ໃຜຈະຮູ້ວ່າເບື້ອງຫຼັງຄວາມສໍາດເລັດຂອງນາຊ່າການນໍາຍານລົງຈອດເທິງດາວອັງຄານໄດ້ນັ້ນ ສ່ວນໜຶ່ງມາຈາກເດັກຍິງທີ່ເວົ້າພາສາອັງກິດບໍ່ໄດ້ ແຕ່ກໍຍັງຕິດສິນໃຈເດີນທາງເຈົ້າສະຫະລັດອາເມລິກາເພຶ່ອເດີນຕາມຄວາມຝັນ ໄດອານາ ໃຫ້ສໍາພາດວ່າ ລາວເຕີບໂຕມາໃນຄອບຄົວທີ່ຜູ້ຊາຍເປັນໃຫຍ່ ແລະ ຜູ້ຍິງຕ້ອງຢູ່ບ້ານເພື່ອດູແລຄອບຄົວ ທີ່ຄອຍປະຕິບັດສາມີເທົ່ານັ້ນ ການທີ່ໄດ້ກ້າວມາຢູ່ໃນຈຸດນີ້ກໍເພື່ອຕ້ອງການພິສູດໃຫ້ຄົນອື່ນເຫັນວ່າພວກເຂົາຄິດຜິດ ສັງຄົມທີ່ລາວເຕີບໃຫຍ່ມານັ້ນ ບໍ່ກ້າແຕ່ຈະມີຄວາມຝັນ ເພາະສັງຄົມ ແລະ ສະພາບແວດລ້ອມເຮັດໃຫ້ຮູ້ສຶກວ່າບໍ່ຢາກມີອານາຄົດ ໄດອານາ ຢາກໃຫ້ຕົວເອງເປັນແຮງບັນດານໃຈໃຫ້ກັບເດັກທຸກຄົນ. ໄດອານາ ເປັນແມ່ຍິງທີ່ເວົ້າພາສາອັງກິດບໍ່ໄດ້ແຕ່ກໍຍັງຕິດສິນໃຈເຂົ້າມາສຶກສາ ແລະ ຍັງມີເງິນຕິດຕົວພຽງແຕ່ 9,000 ບາດ ແຖມຍັງເຮັດວຽກເປັນຄົນລ້າງຫ້ອງນໍ້າເພື່ອສົ່ງເສີມຕົວເອງຮຽນ ຈົນໃນທີ່ສຸດກໍໄດ້ເຂົ້າສຶກສາທີ່ ມະຫາວິທະຍາໄລ ຟໍລິດາ ໃນວິຊາເອກວິສາວະກໍາການບິນ ແລະ ອາວາກາດ ເຊຶ່ງເປັນພຽງແມ່ຍິງຄົນທໍາອິດຂອງຊາວລະຕິນທີ່ເຊົ້າສຶກສາໃນດ້ານນີ້ ໄດອານາ ໄດ້ຮັບການສະໜັບສະໜຸນຈາກອາຈານໃຫ້ສະໝັກເຂົ້າຮຽນໃນສະຖາບັນ NASA Academy ແລະ ແນ່ນອນວ່າ ໄດອານາ ເຮັດໃຫ້ນາຊ່າຕັດສິນໃຈຮັບຮອງເອົາເຂົ້າເຮັດວຽກທັນທີຫຼັງຮຽນຈົບ ດ້ວຍຄວາມມຸ້ງໝັ້ນບວກກັບຄວາມສາມາດທີ່ເຮັດໃຫ້ໄດ້ເຂົ້າຮ່ວມໂຄງການຕ່າງໆທີ່ສໍາຄູຄັນຫຼາຍໂດຍສະເພາະໂຄງການຍານສໍາຫຼວດ Perseverance ของ NASA ທີ່ ໄດອານາ ໄດ້ຮັບໜ້າທີ່ເປັນຜູ້ອໍານວຍການດ້ານການບິນ ໃນການສົ່ງຍາານອອກໄປເພື່ອສໍາຫຼວດດາວອັງຄານ.


ຍານສໍາຫຼວດ (Perseverance Mars Rover) ໃຊ້ເວລາກວ່າ 10 ເດືອນ ໃນການລົງຈອດໃນດາວເຄາະ ແຕ່ສໍາລັບ ໄດອານາ ໃຊ້ເວລາກວ່າ 30 ປີ ໃນການເດີນທາງອອກຈາກດິນແດນທີ່ເຕັມໄປດວ້ຍຄາບສີແດງຂອງເລືອດເພື່ອຕາມຫາຄວາມຝັນ ແລະ ເຮັດໃຫ້ສໍາເລັດທີ່ໄດ້ຮັບ ນອກຈາກຈະເປັນຜູ້ນໍາພາໂລກໄປຍັງດາວອັງຄານໄດ້ ໄດອານາ ຍັງເປັນຜູ້ຈູດສະນວນ ຄວາມຝັນຂອງເດັກນ້ອບ ແລະ ຍິງສາວຊາວລະຕິນ ລວມໄປເຖິງຜູ້ຄົນຈໍານວນຫຼາຍ. ຈາກຜູ້ທີ່ອົບພະຍົບທີ່ສື່ສສານພາສາອັງກິດບໍ່ໄດ້. ສິ່ງສໍາຄັນບໍ່ວ່າຈະເຮັດວຽກຫຍັງ ຫຼືເຄີຍຜ່ານຫຍັງມາແນ່ ມັນຄືແຮງພັກດັນ ແລະ ຄວາມພະຍາຍາມຈົນໃນທີ່ສຸດ ໄດອານາ ກໍສາມາດຄວ້າເອົາຄວາມສໍາເລັດນັ້ນມາຢູ່ໃນມືໄດ້ສໍາເລັດ.


ຮຽບຮຽງໂດຍ: Kuanjai Magazine