ຮືຮາກັນທົ່ວບ້ານທົ່ວເມືອງຫຼັງຈາກທີ່ຄູ່ຮັກດາລາດັງ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ຄູ່ຮັກດາລາສາວລາວ-ບ່າວໄທ ທີ່ຄົບຫາເບິ່ງໃຈກັນມາຢ່າງດົນນານເປັນເວລາເຖິງ 10 ປີ ແລະ ຫຼ້າສຸດທັງສອງກໍໄດ້ປະກາດຂ່າວດີວ່າກຳລັງຈະຈັບມືກັນເຂົ້າພິທີແຕ່ງດອງໃນ ວັນທີ 3 ພະຈິກ 2017 ໃນທ້າຍປີທີ່ຈະມາເຖິງນີ້, ຈົນເຮັດໃຫ້ມີແຟນໆໃຫ້ຄວາມສົນໃຈ ແລະ ຮ່ວມສະແດງຄວາມຍິນດີກັບທັງສອງຄົນເປັນຈຳນວນຫຼວງຫຼາຍ ແລະ ໃນມື້ນີ້ ຊະນີIndy ກໍບໍ່ເຄີຍເຮັດໃຫ້ແຟນໆຜິດຫວັງ ເພາະໄດ້ໄປຊອ໋ກແຊກຊອກຫາຂໍ້ມູນເດັດໆມາຝາກນັ້ນກໍຄື ເຮືອນຫໍຂອງທັງສອງບອກເລີຍວ່າຫຼູຫຼາອະລັງການງານສ້າງແນ່ນອນ, ເອົ້າ!!! ຈະອະລັງການພຽງໃດ ມາເບິ່ງກັນແບບອີ່ມຫູອີ່ມຕາກັນເລີຍ…
ຮູບພາບຈາກ: fluke_jira, appleminiberry