Breaking News

ໂຮງຮຽນ ນານາຊາດ ວຽງຈັນ (VIS) ຮ່ວມກັບ ທະນາຄານລາວ – ຝຣັ່ງ (BFL) ສ້າງໂອກາດເພື່ອການພັດທະນາສູນກາງການຮຽນຮູ້ ຢູ່ໃນສປປ ລາວ ດ້ວຍໂຄງການປັບປຸງພື້ນທີ່ຂອງໂຮງຮຽນ (Campus Gateway)

ແບ່ງປັນ

ທະນາຄານລາວ – ຝຣັ່ງ (BFL) ໃຫ້ທຶນກູ້ຢືມແກ່ໂຄງການປັບປຸງພື້ນທີ່ຂອງໂຮງຮຽນ ນານາຊາດ ວຽງຈັນ (VIS) ເຊິ່ງລວມມີ:  ສູນສິລະປະ ການສະແດງ, ສູນອອກກໍາລັງກາຍ ແລະ ເປັນບ່ອນພົບປະສັງສັນແຫ່ງໃໝ່ ໃຫ້ກັບໂຮງຮຽນ ແລະ ຊຸ່ມຊົນໃນທ້ອງຖິ່ນ.

ທີ່ນະຄອນຫຼວງວຽງຈັນ, ໃນເດືອນ ກຸມພາ 2021 ທີ່ຜ່ານມາ – BFL ແລະ VIS ໄດ້ສະເຫຼີມສະຫຼອງການຮ່ວມມື ແລະ ການເລີ່ມຕົ້ນໂຄງການ ປັບປຸງພື້ນທີ່ ຂອງໂຮງຮຽນ ດ້ວຍການຈັດພິທີຖະແຫລ່ງຂ່າວ ເປີດຕົວໂຄງການປັບປຸງພື້ນທີ່ ຂອງໂຮງຮຽນ ໃນ ວັນທີ 03 ມີນາ 2021 ຢູ່ທີ່ VIS ໂດຍການເປັນກຽດເຂົ້າຮ່ວມງານ ຂອງບັນດາຄູ່ຮ່ວມສັນຍາ, ຕ່າງໜ້າຈາກພາກລັດ, ອໍານາດການປົກຄອງທ້ອງຖິ່ນ, ບັນດານັກການທູດ ແລະ ອົງການຈັດຕັ້ງສາກົນປະຈໍາສປປ ລາວ, ບັນດາສື່ມວນຊວນ, ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບຮູ້ຂໍ້ມູນລະອຽດ ຂອງໂຄງການດັ່ງກ່າວ.  ຄາດຄະເນວ່າ ໂຄງການດັ່ງກ່າວ ຈະສໍາເລັດກ່ອນໃນວັນທີ 14 ມິຖຸນາ 2022 (ຂຶ້ນກັບສະພາບການຂອງການລະບາດ COVID).

VIS ສືບຕໍ່ປັບປຸງຄຸນນະພາບການຮຽນການສອນ ດ້ວຍການຂະຫຍາຍພື້ນທີ່ຂອງໂຮງຮຽນ, ແລະ BFL ກໍ່ແມ່ນຜູ້ໃຫ້ ທຶນກູ້ຢືມແກ່ ໂຄງການຂອງໂຮງຮຽນ, ເຊິ່ງທະນາຄານແຫ່ງນີ້ ກໍແມ່ນໜຶ່ງໃນຜູ້ໃຫ້ບໍລິການ ດ້ານທະນາຄານຂອງ VIS ນັບຕັ້ງແຕ່ ທະນາຄານນີ້ໄດ້ເປີດໃຫ້ ບໍລິການຢູ່ໃນ ສປປ ລາວ ເມື່ອ 10 ປີຜ່ານມາ.

ຄູ່ຮ່ວມສັນຍາຂອງໂຄງການລວມມີ: ລາວ ຄອນຊາວຕີ້ງກຼຸບ (ວິຊາການ ດ້ານການອອກແບບ ແລະ ການຄຸ້ມຄອງໂຄງການ); ບໍລິສັດ ຄອມມິນ ເອເຊຍ (ທີ່ປຶກສາ ການອອກແບບວັດສະດຸກໍ່ສ້າງ); ແລະ ບໍລິສັດ ກຸ່ມ ຄໍາໄພ ຊະນະ (ຜູ້ຮັບເໝົາກໍ່ສ້າງ), ເຊິ່ງທັງສາມບໍລິສັດ ຕ່າງກໍມີສ່ວນຊ່ວຍໃນການອອກແບບຮ່ວມກັບສະຖາປະນິກ EIW (ທີ່ປຶກສາດ້ານການອອແບບ ຈາກເມືອງ ເພີ້ດ, ປະເທດອົດສະຕາລີ) ເພື່ອໃຫ້ປະກົດຜົນເປັນຈິງ, ທຸກພາກສ່ວນ ຕ່າງກໍ່ເຊື່ອໝັ້ນວ່າ ໂຄງການນີ້ ຈະເປັນການກະຕຸ້ນເສດຖະກິດຢູ່ໃນສປປ ລາວ.

ຄວາມພະຍາຍາມ ຂອງທີມງານຈາກຫຼາກຫຼາຍສາຂາອາຊີບນີ້, ເປັນຕົ້ນແມ່ນ ໄດ້ຮັບການສະໜັບສະໜູນ ທາງດ້ານການເງິນຈາກ BFL ປະກອບກັບການວາງແຜນຍຸດທະສາດ ມາເປັນເວລາຫຼາຍປີ ໄດ້ນໍາມາສູ່ການກໍ່ສ້າງຕຶກ ອາຄານສະຖານທີ – ສິ່ງອໍານວຍຄວາມສະດວກໃໝ່ໆ ຂອງ VIS ໂດຍທີ່ບໍ່ສົ່ງຜົນກະທົບ ຕໍ່ການດໍາເນີນການຮຽນ ການສອນ, ງົບປະມານ ແລະ ຄ່າທໍານຽມຕ່າງໆຂອງໂຮງຮຽນ.

ດ້ວຍຮູບແບບສະຖາປັດຕິຍະກໍາຂອງລາວ ປະສົມປະສານກັບຄວາມທັນສະໄໝ, ການອອກແບບທີ່ຍືນຍົງ, ຕຶກອາຄານ ສະຖານທີ – ສິ່ງອໍານວຍ ຄວາມສະດວກແບບໃໝ່ນີ້ ຈະລວມມີ:

  • ສູນການສະແດງສິລະປະອະເໜກປະສົງ ທີ່ສາມາດຮອງຮັບຜູ້ຊົມໄດ້ 350 ຄົນຂຶ້ນໄປ. ມີບ່ອນນັ່ງທີ່ພັບເກັບມ້ຽນໄດ້ເຮັດໃຫ້ມີພື້ນທີ່ນໍາໃຊ້ໄດ້ຫຼາກຫຼາຍສໍາລັບການຈັດກິດຈະກໍາ ແລະ ງານຕ່າງໆ.
  • ສູນອອກກໍາລັງກາຍໃນຮົ່ມ ພ້ອມດ້ວຍສະໜາມບານບ້ວງ 2 ເດີ່ນ ລວມຢູ່ໃນສູນກິລາ (ສະລອຍນໍ້າ ແລະ ເດີ່ນບານເຕະ)
  • ຕຶກພະແນກບໍລິຫານ ແລະ ບ່ອນຮັບແຂກ ທີ່ທັນສະໄໝ.

ສິ່ງທີ່ພວກເຮົາຈະມອບຄືນໃຫ້ປະເທດລາວຄື:

“ການລົງທຶນໃນໂຄງການນີ້ມີມູນຄ່າເຖິງ 8 ລ້ານໂດລາສະຫະລັດ.  ໃນນີ້ປະມານ 75% ຂອງລາຍຈ່າຍຂອງໂຄງການ ຈະຖືກ ຊໍາລະຜ່ານ ບໍລິສັດໃນທ້ອງຖິ່ນ ໃຫ້ໄດ້ຫລາຍເທົ່າທີ່ຈະເປັນໄປໄດ້, ໂດຍມີພຽງວັດສະດຸກໍ່ສ້າງທີ່ຈໍາເປັນເທົ່ານັ້ນ ທີ່ຈະຕ້ອງໄດ້ນໍາເຂົ້າຈາກຕ່າງເທດ. ໃນໄລຍະເວລາທີ່ມີວິກິດການ ຈາກໂລກລະບາດ ຮ້າຍແຮງຢູ່ໃນທົ່ວໂລກນີ້, ພວກເຮົາຈະສົ່ງເສີມເສດຖະກິດ ໃນທ້ອງຖິ່ນ ແລະ ໃຫ້ຜົນປະໂຫຍດຄືນສູ່ຊຸມຊົນ ພາຍໃນລາວ ໃຫ້ຫຼາຍ ຕາມຄວາມສາມາດຕົວຈິງທີ່ເຮັດໄດ້.”  ກ່າວໂດຍ ທ່ານ ນາງ ວິວຽນ ເບຣວສຟອດ, ຜູ້ຈັດການຝ່າຍບໍລິຫານ ແລະ ການເງິນ ຂອງ VIS.

ທ່ານ ອາຣໂນ ຄໍລີເລີ, ປະທານຝ່າຍບໍລິຫານ ຂອງທະນາຄານ ລາວ-ຝລັ່ງ (BFL), ໄດ້ກ່າວວ່າ “BFL ມີຄວາມພູມໃຈໃນການ ສະໜອງທຶນໃຫ້ໂຄງການປັບປຸງພື້ນທີ່ຂອງໂຮງຮຽນ ນານາຊາດວຽງຈັນ ດ້ວຍຂໍ້ຕົກລົງການໃຫ້ທຶນກູ້ຢືມໃນວົງເງິນ (ຫົກລ້ານ) 6 ລ້ານໂດລາສະຫະລັດ ເພື່ອຊ່ວຍໃຫ້ບັນລຸເປົ້າໝາຍຂອງໂຮງຮຽນ ໃນການເພີ່ມຂີດຄວາມສາມາດ ຕໍ່ຄວາມຮັບຜິດຊອບ ດ້ານການສຶກສາ ໃຫ້ຍືນຍົງ. ການຈັດຫາເງິນທຶນໃນໂຄງການນີ້ມີຄວາມສໍາຄັນຢ່າງຍິ່ງ ເນື່ອງຈາກ ຈະຊ່ວຍສະໜັບສະໜູນ ການພັດທະນາຊຸມຊົນໃນທ້ອງຖິ່ນ ຂອງພວກເຮົາ ແລະ ສ້າງຜົນດີຢ່າງຍິ່ງຕໍ່ການພັດທະນາ ໂຄງສ້າງພື້ນຖານ ດ້ານການສຶກສາໃນ ສປປ ລາວ.”

This image has an empty alt attribute; its file name is 424A3124.jpg

ເມື່ອໂຄງການນີ້ສໍາເລັດຢ່າງສົມບູນ, VIS ມີແຜນລິເລີ່ມ ທີ່ຈະໃຫ້ຊຸມຊົນໃນທ້ອງຖິ່ນເຂົ້າມານໍາໃຊ້ສະຖານທີ່ຂອງໂຮງຮຽນໄດ້ເຊັ່ນ:

  • ເປີດງານຕະຫຼາດນັດສິນຄ້າຫັດຖະກໍາ/ສິນຄ້າກະເສດ ໃນພື້ນທີ່ເດີນຈອດລົດຂອງໂຮງຮຽນເປັນປະຈໍາ ເພື່ອເປັນການສະໜັບສະໜູນຜູ້ປະກອບການໃນທ້ອງຖິ່ນ.
  • ຖ້າເປັນໄປໄດ້ ພວກເຮົາຄາດຄະເນ່ວ່າ ຈະສ້າງ “ສວນສາທາລະນະຊຸມຊົນ” ເພື່ອໃຫ້ປະຊາຊົນໃນທ້ອງຖິ່ນໄດ້ເຂົ້າມາຮຽນຮູ້ກ່ຽວກັບວິທີເຮັດສວນການກະເສດແບບໃນເມືອງ.
  • ເປັນເຈົ້າພາບສະເພາະໃຫ້ສະຖານທີ່ ຈັດກອງປະຊຸມ, ການສະແດງ ແລະ ການແຂ່ງຂັນກິລາຕ່າງໆ ສໍາລັບໂຄງການໃດໜຶ່ງຂອງຊຸມຊົນ ໃນທ້ອງຖິ່ນໃຫ້ຫຼາຍຂຶ້ນ.  VIS ຍັງໄດ້ໃຫ້ການສະໜັນສະໜູນກຸ່ມຕ່າງໆໃນທ້ອງຖິ່ນ ເຊັ່ນ:  ມູນນິທິ ລອຍນໍ້າຄົນພິການ ລາວ.

“ຕຶກອາຄານສະຖານທີ – ສິ່ງອໍານວຍຄວາມສະດວກໃໝ່ຂອງ VIS ຈະຊ່ວຍໃຫ້ມີພື້ນທີ່ໃໝ່ໆ ເພື່ອສ້າງໂອກາດເພື່ອ ການພັດທະນາ ການຮຽນຮູ້ຂອງນັກຮຽນ ແລະ ຊຸມຊົນທ້ອງຖິ່ນຂອງພວກເຮົາ.  ໂຄງການປັບປຸງພື້ນທີ່ຂອງໂຮງຮຽນ ແມ່ນໄດ້ປະຕິບັດຕາມ ການຄົ້ນພົບບັນຫາ ແລະ ຄໍາແນະນໍາຢູ່ໃນບົດທົບທວນ ເຖິງການນໍາໃຊ້ສິ່ງອໍານວຍຄວາມສະດວກ ແລະ ການວິເຄາະການນໍາໃຊ້ ປະໂຫຍດຈາກພື້ນທີ່ຕ່າງໆ ທີ່ທ່ານ Perkins Eastman ໄດ້ສ້າງຂຶ້ນໃນປີ 2018.  ພວກເຮົາກໍາລັງ ຈະປ່ຽນຈາກສູນກາງກິລາ ພຽງຢ່າງດຽວ ໃຫ້ການເປັນທັງສູນກິລາ, ສູນສິລະປະ ແລະ ສູນວິຊາການຕ່າງໆແບບຍືນຍົງ. ການປັບປຸງພື້ນທີ່ຂອງພວກເຮົາ ຈະຊ່ວຍໃຫ້ພວກເຮົາບັນລຸພາລະກິດຫຼັກ ແລະ ວິໄສທັດ ນັ້ນກໍຄືການພັດທະນາ ສັກກະຍະພາບ ທີ່ເປັນເອກະລັກຂອງນັກຮຽນ ໂດຍມີຈຸດມຸ່ງໝາຍ ກ້າວໄປສູ່ອະນາຄົດທີ່ຍືນຍົງ.” ໄດ້ກ່າວໂດຍ ທ່ານ ນາງ ແອວຊ້າ ໂດໂນຮິວ, ຫົວໜ້າໂຮງຮຽນ. VIS ຕັ້ງເປົ້າຫມາຍຈະຮ່ວມມືກັບອົງການສະຫະປະຊາຊາດ (UN) ໃນການກໍານົດໃຫ້ພື້ນທີ່ ດັ່ງກ່າວເປັນ “ສະຖານທີ່ ຫຼົບໄພ” ສໍາລັບຊຸມຊົນໃນທ້ອງຖິ່ນ ໃນກໍລະນີເກີດມີເຫດການໄພພິບັດຮ້າຍແຮງ.

_____

ກ່ຽວກັບ VIS

VIS ເປັນໂຮງຮຽນ ທີ່ນໍາໃຊ້ຫຼັກສູດ ທີ່ໄດ້ມາດຕະຖານສາກົນ ແລະ ເປັນໂຮງຮຽນ  ແຫ່ງດຽວໃນສປປ ລາວ ທີ່ໄດ້ຮັບການຮັບຮອງຈາກສະມາຄົມໂຮງຮຽນ ແລະ ວິທະຍາໄລ ຕາເວັນຕົກ (WASC) ແລະ ສະພາໂຮງຮຽນ ນານາຊາດ (CIS).  ພ້ອມນີ້, VIS ຍັງເປັນໂຮງຮຽນແຫ່ງດຽວໃນສປປ ລາວ ທີ່ນໍາໃຊ້ຫຼັກສູດ IB ເຂົ້າໃນຊັ້ນອະນຸບານ ຈົນເຖິງຫ້ອງ 12 ຫລື ຈົນຈົບຫລັກສູດສາມັນສຶກສາ.

ປັດຈຸບັນ, ສິ່ງອໍານວຍຄວາມສະດວກໃນພື້ນທີ່ຂອງໂຮງຮຽນ ລວມມີ ສະລອຍນໍ້າ 2 ແຫ່ງ, ເດີ່ນບານເຕະ 2 ແຫ່ງ, ສະໜາມບານບ້ວງ 2 ແຫ່ງ, ພື້ນທີ່ສະໜາມຫຼິ້ນທີ່ກວ້າງ ຂວາງ, ຫໍສະໝຸດ 1 ຫຼັງ, ຫ້ອງສ້າງເຄື່ອງປະດິດ 1 ຫ້ອງ ແລະ ຫ້ອງສໍາລັບການສະແດງ 1 ຫ້ອງ.  VIS ໄດ້ເລີ່ມການປັບປຸງ ແລະ ຂະຫຍາຍສິ່ງອໍານວຍຄວາມສະດວກຂອງ ໂຮງຮຽນ ໃນໂຄງການປັບປຸງພື້ນຂອງໂຮງຮຽນ ຕັ້ງແຕ່ເດືອນທັນວາ ປີ 2020.

ກະລຸນາ ກົດ ບ່ອນນີ້ ເພື່ອເບິ່ງຂໍ້ມູນເພີ່ມຕື່ມກ່ຽວກັບໂຄງການດັ່ງກ່າວ.

ກ່ຽວກັບ BFL (ທະນາຄານລາວຝລັ່ງ)

BFL ແມ່ນທະນາຄານຮ່ວມທຶນ ລະຫວ່າງ ທະນາຄານ BRED Banque Populaire (BRED Group) ກັບທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ (BCEL Public).

BRED ແມ່ນຮ່ວມມືກັບ Banque Populaire ທີ່ມີທະນາຄານເປັນສະມາຊິກສະໜັບສະໜູນເຖິງ 200,000 ແຫ່ງ, ມີເງິນທຶນ ເຖິງ 4,4 ຕື້ ຢູ່ໂຣ, ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1919, ເປັນສ່ວນໜຶ່ງໃນກຸ່ມ BPCE Group, ຈັດຢູ່ໃນອັນດັບທີ 17 ຂອງກຸ່ມທະນາຄານທົ່ວໂລກໃນດ້ານຊັບສິນ. BRED ມີສາຂາຂອງຕົນຕັ້ງຢູ່ທົ່ວໂລກ ໃນອາຊີຕາເວັນອອກສ່ຽງໃຕ້ (ຢູ່ສປປ ລາວ, ກໍາປູເຈຍ, ມຽນມ້າ), ໃນແຫຼມອາຟຣິກກາ (ຈີບູດີ ແລະ ເອທິໂອເປຍ), ໃນຂົງເຂດປາຊີຟິກ (ນິວ ຄາລີໂດເນຍ, ຟີຈິ,         ວານູອາຕູ, ແລະ ໝູ່ເກາະໂຊໂລມັອນ).  ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ແມ່ນທະນາຄານການຄ້າທີ່ໃຫຍ່ ທີ່ສຸດໃນ ສປປ ລາວ.

ສໍາລັບຂໍ້ມູນເພີ່ມຕື່ມກ່ຽວກັບ BFL, ກະລຸນາເຂົ້າເບິ່ງໄດ້ທີ່:  www.bfl-bred.com

Banque Franco-Lao (BFL) funds Vientiane International School (VIS) campus improvement project, including a Performing Arts Center, a Gymnasium, and new social areas to serve VIS and local communities. 

Vientiane, March 2021 – BFL and VIS celebrated their partnership and commencement of the Campus Gateway Project with a groundbreaking ceremony on March 3rd at the VIS campus. They welcomed their partners as well as Lao PDR government representatives, local community leaders, the diplomatic community, and international organizations and shared the project details with the local press. The project is expected to be completed by 14th June 2022 (potential COVID restrictions permitting).

VIS continues to improve its offering with a campus expansion, and BFL –one of VIS’s banking service providers since it opened in Laos 10 years ago– has provided the project funding. 

The partners involved in this project that promises to incentivize the Lao economy are: Lao Consulting Group (Technical Design and Project Management); Comin Asia (MEP Design Consultants); and Khamphay Sana Group (Civil and Architectural contractor), all of whom are helping to make the design vision of EIW Architects (Design Consultants from Perth) a reality. 

The efforts of this multidisciplinary team, BFL financial support, together with years of strategic planning, has set the ground for building the new VIS facilities without impacting the school’s operations, budget, or school fees. 

In a blend of traditional Laos architectural style with modern, sustainable design, the new VIS facilities will offer:

  • A new multipurpose Performing Arts Center with a capacity of 350+ pax. Retractable seats make the space versatile for events and community gatherings;
  • An indoor Gymnasium with 2 full-size basketball courts,  integrated into the sports hub (pool and soccer field);
  • A modern administration building and community areas. 

We give back to Laos

“The estimated project investment is $8 million. About 75% of this expenditure will be directed through local companies as far as possible, with materials only being imported where necessary. During these global pandemic difficult times, we will make sure to foster the local economy and give back to Lao communities as much as we can,” Vivien Brelsford, VIS Finance and Operations Manager said. 

Arnaud Caulier, CEO of BFL (Banque Franco Lao) stated “BFL is proud to finance the expansion of Vientiane International School thanks to a lending deal of 6 million dollars, helping to achieve the school’s key objective of growing its educational capacity in a responsible and sustainable way. This project financing is particularly significant as it will help support our local communities development and make a significant impact on improving education infrastructure in the Lao PDR ”.

Once the project is completed, VIS plans to involve the local community through initiatives such as:

  • A regular farmer’s/craft market in the car park to support local entrepreneurs
  • The possible establishment of a “Community Garden” which would provide access to local members of the community to learn about urban agriculture options
  • A venue for hosting more conferences, performances, and sporting events for local community projects.  VIS already supported local groups such as the Lao Parra-swimming Foundation.

“The VIS new facilities will enable novel spaces that expand the learning opportunities of our students and local communities. The Campus Gateway Project responds to the findings and recommendations of a facilities review and space utilization analysis conducted by Perkins Eastman in 2018. We are moving from a sports-centered campus to a responsive building that incorporates the arts and sustainability principles into an enhanced sports hub. Our campus improvement will help us fulfill our school’s mission and vision: developing our learners’ unique potential while leading the way toward a sustainable future.”, stated the Head of School, Mrs. Elsa Donohue. 

VIS aims to work with the United Nations (UN) to have the site designated as a “place of refuge” for the local community in the event of a major disaster. 

––

About VIS

VIS is an independent, non-profit school offering an international-standard curriculum. It’s the only school in Laos accredited by the Western Association of Schools and Colleges (WASC) and the Council of International Schools (CIS). It is also the only IB World School in the country, delivering the IB Continuum Program (PYP, MYP, and DP Programmes from Early Years through Grade 12). 

VIS’s current campus facilities include two swimming pools, two soccer pitches, two basketball courts, ample playground spaces, a collaborative library, a Makerspace, and a “BlackBox” Theater. Starting in December 2020, VIS will improve and expand their facilities through the Campus Gateway Project.

Click HERE to learn more about the VIS Campus Gateway Project.

About BFL (Banque Franco Lao Ltd)

BFL is a joint venture between BRED Banque Populaire (BRED Group) and BCEL Public.

BRED is a cooperative Banque Populaire, supported by its 200,000 members and 4.4 billion Euros of equity, created in 1919. It is part of BPCE Group, ranked #17 banking group worldwide in terms of Assets. BRED is established worldwide with subsidiaries located in South East Asia (Laos, Cambodia, Myanmar), the Horn of Africa (Djibouti and Ethiopia), the Pacific region (New-Caledonia, Fiji, Vanuatu, and Solomon Islands). BCEL Public is the largest commercial Bank in the Lao PDR. Please visit www.bfl-bred.com for more details on BFL.

ແບ່ງປັນ