Breaking News

ອ່ານດ່ວນ!!! 12 ຂໍ້ຄິດເພື່ອຊີວິດການເຮັດວຽກທີ່ດີຂຶ້ນ… ມື້ນີ້ ຂວັນໃຈມີຂໍ້ຄິດດີໆ 12 ຂໍ້ ທີ່ຈະຊ່ວຍປັບແນວຄິດ ແລະ ທັດສະນະຄະຕິທີ່ມີຜົນດີຕໍ່ການເຮັດວຽກມາໃຫ້ອ່ານ… ລອງໄປເບິ່ງກັນເລີຍ!!!

ແບ່ງປັນ

1. ມະນຸດສໍາພັນ

ເນື່ອງຈາກມະນຸດສໍາພັນເປັນສິ່ງສໍາຄັນ ຖ້າເຈົ້າເຂົ້າກັບເພື່ອນຮ່ວມງານບໍ່ໄດ້ ເຈົ້າຄວນຈະພິຈາລະນາປັບປຸງທັກສະດ້ານມະນຸດສໍາພັນ ເພາະເຖິງວ່າເຈົ້າຈະເກັ່ງຂະໜາດໃດ ເຈົ້າກໍບໍ່ມີທາງປະສົບຄວາມສໍາເລັດໄດ້ ຖ້າມະນຸດສໍາພັນເຈົ້າບໍ່ດີ…

2. ການເຮັດວຽກເປັນທີມ

ປັດຈຸບັນ ກນເຮັດວຽກຈະເນັ້ນບຸກຄົນທີ່ເຮັດວຽກເປັນທີມໄດ້ດີຫຼາຍກວ່າຄົນທີ່ມັກເຮັດວຽກຄົນດຽວ ເນື່ອງຈາກໂລກແຄບລົງ ແລະ ມີການພັດທະນາໃນດ້ານຕ່າງໆ ຫຼາຍຂຶ້ນ ການເຮັດວຽກກໍຕ້ອງເປັນທີມຫຼາຍຍິ່ງຂຶ້ນ ຜູ້ທີ່ມີທັກສະໃນການເຮັດວຽກເປັນທີມ ແລະ ເປັນຜູ້ຮ່ວມທີມທີ່ດີ ຈຶ່ງເປັນສິ່ງຈໍາເປັນໃນການເຮັດວຽກ.

3. ຂໍ້ຕົກລົງໃນການເຮັດວຽກ

ຈື່ໄວ້ວ່າການທີ່ເຈົ້າຮັບປາກຮັບຄໍາກັບໃຜເລື່ອງໃດເລື່ອງໜຶ່ງ ເຈົ້າຕ້ອງຮັບຜິດຊອບ ແລະ ເຮັດໃຫ້ໄດ້ຕາມທີ່ຮັບປາກໄວ້ ຖ້າເຮັດບໍ່ໄດ້ ຫຼືລ່າຊ້າກວ່າທີ່ຮັບປາກ ເຈົ້າຕ້ອງແຈ້ງໃຫ້ບຸກຄົນທີ່ເຈົ້າຮັບປາກຮູ້ລ່ວງໜ້າຢ່າງໜ້ອຍ 2-3 ມື້ ດັ່ງນັ້ນ ກ່ອນທີ່ຈະຮັບປາກໃຜໃນເລື່ອງຂອງການເຮັດວຽກ ຄວນຈະຄິດໃຫ້ຮອບຄອບກ່ອນ.

4. ຂ້ອຍເປັນຂ້ອຍເອງ

ການຈະເປັນສາວໝັ້ນ ເຈົ້າຕ້ອງເບິ່ງເວລາ ແລະ ສະຖານທີ່ໃຫ້ດີກ່ອນ ບໍ່ດັ່ງນັ້ນ ແທນທີ່ຈະຊ່ວຍເສີມໃຫ້ດູດີ ກັບກາຍມາທໍາລາຍອະນາຄົດການເຮັດວຽກຂອງເຈົ້າໄປເລີຍ ຫຼັກການທີ່ດີຄື ເບິ່ງບຸກຄົນທີ່ເຈົ້າຕິດຕໍ່ນໍາ ແລະ ຈະໝັ້ນໃຈຫຍັງກໍຄວນເຮັດຢ່າງພໍດີ.

5. ຂໍຢູ່ມິດໆ ຄົນດຽວ

ຂໍ້ນີ້ສໍາຄັນຫຼາຍ ຢ່າພະຍາຍາມເຮັດຕົວບໍ່ແຄໃຜ ເພາະສຸດທ້າຍເຈົ້າຈະເປັນຄົນທໍາອິດທີ່ທຸກຄົນລືມ ຢ່າເປັນຄົນທີ່ຄຽດງ່າຍ ມ່ວນຍາກ ໃຜໆເຂົ້າເຖິງຍາກ ຈະດີກວ່າຖ້າເຈົ້າເປັນຄົນຍິ້ມງ່າຍ ແລະ ເປັນມິດກັບທຸກຄົນ.

6. ວຽກສ່ວນຕົວ

ບໍ່ຄວນນໍາວຽກສ່ວນຕົວທຸກປະເພດຂອງເຈົ້າມາເຮັດໃນເວລາເຮັດວຽກເດັດຂາດ ທາງທີ່ດີທີ່ສຸດຄື ຄວນຈະເຮັດວຽກສ່ວນຕົວນອກເວລາວຽກກປະຈໍາ

7. ຄວາມຮັກ

ບໍ່ຄວນເດັດຂາດທີ່ເຈົ້າຈະເອົາບັນຫາເລື່ອງຄວາມຮັກມາປົນກັບວຽກໃນເວລາດຽວກັນ ເພາະບັນຫາທີ່ຕາມມາ ນອກຈາກຈະແກ້ບັນຫາຄວາມຮັກບໍ່ໄດ້ແລ້ວ ການເຮັດວຽກກໍຍັງບໍ່ມີປະສິດທິພາບອີກດ້ວຍ

8. ເປົ້າໝາຍ

ເປົ້າໝາຍເປັນສິ່ງສໍາຄັນໃນການເຮັດວຽກ ຖ້ເຈົ້າເຮັດວຽກແບບມີເປົ້າໝາຍ ແລະ ມີການວາງແຜນທີ່ດີເຖິງວ່າເຈົ້!ຈະເຮັດບໍ່ໄດ້ ແຕ່ເຈົ້າພະຍາຍາມເຕັມທີ່ແລ້ວ ຮັບຮອງວ່າຫົວໜ້າຈະຕ້ອງເບິ່ງເຈົ້າແບບບໍ່ທໍາມະດາ ແລະ ຈະເປັນໂອກາດທີ່ດີຂອງເຈົ້າໃນການເຮັດຕົວໃຫ້ໜ້າເຊື່ອຖື ແຕ່ລະວັງຢ່າໃຊ້ເປົ້າໝາຍມາເວົ້າ ແຕ່ເຮັດບໍ່ເຄີຍໄດ້ເລີຍ ເພາະຈະກາຍເປັນການໂອ້ອວດຫຼາຍກວ່າ.

9. ບຸກຄະລິກກະພາບ

ບຸກຄະລິກກະພາບ ແລະ ການແຕ່ງຕົວເປັນອົງປະກອບຢ່າງໜຶ່ງທີ່ຈະຊ່ວຍກໍານົດຄວາມສໍາເລັດໃນການເຮັດວຽກຂອງເຈົ້າ ຢ່າແຕ່ງຕົວຫຼາຍເກີນໄປ ຫຼືໜ້ອຍເກີນໄປ ແລະ ສິ່ງສໍາຄັນຢ່າງແຕ່ງຕົວໃນແບບທີ່ບໍ່ແມ່ນເຈົ້າ ການແຕ່ງຕົວທີ່ດີສໍາລັບກນເຮັດວຽກກໍຄື ສຸພາບ ແລະ ໂຊບຸກຄະລິກກະພາບຂອງເຈົ້າ

10. ຫົວໜ້າ

ຢ່າເຮັດຕົວສະນິດສະໜົມກັບຫົວໜ້າຈົນຄືບໍ່ເຄົາລົບເພິ່ນ ສໍາລັບຫົວໜ້າ ສິ່ງທີ່ດີ ແລະ ເປັນປິໂຫຍດກັບເຈົ້າຫຼາຍທີ່ສຸດກໍຄື ການໃຫ້ກຽດ ໜ້ທີ່ຫຼັກຂອງເຈົ້າຄືການເຮັດໃຫ້ຫົວໜ້າຂອງເຈົ້າດູດີຢູ່ສະເໝີໃນສາຍຕາຄົນອື່ນ ບໍ່ວ່າຈະດ້ວຍຄໍາເວົ້າ ຫຼືການກະທໍາກໍຕາມ

11. ການຈົ່ມຂວັນ

ຈື່ໄວ້ວ່າຢ່າເຂົ້າໄປຢູ່ໃນກຸ່ມທີ່ມີການຈົ່ມຂວັນໃດໆ ໃນການເຮັດວຽກເດັດຂາດ ເພາະສຸດທ້າຍເຈົ້າອາດຈະກາຍເປັນຜູ້ສົມຮູຮ່ວມຄິດ ຫຼືດີບໍ່ດີກາຍເປັນຜູ້ເລີ່ມຈົ່ມຂວັນໂດຍທີ່ບໍ່ໄດ້ເຮັດ ທາງອອກທີ່ດີຄື ຢ່າເວົ້າເຫັນດີ ຫຼືບໍ່ເຫັນດີໂດຍເດັດຂາດ ພຽງແຕ່ນັ່ງຟັງໂດຍບໍ່ອອກຄວາມຄິດເຫັນໃຫ້ບອກວ່າບໍ່ແນ່ໃຈ ຫຼືບໍ່ຮູ້ ຫຼືຂໍອອກຈາກວົງການສົນທະນາ ເທົ່ານີ້ເຈົ້າກໍບໍ່ເສຍທັງໝູ່ ແລະ ບໍ່ເສຍທັງວຽກນໍາ.

เขาว่ากันว่า  ผู้หญิงเป็นเพศที่ชอบนินทาหรือขี้นินทามากกว่าผู้ชายคุณว่าจริงไหม | Toluna

12. ຄວາມຄິດສ້ງສັນ

ຫົວໃຈຂອງຄວາມສໍາເລັດໃນການເຮັດວຽກຄື ຄວາມຄິດສ້າງສັນ ເຈົ້າຕ້ອງພະຍາຍາມເຝິກສະໝອງຂອງເຈົ້າໃຫ້ຄິດໃນແບບຂອງເຈົ້າຢູ່ສະເໝີ ເຈົ້າຕ້ອງພະຍາຍາມຄິດວ່າເຈົ້າຈະເຮັດຫຍັງເພີ່ມຕຶ່ມໃຫ້ວຽກທີ່ກໍາລັງເຮັດຢູ່ດີຂື້ນ ຫຼືສະດວກຂຶ້ນກວ່າເກົ່າ ຫຼັກຂອງການເປັນຄົນມີຄວາມຄິດສ້າງສັນງ່າຍໆຄື ກ້າຄິດ ຄິດຕະຫຼອດ ຄິດໃຫ້ຫຼາຍ ແລ້ວເຈົ້າຈະເປັນຄົນມີຄວາມຄິດສ້າງສັນ

ການເຮັດວຽກຮ່ວມກັບຄົນອື່ນໃຫ້ປະສົບຄວາມສໍາເລັດ ເຈົ້າຄວນເລີ່ມຕົ້ນຈາກການເບິ່ງຕົວເຈົ້າເອງ ແລະ ປັບປ່ຽນພຶດຕິກໍາຂອງຕົວເຈົ້າເອງໃຫ້ເປັນຄົນທີ່ເບິ່ງໂລກໃນແງ່ດີຂຶ້ນ ຍິ້ມແຍ້ມແຈ່ມໃສຢູ່ສະເໝີ ໃຫ້ການຊ່ວຍເຫຼືອດ້ວຍຄວາມຈິງໃຈ ມີຄວາມປານີປານອມ ສ້າງຄວາມສໍາພັນທີ່ດີກັບຜູ້ອື່ນຢູ່ສະເໝີ ພຽງເທົ່ານີ້ ເຈົ້າກໍຈະເປັນຄົນທີ່ມີສະເໜ ແລະ ສ້າງຄວາມປະທັບໃຈທີ່ດີກັບບຸກຄົນອື່ນທີ່ເຈົ້່າຕ້ອງການເຮັດວຽກຮ່ວມແລ້ວ

ຮຽບຮຽງໂດຍ: Kuanjai Magazine

ແບ່ງປັນ