Breaking News

The Anniversary “ວັນຄົບຮອບ”

ແບ່ງປັນ

ໃນຕອນແລງ ຂອງວັນ 27 ມີນາ 2017 ທີ່ສູນການຄ້າວຽງຈັນເຊັເຕີ ໄດ້ມີພິທີເປີດຖະແຫຼງຂ່າວຢ່າງເປັນທາງການ ກ່ຽວກັບການສາຍຮູບເງົາເລື່ອງ “ວັນຄົບຮອບ” (The Anniversary) ຈາກຝີມືການກໍາກັບຂອງຄົນລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິທູນ ສູນດາລາ ວ່າການຫົວໜ້າກົມຮູບເງົາ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຈິລະສັກ ສາຍສະໜິດ (Jojo Miracle) ຜູ້ກໍາກັບຮູບເງົາ ວັນຄົບຮອບ, ທ່ານສົມບັດ ສິລິພອນວິທະຍາ ອໍານວຍການສູນການຄ້າວຽງຈັນ ເຊັນເຕີ ພ້ອມດ້ວຍ ພະເອກ-ນາງເອກ, ແຂກທີ່ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ.

ຮູບເງົາເລື່ອງ “ວັນຄົບຮອບ” ເປັນຮູບເງົາຄຸນນະພາບຈາກຝີມືການກໍາກັບຂອງຄົນລາວ 100% ແລະ ເປັນເລື່ອງທໍາອິດຂອງ ທ່ານ ຈິລະສັກ ສາຍສະໜິດ (Jojo Miracle) ທີ່ວາງໄມມາກໍາກັບຮູບເງົາ ເຊີ່ງເລື່ອງດັ່ງກ່າວນີ້ ແມ່ນໄດ້ພະເອກໜຸ່ມໜ້າຕາດີ ບັອບບີ່ ອາຊະວິນ (ຮັບບົດເປັນ ວີນ) ແລະ ນາງເອກແມ່ນ ວິນາ ປາວິນາພອນ ບຸບຜາ (ຮັບບົດເປັນ ຫວານ)

ຮູບເງົາເລື່ອງ “ວັນຄົບຮອບ” ເປັນເລື່ອງລາວຂອງຜູ້ຊາຍຄົນໜຶ່ງທີ່ມີພຽບພ້ອມທຸກຢ່າງ ແຕ່ສິ່ງທີ່ລາວຂາດຢ່າງດຽວຄື: “ຄວາມຮັກ” ລາວເຄີຍມີແຟນມາຫຼາຍຄົນ ແຕ່ບໍ່ເຄີຍຈິງຈັງ ແລະ ບໍ່ເຄີຍສົມຫວັງ ຈົນລາວເລີ່ມໝົດສັດທາໃນຄວາມຮັກ ແຕ່ລາວກັບໄດ້ມາພົບກັບ “ຫວານ” (ນາງເອກ) ລາວຈື່ງເລີ່ມມີຄວາມເຊື່ອເລື່ອງຄວາມຮັກຂື້ນມາ ແລະ ເຮັດທຸກວິທີທາງເພື່ອເຮັດໃຫ້ຄວາມຮັກຄັ້ງນີ້ຂອງລາວສົມຫວັງ ສຸດທ້າຍແລ້ວເລື່ອງລາວຂອງໜຸ່ມທີ່ບໍ່ເຄີຍສົມຫວັງເລື່ອງຄວາມຮັກຄົນນີ້ ຈະເປັນແນວໃດເຮົາມາຕິດຕາມພ້ອມໆກັນໃນ ວັນທີ 30 ມີນາ 2017 ນີ້ ທຸກໂຮງຮູບເງົາທົ່ວປະເທດ.

ແບ່ງປັນ