Breaking News

ງາມຫຼາຍ! ສາວລາວຄົນທີສອງໃນ “Take me out Thailand”

ແບ່ງປັນ

ຊະນີIndy ມາແລ້ວໆໆໆ ມື້ນີ້ຈະມາຊອ໋ກແຊກມາເວົ້າມາຝອຍເລື່ອງໃນວົງການບັນເທິງບ້ານເຮົາ ໃນວັນທີ 14 ກຸມພາ 2017 ທີ່ຜ່ານມາໄດ້ເກີດກະແສທີ່ບັນດາ ສາວລາວ-ບ່າວລາວ ໄປອອກລາຍການດັງເຖິງປະເທດເພື່ອນບ້ານລາຍການນັ້ນກໍຄື “ເລື່ອງເລົ່າເຊົ້ານີ້” ເຊິ່ງບ່າວລາວ-ສາວລາວ ທີ່ວ່ານີ້ພວກເຂົາກໍໄປໃນນາມລາຍການເລືອກຄູ່ຊື່ດັງ “Take me out Thailand” ນັ້ນເອງ ແລະ ມື້ນີ້ ຊະນີIndy ຈະບໍ່ຝອຍຍາວເດີ້ເພາະຈະນຳເອົາຮູບພາບງາມໆຂອງສາວລາວອີກໜຶ່ງທ່ານທີ່ສາມາດໄປຮ່ວມເລືອກຄູ່ໃນລາຍການດັ່ງກ່າວນັ້ນກໍຄື Noony Koumphonphakdee ເຊິ່ງທາງທີມງານເຮົາເອງກໍໄດ້ໄປຄົ້ນຫານາງແລ້ວກໍພົບວ່າສາວຄົນນີ້ມີດີກຼີເປັນເຖິງນາງແບບ ຜົນງານຂອງເພິ່ນກໍແມ່ນຖ່າຍແບບປະຕິທິນຕ່າງໆ ແຖມຈະເບິ່ງນາງມຸມໃດກໍງາມຫຼາຍ ແລະ ເຮົາກໍບໍ່ໄດ້ໄປເບິ່ງລ້າໆໃດ ແຕ່ຍັງໄດ້ນຳເອົາຮູບພາບງາມໆຂອງສາວ ນູ່ນີ່ ມາຝາກນຳ ຈະມີຄວາມງາມຢາດຍ້ອຍພຽງໃດມາເບິ່ງໃຫ້ເຫັນຢ່າງຈະແຈ້ງກັນເລີຍ!

#ແຊຣໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ

 

ຂໍຂອບໃຈຮູບພາບງາມໆຈາກ: Noony Koumphonphakdee

ແບ່ງປັນ