Breaking News

ທຸລະກິດລາວ ຂັບເຄື່ອນຄວາມຫຼາກຫຼາຍ ແລະການມີສ່ວນຮ່ວມ ຂອງກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ

ແບ່ງປັນ

ຄວາມພາກພູມໃຈຂອງທຸລະກິດລາວ: ຂັບເຄື່ອນຄວາມຫຼາກຫຼາຍ ແລະການມີສ່ວນຮ່ວມ ຂອງກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ 30 ມີຖຸນາ 2022

ໃນທົດສະວັດທີ່ຜ່ານມາ, ຄວາມຫຼາກຫຼາຍ ແລະ ການມີິສ່ວນຮ່ວມເປັນຫົວຂໍ້ພົ້ນເດັ່ນໃນເວທີສາກົນ ເນື່ອງຈາກບົດຄົ້ນຄວ້າໄດ້ເຜີຍວ່າ ການທີ່ບໍລິສັດມີພື້ນທີ່ເຮັດວຽກທີ່ຕອບສະໜອງກັບຄວາມຫຼາກຫຼາຍຂອງພະນັກງານ ແມ່ນຈະບໍ່ພຽງແຕ່ສົ່ງຜົນດີຕໍ່ກັບສັງຄົມເທົ່ານັ້ນ ມັນຍັງຈະເປັນຜົນດີໃຫ້ແກ່ບໍລິສັດອີກດ້ວຍ. ນອກຈາກນັ້ນ, ບັນດາບໍລິສັດທີ່ຈ້າງເອົາບຸກຄົນທີ່ມາຈາກຫຼາຍພື້ນຖານ, ປະສົບການ ລວມທັງກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ, ກຸ່ມຄົນທີ່ມີຄວາມພິການ ແລະ ກຸ່ມຄົນຊົນເຜົ່າ ແມ່ນຖືກພິສູດແລ້ວວ່າມີປະສິທິພາບໃນການແຂ່ງຂັນຫຼາຍກວ່າ ບໍລິສັດຄູ່ແຂ່ງ ຍ້ອນວ່າບໍລິສັດເຫຼົ່ານັ້ນສາມາດດຶງດູດເອົາຄົນທີ່ມີຄວາມສາມາດ ພ້ອມທັງຍັງກາຍເປັນບໍລິສັດທີ່ທັນສະໄໝ, ມີຊື່ສຽງ ພາຍໃນກຸ່ມລູກຄ້າ ແລະ ຜູ້ສະໜອງທີ່ເລີ່ມຫັນມາໃຫ້ຄວາມສົນໃຈກ່ຽວກັບຄວາມທ່ຽງທຳໃນສັງຄົມຫຼາຍຂຶ້ນ.

ບົດຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າ ບໍລິສັດທີ່ມີຄວາມຫຼາກຫຼາຍ ແມ່ນມີໂອກາດສູງເຖິງ 70% ທີ່ຈະສາມາດເຈາະຕະຫຼາດໃໝ່ (bit.ly/UNDP-Pride-link1) ແລະ ໂອກາດທີ່ຈະມີລາຍຮັບເພີ່ມຂຶ້ນແມ່ນ 2.3 ເທົ່າ (prn.to/3I0QgA4) ເຊິ່ງຫຼາຍກວ່າບໍລິສັດທີ່ເລືອກບໍ່ຈ້າງງານກຸ່ມຄົນເຫຼົ່ານັ້ນ. ໃນປີ 2020, 91% ໃນ 500 ບໍລິສັດທີ່ສ້າງກຳໄລໄດ້ຫຼາຍທີ່ສຸດ (bit.ly/UNDP-Pride-link2) ແມ່ນໄດ້ລວມເອົາລົດສະນິຍົມ ແລະ ລັກສະນະທາງເພດເຂົ້າໃນນະໂຍບາຍຕ່າງໆຂອງພວກເຂົາໂດຍບໍ່ມີການບໍ່ຈຳແນກ. ໃນນັ້ນ 68% ແມ່ນສະໜັບສະໜູນທາງຄວາມຫຼາກຫຼາຍທາງເພດຢ່າງເປີດເຜີຍ ແລະ 62% ແມ່ນໄດ້ສະໜອງປະກັນສຸຂະພາບໃຫ້ແກ່ບຸກຄະລາກອນທຸກຄົນ ລວມທັງກຸ່ມຄົນທີ່ໄດ້ຮັບການແປງເພດແລ້ວ,​ ແລະ 53% ແມ່ນໄດ້ຂະຫຍາຍຂອບຂອງສະຫວັດດີການໃຫ້ແກ່ຄູ່ຮັກຮ່ວມເພດດຽວກັນອີກດ້ວຍ.

ຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມພາຍໃນຂົງເຂດທຸລະກິດກໍ່ກຳລັງກາຍເປັນປະເດັນທີ່ພົ້ນເດັ່ນເຊັ່ນກັນ ໂດຍມີບັນດາບໍລິສັດຕ່າງໆທີ່ໄດ້ເລີ່ມສະແດງການສະໜັບສະໜູນແກ່ກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ ເຊິ່ງປະເດັນດັ່ງກ່າວຍິ່ງໄດ້ຮັບການຕອບຮັບຫຼາຍຂຶ້ນພາຍໃນ ເດືອນແຫ່ງການສະເຫຼີມສະຫຼອງຄວາມພາກພູມໃຈ (Pride Month) ນັ້ນກໍ່ຄືເດືອນ ມີຖຸນາ. ການສະເຫຼີມສະຫຼອງດັ່ງກ່າວແມ່ນຈັດຂຶ້ນຢູ່ທົ່ວໂລກເພື່ອເປັນການຍົກບົດບາດ ແລະ ສິດທິຂອງກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ.

ໃນນິ້ ບໍລິສັດການບິນລາວ ເປັນໜຶ່ງໃນບໍລິສັດລາວທີ່ເລີ່ມຕົ້ນສະແດງການສະໜັບສະໜູນກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ ພ້ອມທັງຮ່ວມສະເຫຼີມສະຫຼອງເດືອນແຫ່ງຄວາມພາກພູມໃຈ ໂດຍການປັບປ່ຽນໂລໂກ້ຂອງບໍລິສັດໃຫ້ມີສັນຍາລັກສາຍຮຸ້ງ ທັງໃນປີ 2021 ແລະ 2022 ເພື່ອສະແດງຄວາມຂອບໃຈຕໍ່ກັບກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດທີ່ເຮັດວຽກຮັບໃຊ້ສາຍການບິນ. ທ່ານ ເປເລ ສີວົງທອງ, ພະນັກງງານຮັບຜິດຊອບດ້ານການຕະຫຼາດ ແລະ ທ່ານ ນາງ ດາລາວະດີ ໂພທິສານ, ຜູ້ຈັດການດ້ານການຕະຫຼາດ ຂອງການບິນລາວ ໄດ້ກ່າວວ່າ: “ບໍລິສັດພວກເຮົາມີສະພາບແວດລ້ອມທີ່ມ່ວນຊື່ນ ແລະ ມີການຍອມຮັບຕົວຕົນຂອງພະນັກງານທຸກຄົນ. ຍ້ອນວ່າທີມງານໃນສາຍການບິນຂອງພວກເຮົາປະກອບໄປດ້ວຍຄົນທີ່ໜຸ່ມນ້ອຍ ຈຶ່ງເຮັດໃຫ້ບຸກຄະລາກອນຂອງພວກເຮົາມີຄວາມໝັ້ນໃຈທີ່ຈະເປັນໂຕຂອງໂຕເອງ.​ ພວກເຮົາກ້າທີ່ຈະສະເໜີກັບຜູ້ບໍລິຫານລະດັບສູງເຖິງແຜນງານໃນການສະໜັບສະໜູນກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດໃນເດືອນແຫ່ງການສະເຫຼີມສະຫຼອງດັ່ງກ່າວ ເຊິ່ງແຜນງານຂອງພວກເຮົາກໍໄດ້ຖືກຍອມຮັບອີກດ້ວຍ. ນອກຈາກນັ້ນພວກເຮົາກໍຍັງໄດ້ຮັບຄຳຊົມ ແລະ ຂອບໃຈຈາກມວນຊົນຜ່ານຊ່ອງທາງອອນລາຍ ໃນການທີ່ພວກເຮົາໄດ້ມີການສະໜັບສະໜູນຄວາມຫຼາກຫຼາຍທາງເພດອີກດ້ວຍ.”

ໃນທາງປະຕິບັດຕົວຈິງ, ການລົງທຶນໃສ່ວຽກງານ ຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມ ແມ່ນຈະໄດ້ກວມລວມເອົາທຸກເວລາບໍ່ພຽງແຕ່ ເດືອນແຫ່ງຄວາມພາກພຸມໃຈ ເທົ່ານັ້ນເພື່ອເຮັດໃຫ້ໄດ້ຮັບໝາກຜົນຫຼາຍທີ່ສຸດ. ບໍລິສັດທີ່ຮອງຮັບເອົາວຽກງານດັ່ງກ່າວ ສ່ວນຫຼາຍ ແມ່ນຈະສາມາດເພີ່ມຂີດຈຳກັດໃນການປະຕິບັດຂອງບຸກຄະລາກອນ, ມີຄວາມທັນສະໄໝ, ແລະ ສາມາດເຈາະຕະຫຼາດລູກຄ້າໃໝ່ໄດ້ ໂດຍສະເພາະແມ່ນກຸ່ມລູກຄ້າໄວໜຸ່ມທີ່ໃຫ້ຄວາມສົນໃຈກັບຄຸນຄ່າຂອງບໍລິສັດທີ່ພວກເຂົາອຸດໜູນຫຼາຍຂຶ້ນ.

ບໍລິສັດ ຟູດແພນດ້າ ກໍ່ເປັນອີກສ່ວນໜຶ່ງທີ່ກຳລັງຊອກຫາວິທີໃນການສ້າງຄວາມຫຼາກຫຼາຍ, ການມີສ່ວນຮ່ວມ,​ ແລະ ພື້ນທີ່ເຮັດວຽກທີ່ເຕັມໄປດ້ວຍຄວາມສຸກ ທີ່ຈະເຮັດໃຫ້ພະນັກງານທີ່ມີຄວາມຫຼາກຫຼາຍທາງເພດຮູ້ສຶກມີຄວາມປອດໄພໃນການເຮັດວຽກເຊັ່ນກັນ. ທ່ານ ນາງ ສົມຊື່ນ ໂຊກໄຊ,​ ຫົວໜ້າພະແນກບຸກຄະລາກອນ ໄດ້ກ່າວວ່າ: “ຢູ່ໃນຟູດແພນດ້າ ເປົ້າຫມາຍຫຼັກຂອງພວກເຮົາແມ່ນການສ້າງຄວາມໝັ້ນໃຈໃຫ້ພະນັກງານທຸກຄົນມີຄວາມສຸກ ແລະ ມີຄວາມອິດສະຫຼະທີ່ຈະເປັນໂຕຂອງໂຕເອງ. ນອກຈາກນີ້, ການປ່ຽນແປງຂອງພວກເຮົາແມ່ນເລີ່ມມາຈາກຂັ້ນເທິງສຸດຂອງບໍລິສັດ, ເຊິ່ງນຳພາໂດຍ ທ່ານຜູ້ອຳນວຍການ ຂອງພວກເຮົາ. ທຳອິດພວກເຮົາໄດ້ເລີ່ມຈາກການປ່ຽນແປງພາຍໃນ ໂດຍການຊຸກຍູ້ໃຫ້ພະນັກງານ ປັບປ່ຽນການນຳໃຊ້ພາສາໃນການສື່ສານໃຫ້ມີລັກສະນະທີ່ດີ ແລະ ໃຫ້ກຽດເຊິ່ງກັນ ແລະ ກັນ ແທນທີ່ຈະນຳໃຊ້ກົດລະບຽບທີ່ເຂັ້ມງວດທີ່ຊີ້ບອກເຖິງການປະຕິບັດຕົນຂອງພະນັກງານຫຼາຍເກີນໄປ. ພວກເຮົາໄດ້ສັງເກດເຫັນເຖິງການປ່ຽນແປງຂອງພະນັກງານຫຼາຍຄົນທີ່ມີຄວາມຢາກຮູ້ຢາກເຂົ້າໃຈຫຼາຍຂຶ້ນກ່ຽວກັບວຽກງານ ແລະ ບົດບາດຂອງຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມຢ່າງສະໝັກໃຈ ໂດຍທີ່​ບໍ່ແມ່ນຍ້ອນບໍລິສັດບອກວ່າມັນເປັນເລື່ອງສຳຄັນ”.

ໃນນີ້ບໍລິສັດເບຍລາວ ແມ່ນອີກບໍລິສັດໜຶ່ງທີ່ເປັນຜູ້ນຳໃນເລື່ອງວຽກງານດັ່ງກ່າວໃນ ສປປ ລາວ ແລະ ພວກເຂົາກໍ່ໄດ້ເລີ່ມເຫັນຜົນໄດ້ຮັບຈາກການຮ່ວມສະເຫຼີມສະຫຼອງເດືອນແຫ່ງຄວາມພາກພູມໃຈໃນສື່ອອນລາຍແລ້ວ. ທ່ານ ມະໂນໄທ ວົງນະລາດ, ຜູ້ຈັດການໜ່ວຍງານພັດທະນາບຸກຄະລາກອນ ຂອງບໍລິສັດເບຍລາວ ໄດ້ກ່າວວ່າ: “ພວກເຮົາມີກຸ່ມຄົນຫຼາກຫຼາຍທາງເພດທີ່ເຂັ້ມແຂງພາຍໃນບໍລິສັດຂອງພວກເຮົາ. ຜູ້ບໍລິຫານຂັ້ນສູງກໍຍັງໄດ້ໃຫ້ຄວາມຮ່ວມມືໃນການສະໜັບສະໜູນວຽກງານຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມ ທີ່ບົ່ງຢູ່ໃນນະໂຍບາຍວ່າດ້ວຍການບໍ່ຈຳແນກ. ນອກຈາກນີ້, ພວກເຮົາຍັງໄດ້ເຫັນກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດທີ່ໃຫ້ຄວາມສົນໃຈໃນການເຂົ້າມາຮ່ວມງານໃນຕຳແໜ່ງງານລະດັບສູງກັບບໍລິສັດຫຼາຍຂຶ້ນ. ເມື່ອພວກເຮົາຖາມເຖິງເຫດຜົນ ພວກເຂົາເຈົ້າໄດ້ຕອບວ່າ ຍ້ອນພວກເຂົາຮູ້ສຶກປອດໄພ ແລະ ເຊື່ອໝັ້ນທີ່ຈະເປັນໂຕຂອງໂຕເອງໃນການເຮັດວຽກກັບບໍລິສັດເບຍລາວຫຼາຍຫຼັງຈາກທີ່ພວກເຂົາໄດ້ເຫັນກິດຈະກໍາຕ່າງໆທີ່ສົ່ງເສີມຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມ ໂດຍສະເພາະແມ່ນ ບົດຄວາມໃນການສະເຫຼີມສະຫຼອງເດືອນແຫ່ງຄວາມພາກພູມໃຈຂອງບໍລິສັດພວກເຮົາ”. ຢູ່ໃນອຸດສາຫະກຳທີ່ມີການແຂ່ງຂັນສູງ ການຈ້າງງານ ແລະ ການຮັກສາບຸກຄະລາກອນທີ່ມີຄຸນນະພາບແມ່ນໜຶ່ງໃນບຸລິມະສິດໃນການດຳເນີນທຸລະກິດຂອງບໍລິສັດເບຍລາວ. ເຊິ່ງບໍລິສັດເອງກໍໄດ້ເຂົ້າໃຈເຖິງຄວາມສຳຄັນຂອງຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມໃນດ້ານຂອງກຳລັງແຮງງານ ແລະ ໄດ້ສຸມໃສ່ການກຳຈັດການຈຳແນກ, ຄວາມລຳອຽງ ແລະ ການເລືອກປະຕິບັດໂດຍອັກຄະຕິ ຕ່າງໆທີ່ອາດເກີດຂຶ້ນໃນຂະບວນການຈ້າງງານ ແລະ ສົ່ງເສີມການຈ້າງງານ.

ມາດຕະຖານໃນການດຳເນີນງານສຳລັບທຸລະກິດ ໃນການຮັບມືກັບການເລືອກປະຕິບັດກັບກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ ຂອງສະຫະປະຊາຊາດ” (bit.ly/UNDP-Pride-link3) ແມ່ນເອກະສານສາກົນຊຶ່ງໄດ້ໃຫ້ຫຼັກການຊີ້ນຳຫຼັກສຳລັບທຸລະກິດໃນການປົກປ້ອງ ແລະ ສະໜັບສະໜູນສິດທິຂອງກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດໃນສະຖານທີ່ເຮັດວຽກ, ຕະຫຼາດແຮງງານ, ແລະ ໃນຊຸມຊົນ. ຫຼາຍກວ່າ 300 ບໍລິສັດໄດ້ຮ່ວມເຊັນສັນຍາຮັບຮອງເອົາມາດຖານໃນການດຳເນີນດັ່ງກ່າວ ເຊິ່ງຫຼາຍບໍລິສັດສາກົນເຫຼົ່ານັ້ນກໍໄດ້ມີການດຳເນີນທຸລະກິດໃນປະເທດລາວເຊັ່ນກັນ ເຊິ່ງລວມມີ Coca-Cola, ທະນາຄານ ANZ, Nestle, and Facebook ເປັນຕົ້ນ. ອົງການສະຫະປະຊາຊາດເພື່ອການພັດທະນາແມ່ນເຮັດວຽກເພື່ອສົ່ງເສີມໃຫ້ບັນດາທຸລະກິດໃນ ສປປ ລາວ ໄດ້ຄຳນຶງເຖິງມາດຕະຖານຂອງສະຫະປະຊາຊາດດັ່ງກ່າວ.

“ໂຄງການເພື່ອການປັບປຸງປະສິດທິພາບ, ຄວາມຮັບຜິດຊອບ, ຫຼັກການປະຕິບັດ ແລະ ຄວາມໂປ່ງໃສຂອງທຸລະກິດໃນ ສປປ ລາວ (IMPACT Biz)” ຈັດຕັ້ງປະຕິບັດໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳ, ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ ເຊິ່ງໄດ້ຮັບການສະໜັບສະໜູນໂດຍລັດຖະບານຍີ່ປຸ່ນຈະເຮັດວຽກຢ່າງໃກ້ສິດກັບບັນດາທຸລະກິດຢູ່ໃນລາວເພື່ອຈຸດປະກາຍຄວາມເຂົ້າໃຈກ່ຽວກັບ ມາດຕະຖານໃນການດຳເນີນງານສຳລັບທຸລະກິດຂອງສະຫະປະຊາຊາດ. ໂຄງການດັ່ງກ່າວແມ່ນຈະໄດ້ມີການຂຽນຄູ່ມືກ່ຽວກັບ ຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມໃນບ່ອນເຮັດວຽກ ເຊິ່ງໄດ້ຖືກພັດທະນາໂດຍສະມາຄົມພູມໃຈທີ່ເປັນເຮົາ ແລະ ມະຫາວິທະຍາໄລແຫ່ງຊາດໃນໄລຍະທີ່ຜ່ານມາ ເຊິ່ງແນໃສ່ການປັບປຸງປະສິດທິພາບຂອງທຸລະກິດໃນລາວ ໂດຍການສ້າງນະໂຍບາຍ ແລະ ການປະຕິບັດຕົວຈິງກ່ຽວກັບວຽກງານ ຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມພາຍໃນບໍລິສັດ.

ເຖິງແມ່ນວ່າມັນຈະເປັນບາດກ້າວນ້ອຍໆ ແຕ່ມັນກໍ່ເປັນບາດກ້າວທີ່ສຳຄັນຢ່າງຍິ່ງ ເພື່ອຮັບປະກັນວ່າ ສປປ ລາວຈະບໍ່ພາດໂອກາດແນວໂນ້ມ ແລະ ທ່າອ່ຽງຕ່າງໆກ່ຽວກັບທຸລະກິດທີ່ເກີດຂຶ້ນໃນເວທີສາກົນ. ຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມ ແມ່ນຈະເປັນໂອກາດອັນດີໃນການພັດທະນາຂອງຊາດຢູ່ 2 ຂໍ້ ຄື:​ ຂັບເຄື່ອນການເຕີບໂຕຂອງເສດຖະກິດ ແລະ ຮັບປະກັນວ່າຈະບໍ່ມີບຸກຄົນໃດຖືກປະຖິ້ມໄວ້ຂ້າງຫຼັງ ໃນຂະນະທີ່ປະເທດກໍາລັງສືບຕໍ່ກ້າວໄປຂ້າງໜ້າ.

ສໍາລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:

ທາ່ນ ນາງ ອັກສອນທິບ ສົມວໍລະຈິດ

ຜູ້ຮັບຜິດຊອບຝ່າຍການສື່ສານ, UNDP

ຖະໜົນລ້ານຊ້າງ: P.O. Box 345

ນະຄອນຫຼວງວຽງຈັນັ, ສປປ ລາວ

[email protected]  

+856 20 5502 1550

The Pride of Lao Business: Driving LGBTQI Diversity and Inclusion in Lao PDR

30 June 2022

Over the past decade, diversity and inclusion (D&I) in business has emerged as one of the leading global trends as the research shows that having a diverse workforce and inclusive workplace is not only good for society but also good for business. Businesses that employ people with different backgrounds and experiences, including LGBTQI people, persons with disabilities, and people from ethnic groups, are proven to gain a comparative edge over their competitors by attracting talent, being more innovative, and building their reputation among a growing base of ethical consumers and suppliers. 

Studies show that diverse businesses are 70 per cent more likely to capture new markets and receive 2.3 times more cash than those that do not actively recruit people from under-represented groups. In 2020, 91 per cent of the 500 most profitable corporations worldwide included sexual orientation and gender identity in their non-discrimination policies, 68 per cent made a public commitment to the LGBTQI community, while 62 per cent provided transgender-inclusive health coverage, and 53 per cent extended benefits for same-sex partners.

D&I in business has also become an emerging trend in Lao PDR, with many Lao businesses taking small but important steps to show their support for the local LGBTQI community. This trend has become even more popular around Pride Month, which is celebrated globally in June every year to raise awareness of the rights of LGBTQI people.

Lao Airlines was one of the first movers in showing their commitment to being an LGBTQI ally, celebrating Pride Month with their rainbow-clad logo in both 2021 and 2022, and expressing support for the LGBTQI staff working for the airline. “We have a very accepting and fun environment in the office. With a young team, the company is open and inclusive of everyone, and people are more confident in being themselves. We felt comfortable speaking with our management to show our support for LGBTQI people during Pride Month, and they agreed to take action. We have received a lot of good feedback from Lao people on social media, thanking Lao Airlines for the commitment and support” shared Mr. Pele Sivongthong, Marketing Team Member, and Ms. Dalavady Phothisane, Marketing Manager, Lao Airlines.

[Photo #1]

In practice, D&I is a year-round investment that goes beyond just Pride Month to really reap the rewards. Businesses that embrace D&I often experience the benefits in staff productivity, innovation, and opening up new markets, in particular among millennials and Gen Z consumers who care more about the values of the businesses they buy from. 

Foodpanda has also been looking for the ‘Lao way’ of creating a diverse, inclusive, and happy workplace where LGBTQI employees feel safe to be themselves. For Foodpanda, the main goal is to ensure everyone is happy and feels free to be themselves” explained Ms. Somseun Sokxay, Head of People, Foodpanda. She added that “the commitment to diversity starts from the very top of the company, led by our Managing Director. We are first looking inside our own business by encouraging our staff to use inclusive language in their daily communications around the office, instead of imposing heavy rules on how to behave. This way we have noticed a growing curiosity in our staff to learn more about D&I, not because we tell them it is important.”

[Photo #2]

Lao Brewery Company is another business leading the way in Lao PDR, and is already enjoying some of the benefits of celebrating Pride Month on their social media. “In Lao Brewery Company, we have a strong LGBTQI community. Management supports the Pride Month messaging as part of our D&I policy”, sharedMr. Manothai Vongnalath, Organizational Development, Lao Brewery Company. This has helped the business to tap into a wider pool of local talent: “We have seen an increase in interest from talented LGBTQI candidates applying for highly skilled positions in the company. When we asked why they applied, – they answered they saw our D&I activities, especially the Pride Month posts, and felt they would be joining a safe and empowering space to be themselves when working with our company.” In an industry that is globally competitive, recruiting and retaining top talent is a major priority for Lao Brewery Company. The company has grown to understand the importance of a diverse and inclusive workforce and places an increasing focus on removing unconscious bias in recruitment and promotion.

[Photo #3]

The UN Standards of Conduct for Business on Tackling Discrimination Against LGBTQI People is the key international document, which offers practical guidance for companies on how to respect and support the rights of LGBTQI people in the workplace, labour market, and community. Over 300 companies have signed the UN Standards of Conduct, with several of these global champions operating in Lao PDR, including Coca-Cola, ANZ Bank, Nestle, and Facebook. UNDP is working to promote the UN Standards of Conduct to even more businesses in Lao PDR.

The “Improving Performance, Accountability, Conduct, and Transparency of Business in Lao PDR” (IMPACT Biz) Project, implemented by the Ministry of Industry and Commerce, the Lao National Chamber of Commerce and Industry, and UNDP with support from the Government of Japan, will work closely with Lao businesses to translate the global UN Standards of Conduct into local action. The Project will build on the Manual on D&I in the Workplace recently developed by Proud to Be Us Laos and the National University of Laos, which aims to support businesses in improving their overall business performance by establishing D&I policies and practices.

These first steps among leading Lao businesses are small but hugely important in ensuring Lao PDR does not miss out on global corporate trends. D&I offers Lao PDR a unique opportunity to address two key national development priorities: driving economic growth and ensuring that no one gets left behind as the country continues to move forward. 

ແບ່ງປັນ