Breaking News

ຍິນດີນໍາ!!! “ຄຣິສຕິນາ ລາສະສິມມາ” ຄວ້າມຸງກຸດ Miss Universe Laos 2020 ໄປຄອງ…

ແບ່ງປັນ

ເປັນມື້ທີ່ຫຼາຍຄົນຄອງຄອຍ ແລະ ລຸ້ນໄປຕາມໆກັນເລີຍກໍໄດ້ ວ່າໃຜຈະເປັນຄົນທີ່ຄວ້າຕໍາແໜ່ງເທິງເວທີ Miss Universe Laos 2020!!!

ແຟນໆນາງງາມບໍ່ຕ້ອງລຸ້ນອີກຕໍ່ໄປ… ໃນທີ່ສຸດ!!!ກໍໄດ້ຖະແຫຼ່ງຂ່າວຢ່າງເປັນທາງການໄປແລ້ວ ໃນຄໍ່າຄືນຂອງວັນທີ 18 ມີນາ ທີ່ຜ່ານມາ ເຊິ່ງມົງກໍລົງໄປທີ່ສາວຄົນນີ້ “ຄຣິສຕິນາ ລາສະສິມມາ” ເປັນຄົນທີ່ຄວ້າມຸງກຸດ Miss Universe Laos 2020 ໄປຄອງ ແລະ ໄດ້ເປັນຕົວແທນນາງງາມລາວ ຄົນຫຼ້າສຸດທີ່ຈະໄດ້ໄປປະກວດເວທີລະດັບໂລກ Miss Universe Laos 2020 ທີ່ ສະຫະລັດອາເມລິກາ ໃນເດືອນ ພຶດສະພາ 2021 ນີ້…​

ຫຼາຍຄົນຄົງຈະຮູ້ຈັກກັນດີ ກັບສາວຄົນນີ້ ນາງສາວລາວ ປີ 2012 ເປັນນາງງາມ ສູ່ນາງແບບທີ່ມີຄວາມສາມາດ ແລະ ຢູ່ວົງການບັນເທິງມາແບບຍາວນານອີກຄົນໜຶ່ງ ສໍາລັບ ຄຣິສຕີນ່າ ລາດສະສິມມາ ເລີ່ມກ້າວເຂົ້າສູ່ວົງການໂດຍການເປັນ Miss Laos 2012 ແລະ ກໍໄດ້ຜັນຕົວເອງມາເປັນນາງແບບຢູ່ຄູ່ວົງການມາດົນນານ ແລະ ທັກສະໃນສາຂາອາຊີບກໍນັບມື້ນັບພັດທະນາຂຶ້ນ ຄືກັບຄວາມງາມຂອງຄຣິສຕີນ່າ ເອງ ຢືນຢັນໄດ້ຈາກລາງວັນທີ່ໄດ້ຮັບຫຼາກຫຼາຍໃນປີ 2019 – 2020 ທີ່ຜ່ານມາ!!!

ນອກຈາກນີ້, ຄຣິສຕີນ່າ ຍັງໄດ້ມີໂອກາດໄປຮ່ວມງານຢູ່ປະເທດເພື່ອນຂອງພວກເຮົາ ບໍ່ວ່າຈະເປັນງານໂຄສະນາ, ຖ່າຍແບບຕ່າງໆ…ແລະ ຜົນງານອື່ນໆອີກຫຼາກຫຼາຍ.

ຂວັນໃຈຂໍສະແດງຄວາມຍິນດີກັບສາວ ຄຣິສຕິນາ ນໍາເດີ້!!! ທີ່ຄວ້າຕໍາແໜ່ງ Miss Universe Laos 2020 ຝາກແຟນໆຕິດຕາມ ແລະ ເປັນກໍາລັງໃຈໃຫ້ສາວ ຄຣິສຕິນາ ແດ່ເດີ້!!! #KuanjaiMagazine

#MissUniverseLaos2020

Christina Lasasimma

ແບ່ງປັນ