Breaking News

ຄະນະສື່ມວນຊົນ 28 ທ່ານຢ້ຽມຊົມໂຮງງານ “ ອີຊູຊຸເກດເວ ”

ແບ່ງປັນ

ໃນວັນທີ 24 ມີນາ 2017 ທີ່ຜ່ານມາ ທາງຄະນະສື່ມວນຊົນຈາກ ສປປ ລາວ ກໍໄດ້ສືບຕໍ່ເດີນທາງໄປຢ້ຽມຊົມໂຮງງານ “ ອີຊູຊຸເກດເວ ” ທີ່ແຂວງ ຊະເຊີງເຊົາ ໂດຍໃຫ້ກຽດຕ້ອນຮັບໂດຍທ່ານ ເຊີງຊາຍ ຄະທາວຸດຢຸດທະໄຊ ເຈົ້າໜ້າທີ່ບໍລິຫານແຜນການຜະລິດ ໂຮງງານອີຊູຊຸເກດເວ ບໍລິສັດ ອີຊູຊຸ ມໍເຕີ ປະເທດໄທ ຈໍາກັດ.

ບໍລິສັດ ຕຣີເພັດ ອີຊູຊຸ ເຊວ ຈໍາກັດ ໄດ້ຕອກຢໍ້າຄວາມເຊື່ອໝັ້ນສັກກະຍາພາບ ຂອງປະເທດໄທໃນການເປັນຖານ ການຜະລິດລົດເພື່ອການຄ້າ ຂອງອີຊູຊຸໃນລະດັບໂລກ. ເປັນໂຮງງານແຫ່ງໃໝ່ຂອງ “ ອີຊູຊຸເກດເວ ” 1 ໃນ 3 ຂອງຖານການຜະລິດທີ່ມີມູນຄ່າການລົງທຶນສູງເຖິງ 6.500 ລ້ານບາດ ຢູ່ທີ່ນິຄົມອຸດສາຫະກໍາ ເກດເວຊີຕີ້ ແຂວງຊະເຊີງເຊົາ ທີ່ມີມາດຕະຖານການຜະລິດທີ່ທັນສະໄໝ ແລະ ສົມບູນແບບ ເຮັດໃຫ້ອີຊູຊຸ ສາມາດເພີ່ມສັກກະຍາພາບໃນການຜະລິດລົດ ກະບະ 400.000 ຄັນຕໍ່ປີ ແລະ ລົດບັນທຸກຂະໜາດກາງ, ຂະໜາດໃຫຍ່ 30.000 ຄັນຕໍ່ປີ.

ອີຊູຊຸ ໄດ້ຍ້າຍຖານການຜະລິດຈາກ ປະເທດຍີ່ປຸ່ນມາຕັ້ງຢູ່ປະເທດໄທຕັ້ງແຕ່ປີ 2002 ແລະ ປັດຈຸບັນອີຊູຊຸ ມີໂຮງງານຜະລິດລົດກະບະ 2 ແຫ່ງຄື: ໂຮງງານອີຊູຊຸ ສໍາໂຣງ ແຂວງສະມຸດປາການ ແລະ ໂຮງງານອີຊູຊຸ ເກດເວ ແຂວງຊະເຊີງເຊົາ. ໂຮງງານອີຊູຊຸ ເກດເວ ແຫ່ງນີ້ສາມາດດໍາເນີການຜະລິດລົດຢ່າງມີປະສິດທິພາບ ແລະ ຄົບວົງຈອນ ນັບຕັ້ງແຕ່ການຂຶ້ນຮູບຊິ້ນສ່ວນແຕ່ລະຊິ້ນ ຈົນເຖິງການປະກອບສໍາເລັດເປັນລົດອີຊູຊຸ ນອກຈາກນີ້ ອີຊູຊຸຍັງໄດ້ມີການຄິດຄົ້ນຫາວິທີການຕ່າງໆ ເພື່ອທີ່ຈະຮັກສາລະດັບການຜະລິດລົດໃຫ້ມີຄຸນນະພາບສູງດ້ວຍເຕັກໂນໂລຍີການຜະລິດລົດຢ່າງມີປະສິດທິພາບ ແລະ ຄົບວົງຈອນ.

ແບ່ງປັນ