Breaking News

ຍິ່ງອາຍຸຫຼາຍຂ້ອຍຍິ່ງເກັ່ງ!!! 8 ຢ່າງທີ່ແມ່ຍິງຄືພວກເຮົາຢ່າຢຸດເຮັດ ເພາະພວກເຮົາຄືແມ່ຍິງຍຸກໃໝ່

ແບ່ງປັນ

ມາເບີ່ງຂໍ້ຄິດ 8 ຂໍ້ທີ່ຈະເຮັດໃຫ້ພວກເຮົາເປັນແມ່ຍິງທີ່ເກັ່ງ, ສະຫຼາດ ແລະ ມີຄຸນຄ່າ

1 ຢ່າຢຸດຄົບເພື່ອນດີໆ: ໝູ່ອາດຈະຫາໄດ້ບໍ່ຍາກແຕ່ໝູ່ທີ່ດີ ແລະ ຈິງໃຈຫາບໍ່ງ່າຍເລີຍໃດ໋! ແຕ່ເຊື່ອວ່າໃນຊີວິດເຮົາເຖິງຈະມີໝູ່ຫຼາຍ ແຕ່ໝູ່ທຸກຄົນກໍບໍ່ໄດ້ຫວັງດີນໍາເຮົາສະເໝີໄປ ສະນັ້ນ, ການມີໝູ່ຫຼາຍບໍ່ແມ່ນສິ່ງທີ່ສໍາຄັນແຕ່ໝູ່ທີ່ດີ ແລະ ພາຊີວິດເຮົາຈະເລີນຈົ່ງຮັກສາເອົາໄວ້ຢ່າໃຫ້ຄວາມສໍາພັນຈືດຈາງ.

 2 ຢ່າຢຸດສະຫຼາດ: ໂລກປ່ຽນແປງໄວການຮຽນຮູ້ຕ້ອງປ່ຽນແປງ  ສະນັ້ນ, ມື້ໃດທີ່ເຮົາຢຸດຮຽນຮູ້ສິ່ງໃໝ່ເຮົາຈະກາຍເປັນຄົນຫຼ້າຫຼັງທັນທີ ແລະ ຜູ້ຍິງທີ່ສະຫຼາດຈະບໍ່ຢຸດຮຽນຮູ້.

 3 ຢ່າຢຸດເກັບທ້ອນເງິນ: ເງິນຫາຍາກໄປໄວຖ້າບໍ່ເກັບທ້ອນໄວ້ເຮົາຈະບໍ່ມີກິນ ຢ່າຄິດແຕ່ຈະເພີ່ງພາຄົນອື່ນໄປຕະຫຼອດ ເພາະເຂົາກໍມີພາລະຂອງເຂົາ.

 4 ຢ່າຢຸດທີ່ຈະຫາເງິນ: ການຫາເງິນເອງເປັນສິ່ງໜຶ່ງທີ່ແມ່ຍິງທຸກຄົນຄວນຮູ້ຈັກ ຍິ່ງເຮົາຢູ່ໃນຍຸກປັດຈຸບັນແມ່ຍິງຕ້ອງເກັ່ງຫາເງິນເອງເປັນ. ຢ່າເອົາຊີວິດໄປຝາກໄວ້ກັບໃຜ ການລ້ຽງໂຕເອງໄດ້ຈະເຮັດໃຫ້ເຮົາເຫັນຄຸນຄ່າໃນໂຕເອງຫຼາຍຂຶ້ນ

5 ຢ່າຢຸດທີ່ຈະເຮັດວຽກ: ແຕ່ງງານມີຄອບຄົວແລ້ວແຕ່ກໍຕ້ອງເຮັດວຽກ ເພາະມື້ໃດທີ່ເຮົາບໍ່ເຮັດວຽກຫາເງິນ ເຮົາຈະຖືກເບີ່ງໄຮ້ຄ່າ

6 ຢ່າຢຸດທີ່ຈະຮັກ: ໃນບ່ອນນີ້ໝາຍເຖິງການຮັກໂຕເອງ ເພາະມື້ໃດທີ່ເຮົາຮັກໂຕເອງເຮົາຈະເຮັດແຕ່ສິ່ງທີ່ດີໃຫ້ໂຕເອງ ແລ້ວກໍຈະມີແຕ່ສິ່ງດີໆເກີດຂຶ້ນກັບໂຕເຮົາ

 7 ຢ່າຢຸດທີ່ຈະງາມ: ຈົ່ງງາມໃຫ້ສົມໄວ ງາມໃນແບບຂອງເຮົາ ຢ່າໃຫ້ໂຕເອງໂຊມຈົນການເປັນສິ່ງສັກສິດຂອງເຮືອນເດັດຂາດ.

 8 ຢ່າຢຸດທີ່ຈະກະຕັນຍູຮູ້ບຸນຄຸນຄົນ: ຄົນກະຕັນຍູຮູ້ບຸນຄຸນຈະເປັນຕົນທີ່ປະສົບຜົນສໍາເລັດໂດຍສະເພາະຢ່າງຍິ່ງແມ່ນພໍ່ແມ່ ແລະ ຜູ້ທີ່ມີບຸນຄຸນຕໍ່ເຮົາທຸກຄົນ.

ຂວັນໃຈຂໍຝາກໄວ້ໃຫ້ເປັນຂໍ້ຄິດສໍາລັບໝູ່ເພື່ອນຂອງຂວັນໃຈໝົດທຸກຄົນ ພວກເຮົາຈະເປັນແມ່ຍິງຍຸກໃໝ່ເກັ່ງ ແລະ ມີຄຸນຄ່າ!!!

ແບ່ງປັນ