Breaking News

(ຕຸ້ຍ ຕຸ້ຍ ຕຸ້ຍ ເບື່ອກັບຄຳນີ້ບໍ່?) ວີທີຄວບຄຸມອາຫານ ສຳລັບມືໃໝ່ໄດ້ຜົນດີ ເຫັນຜົນໄວ!!!

ແບ່ງປັນ

ຖ້າຢາກຈະມີຫຸ່ນງາມ ສິ່ງທີ່ຕ້ອງເຮັດຄວບຄູ່ກັບການອອກກຳລັງກາຍກໍຄື ການຄວບຄຸມອາຫານ ເຊິ່ງການຮູ້ຈັກເລືອກບໍລິໂພກແຕ່ສິ່ງທີ່ມີແຕ່ສານອາຫານດີໆ ເປັນປະໂຫຍດຕໍ່ຮ່າງກາຍ ແຕ່ບັນຫາທີ່ສາວໆຫຼາຍຄົນຕ້ອງພົບເລີຍກໍຄື ຮູ້ສຶກທໍ້ຖອຍໃຈ ຮູ້ສຶກທໍລະມານ ແລະ ຝືນໃຈສຸດໆ ຢາກກິນຫຍັງແຊບໆຕາມໃຈມັກກໍບໍ່ໄດ້ ໂດຍສະເພາະມືໃໝ່ທີ່ເບື່ອກັບຄົນອື່ນທ້ວງວ່າ ຕຸ້ຍ ຕຸ້ຍ ຕຸ້ຍ ຈົນຢາກຫັນມາອອກກຳລັງກາຍ ແລະ ຄວບຄຸມອາຫານ, ດັ່ງນັ້ນ!!! ໃນມື້ນີ້ເຮົາຈະມາບອກວິທີຄວບຄຸມອາຫານສະບັບມືໃໝ່ຫັດຄວບຄຸມຢ່າງຖືກວິທີ ໄດ້ຜົນດີ ແລະ ບໍ່ທໍລະມານ…

ເຄັບລັບການຄວບຄຸມອາຫານທີ່ໄດ້ຜົນ

ຫຼຸດແບບຮຸນແຮງອາດບໍ່ແມ່ນທາງອອກທີ່ດີ

ກ່ອນອື່ນເຮົາຕ້ອງທຳຄວາມເຂົ້າໃຈກ່ອນວ່າ ຮ່າງກາຍເຮົາຕ້ອງການສານອາຫານໃຫ້ຄົບ 5ໝູ່ ເພາະດັ່ງນັ້ນການໃຊ້ວິທີຫຼຸດແປ້ງ ນໍ້າຕານ ແລະຫຼຸດໄຂມັນແບບຮຸນແຮງ ມັກຈະບໍ່ແມ່ນທາງອອກທີ່ດີ ຂອງແບບນີ້ມັນຕ້ອງຄ່ອຍໆເປັນໄປ ໃຫ້ເລີ່ມຈາກການຫຼຸດປະລິມານໃນການກິນລົງ ເພື່ອໃຫ້ຮ່າງກາຍໄດ້ປັບຕົວກ່ອນ ແລະ ຕ້ອງຫຼຸດປະລິມານໃນການກິນອາຫານບໍ່ກິນຫວານ ເຄັມ ແລະ ລົດຈັດຈົນເກີນໄປ

ເປັນຄົນຕິດເຂົ້າໜົມຫວານ ກິນໄດ້ບໍ່???

ໝູ່ເພື່ອນຫຼາຍຄົນຕິດການກິນເຂົ້າໜົມ ຂອງຫວານ ເອົາແທ້ໆ…ຢາກຈະບອກວ່າມັນກໍຍັງສາມາດກິນໄດ້ຢູ່ ເພາະຮ່າງກາຍກໍຕ້ອງການຄວາມແຊບຈາກລົດຊາດຂອງອາຫານ ພຽງແຕ່ວ່າຄວບຄຸມໃຫ້ເປັນ ຢ່າຕາມໃຈປາກ ມີວິໄນໃນການກິນ ແລະ ອອກກຳລັງກາຍຄວບຄູ່ກັນໄປຢ່າງສະໝໍ່າສະເໝີ

ສູດ 5 : 2 ຄວບຄຸມອາຫານແບບໄດ້ຜົນຍາວນານ

ສິ່ງໜຶ່ງທີ່ຢາກໃຫ້ທ່ອງຈື່ໄວ້ເລີຍວ່າ ຮ່າງກາຍຈະຈົດແລະປະບັດຕາມສິ່ງທີ່ເຮົາເຮັດຢ່າງສະໝໍ່າສະເໝີອອກເປັນ 5 : 2 ຈັນ-ສຸກ ເຮົາອາດຈະເລືອກກິນອາຫານທີ່ດີ ມີປະໂຫຍດຕໍ່ຮ່າງກາຍ ສ່ວນເສົາ-ອາທິດ ກໍປ່ອຍເປັນມື້ກິນຕາມໃຈເປັນລາງວັນໄປ ແຕ່ກໍບໍ່ແມ່ນຈະກິນໜັກຕາມໃຈຈົນເກີນໄປ ຕາມໃຈປາກໄປໝົດບໍ່ໄດ້ເດີ້ ຕ້ອງກິນໃນປະລິມານທີ່ເໝາະສົມຂອງປະລິມານອາຫານທີ່ກິນ ພຽງເທົ່ານີ້ເຮົາກໍສາມາດຄວບຄຸມອາຫານ ໄປພ້ອມໆກັບການມີຄວາມສຸກໃນການກິນແລ້ວ.

ທີ່ມາ: https://women.mthai.com/beauty/health/375227.html

ຮູບພາບ: google

ແບ່ງປັນ