ເຕືອນສະຕິຜູ້ເປັນລູກທັງຫຼາຍ ຫາກມື້ໜຶ່ງພໍ່ແມ່ບໍ່ຢູ່ແລ້ວ ຈະໃຊ້ຊີວິດຕໍ່ໄປຈັ່ງໃດ?
ຖ້າມື້ໜຶ່ງພໍ່ແມ່ຕ້ອງຈາກໄປຄົງຈະບໍ່ມີໃຜທີ່ຮັກເຮົາຄືກັບພວກເພີ່ນອີກແລ້ວ
ລູກຜູ້ຢູ່ໄກຖ້າວ່າງຈາກວຽກງານກໍໂທຫາເພີ່ນແນ່, ກັບໄປຢາມພວກເພີ່ນແນ່ກໍດີ ເພາະທຸກມື້ພວກເພີ່ນຄອງຖ້າການກັບໄປຂອງພວກເຈົ້າຢູ່ສະເໝີ ຢ່າເປືອງເວລາໄປກັບສະຖານທີ່ລະເລີງບັນເທີງໃຈຫຼາຍເກີນໄປເພື່ອນກິນທີ່ໄຮ້ສາລະ, ຮ້ານເຫຼົ້າຮ້ານເບຍ ເປັນພຽງບ່ອນຜ່ອນຄາຍມັນບໍ່ແມ່ນເຮືອນທີ່ໃຫ້ຄວາມອົບອຸ່ນແກ່ເຮົາ ຢ່າໄປໃຫ້ຄວາມສໍາຄັນກັບມັນຫຼາຍກວ່າພໍ່ແມ່ເລີຍ.

ຖ້າມື້ໜຶ່ງທີ່ພໍ່ກັບແມ່ຈາກໄປແທ້ໆມື້ນັ້ນຈະບໍ່ມີໃຜກ້າເອີ້ນເຈົ້າກິນເຂົາໃນຍາມທີ່ເຈົ້າຮ້າຍ, ອາລົມເສຍ ດັ່ງນັ້ນ, ບໍ່ວ່າຮ້ານອາຫານທາງນອກຈະແຊບ ແລະ ຫຼູຫຼາເທົ່າໃດກໍຢ່າລືມກັບເມືອກິນເຂົ້າກັບເພີ່ນຈັກຄັ້ງຈັກຄາວກໍຍັງດີ ຢ່າໃຫ້ພໍ່ແມ່ຄອງຄອຍຫາຄອງແລ້ວຄອງອີກກໍບໍ່ເຄີຍມາ ຢ່າໃຫ້ຄວາມເສຍໃຈນັ້ນກາຍເປັນບາບ. ຢ່າຖ້າໃຫ້ພໍ່ແມ່ຈາກໄປແລ້ວຈຶ່ງໂຫຍຫາເພາະຕອນນັ້ນມັນບໍ່ມີປະໂຫຍດຫຍັງແລ້ວ.
ຖ້າມື້ໜ່ຶ່ງພໍ່ແມ່ຕ້ອງຈາກໄປຈະບໍ່ມີໃຜວຸ້ນວາຍກັບພວກເຈົ້າແລ້ວ ບໍ່ມີໃຜຄອຍເປັນຫ່ວງເປັນໃຍຖາມໄຖ່ ຖ້າເກີດພໍ່ແມ່ບໍ່ສະບາຍເຈົ້າພັກວຽກໄປເບີ່ງແຍງເພີ່ນໄດ້ບໍ່? ຢ່າເອົາແຕ່ຈ້າງຄົນອື່ນເບີ່ງໃຫ້ ເພາະບາງຄັ້ງພວກເພີ່ນພຽງແຕ່ຢາກເຫັນຄົນທີ່ຮັກທີ່ສຸດໃນຊີວິດ.
ຖ້າມື້ໜຶ່ງພໍ່ແມ່ຕ້ອງຈາກໄປກໍຈະບໍ່ໃຜຮັກ, ເອັນດູເຮົາ ແລະ ໃຫ້ອະໄພເຮົາທຸກເລື່ອງເຖິງແມ່ນເຮົາຈະຊົ່ວຈະດີ ຫຼືຜິດພາດ.
ຢ່າພາຄົນທີ່ລັງກຽດພໍ່ແມ່ຂອງເຂົາເອງເຂົ້າເຮືອນເຮົາເດັດຂາດ ຢ່າຄົບຄົນທີ່ບໍ່ເຄົາລົບຮັກພໍ່ແມ່ຂອງເຂົາເປັນເພື່ອນ ຄົນແບບນີ້ເຂົາຈະບໍາສາມາດຮັກໃຜໄດ້.