ແຟນໆນາງງາມລຸ້ນຢ່າງໜັກວ່າ ຄຣິສຕິນາ ລາສະສິມມາ ຈະເປັນ Miss Universe Laos ຄົນຕໍ່ໄປ ຫຼືບໍ່?? ທີ່ຈະໄປປະກວດເວທີ Miss Universe ທີ່ປະເທດອາເມຣິກາ ຫຼາຍຄົນຄົງຈະຮູ້ຈັກກັນດີ ກັບສາວຄົນນີ້ ນາງສາວລາວ ປີ 2012 ເປັນນາງງາມ ສູ່ນາງແບບທີ່ມີຄວາມສາມາດ ແລະ ຢູ່ວົງການບັນເທິງມາແບບຍາວນານອີກຄົນໜຶ່ງສໍາລັບສາວຄົນນີ້ ຄຣິສຕີນ່າ ລາດສະສິມມາ ທີ່ເລີ່ມກ້າວເຂົ້າສູ່ວົງການໂດຍການເປັນ Miss Laos 2012 ແລະ ກໍໄດ້ຜັນຕົວເອງມາເປັນນາງແບບຢູ່ຄູ່ວົງການມາດົນນານ ແລະ ທັກສະໃນສາຂາອາຊີບກໍນັບມື້ນັບພັດທະນາຂຶ້ນ ຄືກັບຄວາມງາມຂອງນາງ ຢືນຢັນໄດ້ຈາກລາງວັນທີ່ໄດ້ຮັບຫຼາກຫຼາຍໃນປີ 2019 – 2020 ທີ່ຜ່ານມາ!!!

ອາດຈະມີການປະກາດຜົນ ວັນທີ 15 ມີນາ ນີ້ ກຽມມາລຸ້ນນໍາກັນເລີຍ!!! ວ່າມົງຈະລົງສາວງາມຄົນນີ້ບໍ່???


