸປະສັກນີ້ຈະຜ່ານໄປໄດ້ບໍ່ຍາກ ເມື່ອພົບບັນຫາຕ່າງໆ ໃຫ້ຄິດຊອກຫາທາງອອກໄວ້ເພື່ອສະເໝີ ອາດຈະເປັນ 2-3 ທາງອອກ ເຖິງຈະຖືກເບິ່ງວ່າຄິດຫຼາຍ ກໍອາດຈະດີກວ່າຖ້າພົບບັນຫາແທ້ໆ ບໍ່ມີທາງອອກໃດໆ ເພື່ອໄວ້ເລີຍ.

ທີມບໍ່ work

ການເຮັດວຽກສ່ວນຫຼາຍແມ່ນການເຮັດວຽກເປັນທີມ ຄືການລວມຕົວກັນຂອງຫຼາຍໆຄົນ ຈຶ່ງຕ້ອງມີການປັບຕົວໃຫ້ທຸກໆ ຄົນສາມາດເຮັດວຽກຮ່ວມກັນໄດ້ຢ່າງລາບລື່ນ ແຕ່ກໍອາດຈະມີຫຼາຍຄັ້ງທີ່ຄົນໃນທີມບາງຄົນກໍອາດຈະເຮັດວຽກຊ້າເກີນໄປ ບາງຄົນໄວເກີນໄປ ດັ່ງນັ້ນ ຈຶ່ງຄວນຈະຕ້ອງມີການຕົກລົງທໍາຄວາມເຂົ້າໃຈ ວ່າຈະເຮັດວຽກຮ່ວມກັນແນວໃດ ຈຶ່ງເຮັດໃຫ້ທີມປະສົບຄວາມສໍາເລັດໄດ້ ໃນຖານະທີ່ເຈົ້າເປັນເດັກໃໝ່ຖ້າມີຂໍ້ສົງໄສ ມີຂັ້ນຕອນການເຮັດວຽກໃດໆ ທີ່ບໍ່ເຂົ້າໃຈ ໃຫ້ຖາມຫົວໜ້າວຽກໄດ້ ແຕ່ຄໍາຖາມນັ້ນຕ້ອງຜ່ານການຄິດມາກ່ອນ ບໍ່ແມ່ນຖາມໂດຍບໍ່ຄິດ ຫຼືໄຕ່ຕອງຫຍັງເລີຍ ຮຽນເບິ່ງ ຮຽນສັງເກດສິ່ງແວດລ້ອມ ນໍາໄປວິເຄາະດ້ວຍຕົວເອງໃຫ້ຮອບດ້ານ…

ผลการค้นหารูปภาพสำหรับ team work

ຂາດມະນຸດສໍາພັນທີ່ດີ

ນີ້ຄືບ່ອນເຮັດວຽກ ສັງຄົມໃໝ່ໆ ຂອງເຈົ້າ ເມື່ອເຈົ້າເປັນພະນັກງານໃໝ່ ກໍຍ່ອມຕ້ອງເປັນຝ່າຍເຂົ້າຫາຜູ້ອື່ນ ເພື່ອແນະນໍາຕົວເອງໃຫ້ຄົນອື່ນຮູ້ຈັກ ແລະ ຂໍຄວາມຄິດເຫັນຈາກພວກເຂົາ ແຕ່ສິ່ງທີ່ເປັນບັນຫາຄື ພະນັກງານໃໝ່ບາງຄົນຂາດມະນຸດສໍາພັນທີ່ດີກັບຄົນອື່ນ ບໍ່ວ່າຈະດ້ວຍຄວາມຂີ້ອາຍ ເວົ້າໜ້ອຍ ຫຼືໝັ້ນໃຈຕົວເອງເກີນຈົນບໍ່ສົນໃຈໃຜ ຄິດວ່າຕົນເອງສາມາດຢູ່ຄົນດຽວ ເຮັດວຽກຄົນດຽວໄດ້ ຈຶ່ງເຮັດໂຕບໍ່ໜ້າຮັກ ແລະ ໃນທີ່ສຸດກໍຈະຖືກໂດດດ່ຽວຈາກເພື່ອນຮ່ວມງານ ໃນທາງກັບກັນ ຄົນທີ່ຮູຈັກເຂົ້າຫາຄົນອື່ນ ນິໄສລ່າເລີງ ເຂົ້າກັບຄົນງ່າຍ ມັກຈະເປັນທີ່ຮັກຂອງຄົນໃນຫ້ອງການ ເມື່ອຕ້ອງການຄວາມຊ່ວຍເຫຼືອໃດໆ ກໍຈະມີແຕ່ຄົນຍິນດີໃຫ້ຄວາມຊ່ວຍເຫຼືອ

ປັບຕົວເຂົ້າກັບສະພາບແວດລ້ອມບໍ່ໄດ້

ພະນັກງານໃໝ່ ເດັກນ້ອຍຈົບໃໝ່ ມີຄວາມສາມາດໃນວຽກທີ່ເຮັດ ແຕ່ສະພາບແວດລ້ອມ ຫຼືອຸປະສັກຕ່າງໆ ທີ່ພົບໃນທຸກໆມື້ ອາດຈະບໍ່ເຂົ້າກັບ Life Style ທີ່ຕົວເອງມັກ ອາດຈະຂາດໃນດ້ານໃດດ້ານໜຶ່ງກໍຈະເກີດອາການໝົດກໍາລັງໃຈ… ໃຫ້ຄິດສະເໝີວ່າ ໃນທຸກອົງກອນມີບັນຫາສະເໝີ ຂຶ້ນກັບວ່າເຮົາຈະຮຽນຮູ້ ແລະ ປັບຕົວແນວໃດ ຖ້າລອງປັບປ່ຽນໃນຫຼາຍໆທາງແລ້ວບໍ່ມີຫຍັງດີຂຶ້ນ ກໍອາດຈະເປັນວ່າ ທັງອົງກອນກັບເຮົາອາດຈະເຂົ້າກັນບໍ່ໄດ້ ການຊອກຫາທາງເລືອກໃໝ່ໆ ທີ່ດີຕໍ່ຕົວເຮົາ ກໍອາດຈະດີກັບອົງກອນນໍາເຊັ່ນກັນ.

ແບ່ງປັນ