Breaking News

ຊົມເຊີຍແມ່ຍິງລາວຄົນເກັ່ງ! ສາວລາວຄົນທຳອິດທີ່ໄດ້ທຶນ ປະລິນຍາເອກ ຈາກມະຫາວິທະຍາໄລ Oxford

ແບ່ງປັນ

ເພື່ອເປັນແຮງບັນດານໃຈໃຫ້ກັບທຸກໆຄົນມື້ນີ້ ຊະນີIndy ຂໍນຳບົດຄວາມດີໆຈາກ ວາລະສານ ຂວັນໃຈ ສະບັບເດືອນ ມັງກອນ 2017 ມາໃຫ້ແຟນໆໄດ້ອ່ານເພື່ອອາດຈະໄດ້ Idea ໄດ້ແຮງບັນດານໃຈ ໄດ້ຄວາມຄິດດີໆໃນການດຳລົງຊີວິດຕໍ່ໄປ  ຂໍແນະນຳ ອັກຈຸສັນ ຣາຊພົນ ອາຍຸ 34 ປີ ແມ່ຍິງເກັ່ງ ນິໃສດີ ອີກໜຶ່ງຄົນທີ່ມີດີກຼີ ເປັນເຖິງນັກສຶກສາຍິງລາວທີ່ສາມາດພິຊິດທຶນ ປະລິນຍາເອກ ຈາກມະຫາວິທະຍາໄລ Oxford

#ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ

ເມື່ອເວົ້າເຖິງມະຫາວິທະຍາໄລ Oxford ແນ່ນອນວ່າ ບໍ່ມີໃຜທີ່ບໍ່ຮູ້ຈັກ ເພາະເປັນມະຫາວິທະຍາໄລເກົ່າແກ່ ຂອງປະເທດອັງກິດ ແລະມີຊື່ສຽງອັນດັບຕົ້ນໆຂອງໂລກ ຜູ້ທີ່ໄດ້ມີໂອກາດເຂົ້າຮຽນຢູ່ທີ່ນັ້ນ ກໍຕ້ອງບໍ່ທຳມະດາແນ່ນອນ ໂດຍສະເພາະ ຜູ້ທີ່ທີມງານຂວັນໃຈເຮົາ ມີຄວາມຕື່ນເຕັ້ນ ແລະ ຢາກແນະນຳໃຫ້ຮູ້ຈັກໃນມື້ນີ້ ນາງຊື່ ອັກຈຸສັນ ຣາຊພົນ ອາຍຸ 34 ປີ ເປັນສາວລາວຄົນທຳອິດ ທີ່ໄດ້ຮັບທຶນລະດັບປະລິນຍາເອກ ສາຂາສັດຕະສາດ (Zoology) ຈາກມະຫາວິທະຍາໄລ Oxford ເພື່ອສຶກສາດ້ານນິເວດວິທະຍາ ຂອງພວກສັດລ່າເນື້ອຂະໜາດກາງ ແລະ ຂະໜາດນ້ອຍ.

ອັກຈູສັນ ເປັນນັກລ່າທຶນການສຶກສາ ນາງພິຊິດທຶນລະດັບປະລິນຍາຕີ ແລະ ປະລິນຍາໂທ ຈາກລັດຖະບານປະເທດອົສຕຣາລີ ສາຂາລະບົບຂໍ້ມູນຂ່າວສານດ້ານພູມສາດ (GIS -Geography Information System) ຫຼືເອີ້ນອີກຢ່າງໜຶ່ງວ່າ ເປັນຜູ້ຊ່ຽວຊານດ້ານແຜນທີ່

ເຄັດລັບທີ່ເຮັດໃຫ້ ອັກຈູສັນພະຍາຍາມຈົນໄດ້ເປັນສາວລາວຄົນທຳອິດ ທີ່ຄວ້າທຶນຮຽນປະລິນຍາເອກ ຈາກມະຫາວິທະຍາໄລ Oxford ກໍຍ້ອນຄວາມຮັກຄວາມມັກໃນສິ່ງທີ່ເຮັດ ຄວາມຢາກເປັນນັກອະນຸລັກສັດປ່າ ຊຸກຍູ້ໃຫ້ນາງໄດ້ຮຽນຮູ້ ຮູ້ຈັກຄົນຫຼາຍ ໄດ້ໄປໄກ ໄດ້ເຫັນໂລກກວ້າງ ໄດ້ເຫັນຫຼາຍກວ່າຫຼາຍໆຄົນວ່າຊັ້ນຊະ … ແຕ່ນາງກໍບໍ່ເຄີຍຄິດວ່າໂຕເອງເກີນໝູ່ ຫຼືພິເສດລື່ນໝູ່ ເພາະນາງຄິດວ່າທີ່ມາໄກຂະໜາດນີ້ ຖ້ານາງເຮັດໄດ້ຄົນອື່ນກໍເຮັດໄດ້ເຊັ່ນດຽວກັນ ຖ້າມີຄວາມພະຍາຍາມ.

ຝາກທ້າຍ: ອັກຈູສັນເຊື່ອວ່າ ທຸກຄົນສາມາດສ້າງຄວາມແຕກຕ່າງໄດ້ ການກະທໍາເລັກໆນ້ອຍທີ່ເປັນມິດຕໍ່ທໍາມະຊາດ ແລະສິ່ງແວດລ້ອມແມ່ນລ້ວນແຕ່ມີຄຸນຄ່າ ຕໍ່ການອະນຸລັກປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ຍືນຍົງໄດ້

ຮູບພາບ ແລະ ຂໍ້ມູນຈາກ: Kuanjai Magazine ສະບັບທີ 114

ແບ່ງປັນ