Breaking News

ເປີດເຜີຍແລ້ວ! ໜ້າກາກຈິງໂຈ້ ນັ້ນກໍຄືສີລະປິນດັງຄົນນີ້…

ແບ່ງປັນ

ບັນເທິງຕ່າງປະເທດໃນມື້ນີ້ ບໍ່ເວົ້າເຖິງກໍຄົງຈະບໍ່ໄດ້ກັບລາຍການສຸດຮິດຂອງປະເທດເພື່ອນບ້ານ ທີ່ກໍາລັງເປັນກະແສແບບສຸດໆ ກັບລາຍການ “The Mask Singer ໜ້າກາກນັກຮ້ອງ” ທີ່ ຊະນີIndy ເຊື່ອວ່າແຟນໆກໍຄົງຈະໄດ້ຕິດຕາມກັນມາແດ່ແລ້ວ ລາຍການກຳລັງດຳເນີນໄປຢ່າງເຂັ້ມຂົ້ນ ເພາະໃນຄໍ່າຄືນຂອງວັນທີ 16 ມີນາ 2017 ທີ່ຜ່ານມາ ມີການແຂ່ງຂັນ ແຊ໋ມ vs ແຊ໋ມ ລະຫວ່າງ ໜ້າກາກຈິງໂຈ້ ແລະ ໜ້າກາກຖົ່ວລຽນ ການແຂ່ງຂັນດຳເນີນໄປຢ່າງດຸເດືອດ ທັງສອງໜ້າກາກກໍງັດເອົາໝັດເດັດ ແລະ ໂຊພະລັງສຽງຂອງຕົນອອກມາຢ່າງສຸດຂີດ ແຕ່ໃນທີ່ສຸດຜົນການຕັດສິນກໍເປັນ ໜ້າກາກຖົ່ວລຽນ ທີ່ເປັນຄົນຊະນະໃນການແຂ່ງຂັນໃນເທື່ອນີ້ ແລະ ຈະກຽມເຂົ້າໄປເຈິກັບ ໜ້າກາກກາດຳ ໃນອາທິດຕໍ່ໄປ, ແລະ ແລ້ວສິ່ງທີ່ທຸກຄົນລໍຖ້າກໍມາເຖິງ ເພາະໃນເມື່ອ ໜ້າກາກຈິງໂຈ້ ບໍ່ສາມາດເອົາຊະນະໃນການແຂ່ງຂັນໃນເທື່ອນີ້ ຈຳເປັນຕ້ອງຖອດໜ້າກາກຈົນເຮັດໃຫ້ຮູ້ວ່າພາຍໃຕ້ໜ້າກາກຂອງ ຈິງໂຈ້ ນັ້ນ ເປັນສີລະປິນຊື່ດັງອີກໜຶ່ງທ່ານນັ້ນກໍຄື ເປັກ ຜະລິດໂຊກ ອາຍນະບຸດ ນັກຮ້ອງຜູ້ມີຄວາມສາມາດຫຼາກຫຼາຍນັ້ນເອງ.

ແຟນເພສທ່ານໃດທີ່ພາດບໍ່ທັນໄດ້ເບິ່ງການແຂ່ງຂັນກັນລະຫວ່າງ ໜ້າກາກຈິງໂຈ້ ແລະ ໜ້າກາກຖົ່ວລຽນ ກໍບໍ່ຕ້ອງນ້ອຍໃຈ ເພາະເຮົາມີມາຝາກນຳເດີ້ ມາເບິ່ງກັນເລີຍ ຂໍບອກວ່າມ່ວນສຸດຍອດ!!!

 

ຂໍຂອບໃຈຮູບພາບຈາກ: The Mask Singer , peckpalit

ຄລິບຈາກ: WorkpointOfficial

ແບ່ງປັນ