Breaking News

ແອບເປີ້ນ ສີສະຫວຽນ ແລະ ຟຸກ ຈິລະ ກຳລັງຈະເຂົ້າພິທີວິວາໃນໄວໆນີ້

ແບ່ງປັນ

ເປັນຄູ່ຮັກ Idol ເລີຍກໍວ່າໄດ້ສຳລັບ ແອບເປີ້ນ ສີສະຫວຽນ (ນັກສະແດງ-ພິທີກອນຊື່ດັງຂອງລາວເຮົາ) ແລະ ຟຸກ ຈິລະ (ນັກຮ້ອງ-ນັກສະແດງຂອງປະເທດໄທ) ທີ່ຄົບຫາກັນມາຢ່າງຍາວນານກວ່າ 10 ປີ ແລະ ຫຼ້າສຸດໜຸ່ມ ຟຸກ ກໍໄດ້ອອກມາເປີດເຜີຍຂ່າວດີວ່າທັງສອງໄດ້ເລິກງາມຍາມດີ ຈັດພິທີງານແຕ່ງດອງໃນວັນທີ 3 ພະຈິກ 2017 ທີ່ຈະມາເຖິງນີ້, ເຊິ່ງພິທີໃນງານມົງຄົນສົມລົດທີ່ຈະຈັດຂຶ້ນໄວໆນີ້ ໜຸ່ມ ຟຸກ ຍັງເປີດເຜີຍອີກວ່າຈະຈັດຂຶ້ນທີ່ເຮືອນຫໍຂອງທັງສອງໃນເຂດ ບາງນາ (ປະເທດໄທ) ຈະຈັດເປັນ 3 ປະເພນີເຊັ່ນ: ປະເພນີແບບໄທ (ຕັກບາດ-ແຫ່ຂັນໝາກ), ປະເພນີແບບ ຈີນ (ປະເພນີຍົກນໍ້າຊາ) ແລະ ປະເພນີແບບລາວຄື ບາສີ-ສູ່ຂວັນ, ຄາດວ່າໃນງານຈະໃຊ້ຊຸດທັງໝົດ 4 ຊຸດດ້ວຍກັນ.

ຢ່າງໃດ ເວັບໄຊ້ ຂວັນໃຈ ແລະ ແຟນໆ ກໍຂໍສະແດງຄວາມຍິນດີກັບທັງສອງຄົນນຳເດີ້ ຂໍໃຫ້ມີຄວາມສຸກ ມີລູກເຕັມບ້ານຫຼານເຕັມເມືອງ

นางร้องเพลงสบุยจาย #flukeapple

A post shared by แอปเปิ้ล สีสะเหงียน สีหาราช ? (@appleminiberry) on

นางอารมณ์ดีวันนี้ พรุ่งนี้วันเกิดนางนะ

A post shared by แอปเปิ้ล สีสะเหงียน สีหาราช ? (@appleminiberry) on

พ่อบ้านฟลุค @fluke_jira #flukeapple

A post shared by แอปเปิ้ล สีสะเหงียน สีหาราช ? (@appleminiberry) on

ຂໍຂອບໃຈຮູບພາບຈາກ: appleminiberry

ເນື້ອຫາບາງສ່ວນ: NineEntertain

ແບ່ງປັນ