Breaking News

ເອົາໃຈຄົນເຫງົາ ບໍລິສັດ Panasonic ໃນປະເທດຍີ່ປຸ່ນ ເປີດໂຕ Nicobo ຫຸ່ນຍົນໜ້າຄ້າຍຄືກັບແມວທີ່ສົນທະນາກັບຄົນໄດ້.

ແບ່ງປັນ

ໃນຊ່ວງໄລຍະນີ້ໃນປະເທດຍີປຸ່ນແມ່ນຍັງມີການລະບາດຂອງພະຍາດ Covid-19 ຢ່າງຕໍ່ເນື່ອງ ເຮັດໃຫ້ພະນັກງານທັງຫຼາຍຕ້ອງໄດ້ Work From Home ຢູ່ທີ່ບ້ານເວັ້ນໄລຍະຫ່າງຈາກສັງຄົມ ເຊິ່ງເຮັດໃຫ້ຄົນຍີ່ປຸ່ນຫຼາຍຄົນຮູ້ສຶກໂດດດ່ຽວ ແລະ ຄຽດຈາກການເຮັດວຽກ. ສະນັ້ນ ຈຶ່ງເປັນຄວາມຄິດທີ່ດີໃນການຜະລິດນະວັດຕະກຳເພື່ອແກ້ໄຂບັນຫາໃນຊ່ອງວ່າງນີ້ ໂດຍການສ້າງຫຸ່ນຍົນແມວ (AI) ເພື່ອຕອບສະໜອງ ຄວາມຄາຍເຫງົາຈາກການຢູ່ແຕ່ບ້ານ.

ເຊິ່ງຫຸ່ນຍົນໂຕນີ້ມີຊື່ວ່າ Nicobo ຖືກຜະລິດໂດຍ ບໍລິສັດເຄື່ອງໄຟຟ້າ Panasonic ແບຣນດັງຂອງຍີ່ປຸ່ນ. ໂດຍຫຸ່ນຍົນຈະມີລັກສະນະຄື ຖົງຕີນໃນຊຸດເກົ່າ (Old Sock). ຄວາມສາມາດຂອງຫຸ່ນຍົນນີ້ ສາມາດໂຕ້ຕອບບົດສົນທະນາ ແລ້ວຍັງກະດິກຫາງ ຍິບຕາໄດ້ ລວມເຖິງຍັງຕົດໄດ້ພ້ອມ!! ແລະ ທີ່ສຳຄັນ Nicobo ໂຕນີ້ແມ່ນມີກ້ອງໄວ້ເພື່ອຈື່ຈຳໃບໜ້າ ແລະ ໄມໂຄໂຟນເພື່ອໃຊ້ໂຕ້ຕອບບົດສົນທະນາກັບເຮົາ. ນອກນັ້ນ ຍັງມີແຜງເຊັນເຊີທີ່ຕອບສະໜອງການສຳພັດ ເວລາທີ່ເຮົາສຳພັດ ຫຼື ກອດ ຫຸ່ນຍົນມັນຈະສະແດງທ່າທີການໂຕ້ຕອບກັບ ຫຼື ປະຕິກິລິຍາໃດໜຶ່ງ ເພື່ອເຮັດໃຫ້ເຮົາຕື່ນເຕັ້ນ ແລະ ມ່ວນໄປກັບມັນ.

ວົ້າໄດ້ວ່າ ເປັນນະວັດຕະກຳໜຶ່ງທີ່ໜ້າຕື່ນເຕັ້ນ ແລະ ແປກໃໝ່ຫຼາຍໃນຍຸກ 4.0 ແບບນີ້. ແນວໃດກໍຕາມ ຫຸ່ນຍົນ Nicobo ນີ້ແມ່ນມີຈຳນວນຈຳກັດ ເຊິ່ງຈະເຮັດໃຫ້ຫຼາຍຄົນອາດຈະຫາຊື້ໄດ້ຍາກໃນລະດັບໜຶ່ງ. ລາຄາຂອງ Nicobo ນີ້ແມ່ນຢູ່ທີ່ 360 ໂດລາສະຫາລັດ ຫຼື ປະມານ 3.400.000 ກີບ ແລະ (ຈະຕ້ອງຈ່າຍເພີ່ມອີກ 80 ພັນກີບໃນການອັບເດດຊອບແວຣໃນແຕ່ລະເດືອນ). .ສຳລັບໃຜທີ່ຢາກຕິດຕາມວິດີໂອຕົວຢ່າງ https://www.youtube.com/watch?v=S2ZTJ5iBJNkhttps://www.youtube.com/watch?v=S2ZTJ5iBJNk

ແຫຼ່ງທີ່ມາ: https://www.theverge.com/…/panasonic-farting-cat-robot…

ແບ່ງປັນ