Breaking News

ໂຕ່ໂນ່ ອອກມາໂພສແບບນີ້ກ່ຽວກັບປະເທດລາວ…(ມີຄຣິບ)

ແບ່ງປັນ

 

ໂຕ່ໂນ່ ພາຄິນ ນັກຮ້ອງ-ນັກສະແດງ ຊື່ດັງຂອງປະເທດເພື່ອນບ້ານ ໄດ້ມາຫຼິ້ນຄອນເສີດທີ່ ສູນການຄ້າວຽງຈັນເຊັນເຕີ້ ໃນວັນອາທິດ ວັນທີ 19 ກຸມພາ ທີ່ຜ່ານມາ ແລະ ໃນອິນສະຕາແກມສ່ວນຕົວຂອງນັກຮ້ອງໜຸ່ມສຸດເຈົ້າຊູ້ຄົນນີ້ກໍໄດ້ໂພສຮູບກຳລັງຈະຂ້າມທາງແຖວແຄມຂອງພ້ອມຂຽນຄໍາອະທີບາຍກ້ອງຮູບວ່າ: “ລໍຖ້າຫຼິ້ນຄອນເສີດທີ່ວຽງຈັນ…ສິ່ງທີ່ສັງເກດ ແລະ ໜ້າເອົາໄປພັດທະນາປະເທດເຮົາຄື ຖະໜົນຫົນທາງທີ່ນີ້ອາດຈະບໍ່ໃຫ່ຍເທົ່າກັບບ້ານເຮົາ ແຕ່ພື້ນຫົນທາງລຽບຫຼາຍ”.

ຈັ່ງໃດ ຊະນີIndy ແລະ ຄົນລາວທຸກຄົນກໍຍິນດີຕ້ອນຮັບເດີ້ ມື້ໜ້າຢ່າລືມມາຢາມກັນອີກແດ່ເດີ້ ອ້າຍ ໂຕ່ໂນ່…

#ແຊຣໄປໃຫ້ໂລກຮູ້ວ່າປະເທດລາວເຮົາມີດີ

ຂໍຂອບໃຈຮູບພາບຈາກ: mootono29

ຊະນີIndy ມີຄຣິບຕອນທີ່ໜຸ່ມ ໂຕໂນ່ ມາຫຼິ້ນຄອນເສີດມາຝາກນໍາເດີ້ ສາມາດເບິ່ງໄດ້ເລີຍ…

 

 

 

ແບ່ງປັນ