Breaking News

ພຣະທາດສາມປາງ ບູຮານສະຖານເກົ່າແກ່!

ແບ່ງປັນ

ບັນດາທ່ານຜູ້ອ່ານທີ່ໜ້າຮັກ ມື້ນີ້ ທີມງານ ຂວັນໃຈ ຈະມາແນະນໍາໃຫ້ທ່ານຜູ້ອ່ານທີ່ໜ້າຮັກໄດ້ຮູ້ຈັກກັບ ພຣະທາດສາມປາງບູຮານສະຖານເກົ່າແກ່ ຂອງຊາວເມືອງສຸຂຸມາ ຫຼາຍໆທ່ານອາດຈະບໍ່ຮູ້ວ່າພຣະທາດແຫ່ງນີ້ຕັ້ງຢູ່ໃສ ມີປະຫັວດຄວາມເປັນມາແນວໃດ ບໍ່ລໍຊ້າເຮົາໄປເບິ່ງພ້ອມກັນເລີຍ

ພຣະທາດສາມປາງຕັ້ງຢູ່ບ້ານ ທາດສາມປາງເມືອງສຸຂຸມາ ແຂວງຈໍາປາສັກເຊິ່ງເປັນ ສະຖານທ່ອງທ່ຽວບູຮານທີ່ເກົ່າແກ່ ແລະ ໜ້າສົນໃຈຂອງເມືອງສຸຂຸມາ ກໍຄືຂອງແຂວງຈຳປາສັກ ພຣະທາດສາມປາງຕັ້ງຢູ່ເຂດ 4 ໂນນຍ່າງ, ເມືອງສຸຂຸມາ ຫ່າງຈາກເມືອງສຸຂຸມາ ໄປທາງຕາເວັນຕົກສ່ຽງເໜືອປະມານ 13 ກິໂລແມັດ, ຫ່າງຈາກເມືອງປາກເຊ ໄປທາງຕາເວັນຕົກສ່ຽງໃຕ້ປະມານ 72 ກິໂລແມັດ ແລະ ຫ່າງຈາກວັດພູປະມານ 21 ກິໂລແມັດ ສະຖານທີ່ແຫ່ງນີ້ ຕັ້ງຢູ່ທົ່ງຮາບຫ້ວຍຂະໜວນ ເຊິ່ງ ເປັນສາຂາໜຶ່ງ ຂອງແມ່ນໍ້າຂອງ ໃນອະດີດ ຫ້ວຍນີ້ມີນໍ້າໄຫຼ່ຢູ່ຕະຫຼອດເຊິ່ງຄົນບູຮານໄດ້ໃຊ້ເປັນເສັ້ນທາງຂົນສົ່ງ ແລະ ໄປມາຫາສູ່ກັນ. ພ້ອມນີ້ຍັງມີເສັ້ນທາງບູຮານ ທີ່ໄດ້ເນັ່ງຈາກວັດພູ ໄປທາງໃຕ້ ຈົນເຖິງຊາຍແດນກຳປູເຈຍ ເຊິ່ງປັດຈຸບັນນີ້ ກໍຍັງສາມາດໄດ້ພົບເຫັນຢູ່ບາງຕອນ ແລະ ບາງຕອນກໍຖືກທຳລາຍໂດຍສະເພາະປະຊາຊົນທີ່ເຮັດໄຮ່, ເຮັດນາ, ປຸກເຮືອນຊານໃສ່ ແຕ່ກໍຍັງສາມາດສັນນິຖານໄດ້ວ່າ: ແມ່ນເສັ້ນທາງຄູບູຮານ

ພຣະທາດສາມປາງແຫ່ງນີ້ມີທັງໝົດສາມໜ່ວຍຕັ້ງຮຽງກັນ ແລະ ເພິ່ນໄດ້ສັນນິຖານໄວ້ວ່າ: ພຣະທາດສາມປາງແຫ່ງນີ້ໄດ້ສ້າງຕັ້ງຂຶ້ນພ້ອມກັບວັດພູແຂວງຈໍາປາສັກ, ໃນທຸກໆປີເມື່ອເຖິງມື້ແຮມ 15 ຄໍ່າເດືອນ 2   ( ເດືອນຍີ່ ) ບັນດາຊາວບ້ານ,ຊາວເມືອງຈະມີການຈັດພິທີສະເຫຼີມສະຫຼອງພຣະທາດສາມປາງແຫ່ງນີ້ ເຊິ່ງຖືເປັນ ປະເພນີທີ່ໄດ້ສືບທອດກັນມາຫຼາຍປີ

ດັ່ງນັ້ນຖ້າບັນດາທ່ານຜູ້ອ່ານທີ່ໜ້າຮັກ ຍັງບໍ່ມີແຜນຈະເດີນທາງໄປທ່ອງທ່ຽວບ່ອນໃດກະລອງຂຶ້ນແຜນໄປທ່ຽວພຣະທາດສາມປາງ ເພື່ອເປັນສິລິມຸງຄຸນໃຫ້ແກ່ຊີວິດ ແລະ ຖ້າທ່ານໃດມີໂອກາດໄດ້ໄປທ່ຽວແຂວງ ຈໍາປາສັກກໍຢ່າລືມໄປເລາະຊີມອາຫານຂອງແຂວງຈໍາປາສັກ ແລະ ອາຫານໂດດເດັ່ນກວ່າໝູ່ກໍແມ່ນປານໍ້າຂອງສົດໆ ທີ່ນໍາມາປຸງແຕ່ງອາຫານ ແຊບໆໄດ້ ຫຼາກຫຼາຍປະເພດນໍາອີກ

ແບ່ງປັນ