Breaking News

ເປີດໂຕຢ່າງເປັນທາງການແລ້ວກັບ ບໍລິສັດ ຊີເນີຈີ (SYNERGY – Organisational Management Service)

ແບ່ງປັນ

ເປີດໂຕຢ່າງເປັນທາງການແລ້ວກັບ ບໍລິສັດ ຊີເນີຈີ (SYNERGY – Organisational Management Service) ໃນວັນສຸກທີ 1 ກໍລະກົດ 2022 ທີ່ຜ່ານມາ ທີ່ ໂຮງແຮມ Crown Plaza, ນະຄອນຫຼວງວຽງຈັນ.

ໃນງານດັ່ງກ່າວແມ່ນມີການເປີດໂຕ ລະບົບບໍລິຫານ & ຄຸ້ມຄອງບຸກຄະລາກອນ (HR SYSTEMS) ແລະ ການເປີດໂຕແອັບພິເຄຊັ່ນ ຊີເນີຈີ (SYNERGY APPLICATION) ເປັນແອັບພິເຄຊັ່ນບໍລິຫານບຸກຄະລາກອນ (HR Management) ແອັບທຳອິດທີ່ເປັນຝີມືຂອງຄົນລາວ ແລະ ພັດທະນາໂດຍຄົນລາວທີ່ ເຂົ້າໃຈລະບົບ ພ້ອມ ປະສົບການ ຫລາຍກວ່າ 15 ປີ. ລະບົບດັ່ງກ່າວນີ້ ຈະຊ່ວຍໃຫ້ການບໍລິຫານ & ຄຸ້ມຄອງບຸກຄະລາກອນຂອງອົງກອນຕ່າງໆໃນລາວໄດ້ດີແລະມີປະສິດທິພາບຍິ່ງຂື້ນ ເຊິ່ງ ເໝາະສຳລັບທຸກໆປະເພດຂອງບໍລິສັດ/ອົງກອນ/ພາກລັດ/ເອກະຊົນ ບໍ່ວ່າຈະມີຂະຫນາດນ້ອຍ, ກາງ ຫຼືໃຫຍ່ກໍສາມາດຈັບຕ້ອງໄດ້.

ພາຍໃນງານໄດ້ມີພິທີເຊັນສັນຍາເພື່ອນໍາໃຊ້ SYNERGY APPLICATION ກັບ 11 ບໍລິສັດທັງລາວ ແລະ ສາຂາຂອງບໍລິສັດຕ່າງປະເທດ ທີ່ມີອຸດສາຫະກຳທຸລະກິດທີ່ແຕກຕ່າງກັນ ແຕ່ມີຄວາມຕ້ອງການເຄື່ອງມື ທີ່ສະດວກສະບາຍ ແລະ ທັນສະໄໝໄວ້ບໍລິຫານພາຍໃນອົງກອນ.

HR SYSTEMS ແລະ SYNERGY APPLICATION ແມ່ນການນຳເອົາລະບົບທີ່ທັນສະໄໝ ແລະ ເໝາະກັບຍຸກສະໄໝປັດຈຸບັນ ທີ່ຈະຊ່ວຍໃຫ້ການເຮັດວຽກແນວໃດໃຫ້ໄວ, ປະຢັດເວລາ, ປະຢັດຊັບພະຍາກອນມະນຸດພາຍໃນອົງກອນ ດ້ວຍການເກັບຮັກສາຂໍ້ມູນຂອງພະນັກງານໃນ DATA ທີ່ສາມາດເບິ່ງກັບຄືນຍ້ອນຫຼັງໄປໄດ້ຫລາຍກວ່າ10 ປີ ແຕ່ໃຊ້ເວລາການຄົ້ນຫາພຽງບໍ່ເທົ່າໃດວິນາທີແທນການເກັບຂໍ້ມູນໃນຮູບແບບເອກະສານທີ່ມີຄວາມສິ້ນເປືອງ, ການຮັກສາທີ່ຫຍຸ້ງຍາກ, ໃຊ້ເນື້ອທີ່ຫຼາຍ ແບບໃນຍຸກກ່ອນໆ ອີກຕໍ່ໄປ.

HR SYSTEMS ຂອງ SYNERGY ຍັງມີອີກຫຼາຍວີທີຈະເຮັດໃຫ້ວຽກງານການສື່ສານພາຍໃນພ້ອມກັບ ບໍລິຫານ & ຄຸ້ມຄອງພະນັກງານ ໃຫ້ໄດ້ປະສິດທິພາບຫລາຍຂື້ນ ໂດຍມີ ຟັງຊັ່ນທີ່ທັນສະໄໝເຊັ່ນ: ການສະແກນປໍ້າໂປ້ເຂົ້າວຽກຜ່ານແອັບມືຖື (Finger Scan), ການບັນທຶກເອກະສານ ຂາອອກ-ຂາເຂົ້າ ແບບ Paperless, ການຕິດຕາມໜ້າວຽກ ແລະ ມອບວຽກແບບ Time to Time, ການອະນຸມັດເອກະສານ e-Approval, ການລາພັກ Leave Request, ການແຈ້ງເງິນເດືອນແບບ Digital statment ແລະ ອື່ນໆອີກຫຼາກຫຼາຍອີງຕາມຄວາມຕ້ອງການຂອງລູກຄ້າ ທີ່ຈະເຮັດໃຫ້ວຽກງານຂອງທ່ານ ບັນລຸໄດ້ໄວ ແລະ ທີ່ສຳຄັນ ການບໍລິການຂອງ SYNERGY ຈະເຮັດໃຫ້ການມອບໝາຍວຽກຂອງທ່ານ ຖືກຕ້ອງ ແລະ ສອດຄ່ອງກັບຄວາມສາມາດຂອງພະນັກງານຂອງທ່ານແຕ່ລະຄົນອີກດ້ວຍ.

ນອກຈາກນີ້ ທາງບໍລິສັດ SYNERGY ຍັງມີການບໍລິການເປັນທີ່ປຶກສາ, ສັນຫາວ່າຈ້າງບຸກຄະລາກອນ, ວາງລະບົບຂອງໂຄງສ້າງຂອງບໍລິສັດ, ໂຄງການຝຶກອົບຮົມເພື່ອສັງຄົມ, ແລະ ການບໍລິຫານພາຍໃນອົງກອນອື່ນໆອີກຫລາຍຢ່າງ ໄວ້ພ້ອມອຳນວຍຄວາມສະດວກ ແລະ ຕອບໂຈດໃຫ້ແກ່ບັນດາບໍລິສັດທຸກປະເພດພາຍໃນລາວ ແລະ ຕ່າງປະເທດ. ໂດຍສະເພາະ ກຸ່ມບໍລິສັດ SMEs ທີ່ມີການບໍລິຫານຈັດສັນງົບປະມານພາຍໃນບໍລິສັດ ແບບກະທັດຮັດ.

ລີ້ງສຳລັບດາວໂຫລດ SYNERGY APPLICATION:

ສຳລັບ ລະບົບ IOShttps://apps.apple.com/la/app/synergy-laos/id1613959990

ສຳລັບ ລະບົບ Androidhttps://play.google.com/store/apps/details… ຫລື ທ່ານສາມາດຄົ້ນຫາໄດ້ດ້ວຍໂຕເອງ ໂດຍໃຊ້ຄີເວີດ SYNERGYສຳລັບ Website ທ່ານສາມາດຢ້ຽມຢາມພວກເຮົາໄດ້ທີ່ລີ້ງ: www.synergylao.com

Tel: 020 95793368, 020 99953168

Facebook: Synergy Co., LTD

Email: [email protected]

Address: Donedaeng, Chanthabuly, Vientiane.

ແບ່ງປັນ