Breaking News

13 ຂໍ້ຄິດ ໃນຊີວິດການເຮັດວຽກທີ່ຄວນຮູ້ກ່ອນອາຍຸ 30…

ແບ່ງປັນ

ໃນຊີວິດຂອງການເຮັດວຽກນັ້ນ ບາງຄົນອາດຈະເລີ່ມຕົ້ນໄວ ອາຍຸ 20 ປີຕົ້ນໆ ກໍເລີ່ມເຮັດວຽກແລ້ວ ແຕ່ບາງຄົນກໍເລີ່ມຕົ້ນຊ້າ ແຕ່ທັງນີ້ທັງນັ້ນ ທຸກໆ ການເລີ່ມຕົ້ນຂອງທຸກຄົນກໍມີຈຸດປະສົງດຽວກັນຄືການປະສົບຄວາມສໍາເລັດ!!! ມື້ນີ້ ຂວັນໃຈ ຂໍເລີ່ມຕົ້ນເດືອນມີນາ ກັບ 13 ຂໍ້ຄິດ ໃນຊີວິດການເຮັດວຽກ ທີ່ສາວໆ ຄວນຮູ້ກ່ອນອາຍຸ 30 ເຊິ່ງຈະມີຫຍັງແດ່ນັ້ນ ໄປເບິ່ງພ້ອມກັນເລີຍ…

  1. ຊີວິດການເຮັດວຽກກໍຄືການແລ່ນມາຣາທອນ ຄວນແລ່ນໃຫ້ໄວໃນຊ່ວງທີ່ມີແຮງ ແລະ ຫຼຸດສະປີດລົງແດ່ໃຫ້ຕົວເອງໄດ້ຫາຍໃຈ ແລະ ເຕີບໃຫຍ່
  2. ຢ່າເປັນຄົນທີ່ເຮັດໄດ້ທຸກຢ່າງແຕ່ບໍ່ເກັ່ງຈັກຢ່າງ ຊອກຫາເວລາຢູ່ກັບສິ່ງທີ່ເຮົາມັກ ແລະ ເຝິກຝົນມັນຢ່າງເຕັມທີ່
  3. ລົງທຶນຊອກຄວາມຮູ້ໃຫ້ຕົວເອງ ຊອກຫາຄວາມຮູ້ໃໝ່ໆ ເພີ່ມຄຸນຄ່າໃຫ້ກັບຕົວເອງຢູ່ສະເໝີ ຍິ່ງເຮົາຮູ້ຫຼາຍກໍສາມາດສ້າງກໍາໄລໃຫ້ເຮົາໄດ້ຫຼາຍຂຶ້ນ
  4. ເຂົ້າສັງຄົມກັບໄວທີ່ແຕກຕ່າງ ແລກປ່ຽນຄວາມຄິດກັບຄົນອາຍຸຫຼາຍກວ່າແດ່ ພວກເຂົາມັກມີຄໍາແນະນໍາດີໆ ໃຫ້ເຮົາເກັບໄປຄິດໄດ້ສະເໝີ
  5. ຄວາມຜິດພາດຄືບົດຮຽນທີ່ດີ ເປັນເລື່ອງປົກກະຕິທີ່ຄົນເຮົາຢ້ານທີ່ສ່ຽງ ແຕ່ທຸກຄວາມສ່ຽງນັ້ນນໍາມາເຊິ່ງສິ່ງທີ່ຍິ່ງໃຫຍ່ສະເໝີ
  6. ຢ່າສູນເສຍຄວາມເປັນຕົວເອງໃຫ້ກັບວຽກ ສຸກທ້າຍເຮົາກໍຈະປ່ຽນວຽກໄປເລື້ອຍໆ ແລະ ບໍ່ເຫັນເຖິງຄວາມກ້າວໜ້າຈັກເທື່ອ
  7. ຢ່າເສຍໂອກາດເຮັດວຽກຕ່າງປະເທດ ຢ່າພາດໂອກາດດີໆ ທີ່ອົງກອນສະເໜີໃຫ້ກັບເຈົ້າ ບາງຄັ້ງເຮົາອາດຈະເສຍໃຈກັບສິ່ງທີ່ບໍ່ໄດ້ເຮັດ ກວ່າສິ່ງທີ່ເຮົາເຮັດໄປແລ້ວອີກ
  8. ເຝິກສະມາທິແດ່ ໃຫ້ສະໝອງໄດ້ພັກຜ່ອນແດ່ ໂດຍມີງານວິໄຈອອກມາແລ້ວ ການນັ່ງສະມາທິ 20 ນາທີ ຈະເທົ່າກັບການນອນຫຼັບ 2 ຊົ່ວໂມງ
  9. ຮຽນຮູ້ Soft Skills ໄວ້ສໍາຄັນ ມີທັກສະດ້ານອາລົມເຂົ້າສັງຄົມໄດ້ດີ ມີໄວ້ສໍາຄັນຫຼາຍກັບຊີວິດເຮັດວຽກໄລຍະຍາວ
  10. ບໍ່ແມ່ນແຊລກໍຕ້ອງຂາຍເປັນ ເຊື່ອເທາະວ່າທັກສະດ້ານການຂາຍມັນສາມາດນໍາໄປໃຊ້ໄດ້ທຸກແຫ່ງຫົນ ບໍ່ວ່າເຈົ້າຈະເຮັດວຽກຫຍັງກໍຕາມ
  11. ຟັງໃຫ້ຫຼາຍຂຶ້ນ ຮຽນຮູກາຮ່ວມວຽກທີ່ດີ ເປີດຮັບຄວາມຄິດເຫັນຈາກເພື່ອນຮ່ວມງານໃຫ້ຫຼາຍຂຶ້ນ
  12. ຮຽນຮູ້ການໃຫ້ລາງວັນຕົວເອງ ຫຼັງຈາກການເຮັດວຽກທີ່ໜັກໜາສາຫັດມາຕະຫຼອດ ເປັນການໃຫ້ຄຸນຄ່າກັບຕົວເອງ ເປັນວິທີທີ່ດີອີກຢ່າງໜຶ່ງເລີຍແຫຼະ
  13. ພຽງແຄ່ຕົວເລກ ເຊົາປຽບທຽບຕົວເອງກັບຄົນອື່ນດ້ວຍຕົວເລກ ອາຍຸ ເງິນເດືອນ ນໍ້າໜັກ ສ່ວນສູງ ແລ້ວຫັນມາແຂ່ງກັບຕົວເອງ ພູມໃຈໃນຕົວຍເອງ ແລະ ຮັກຕົວເອງໃຫ້ຫຼາຍໆ

ຮຽບຮຽງໂດຍ: Kuanjai Magazine

ແບ່ງປັນ