Breaking News

ເຄັດລັບຮັກສາມືໃຫ້ງາມ ແລະ ອ່ອນນຸ້ມ

ແບ່ງປັນ

ຢ່າງທີ່ຮູ້ກັນດີແລ້ວວ່າຮ່າງກາຍເຮົານັ້ນມີ ” ນໍ້າ ” ເປັນສ່ວນປະກອບທີ່ສໍາຄັນ ດັ່ງນັ້ນຖ້າຢາກເຮັດໃຫ້ມີສະພາບຜິວພັນເຮົາບໍລິເວນຕ່າງໆໃຫ້ມີຄວາມຊຸ່ມຊື່ນຈາກພາຍນັ້ນກໍ່ຕ້ອງດື່ມນໍ້າໃຫ້ຫຼາຍຂຶ້ນ ມື້ນີ້ຂັວນໃຈ ກໍ່ມີ ເຄັດລັບວິທີ່ໃນການບໍາລຸງຜິວພັນໃຫ້ມືອ່ອນນຸ່ມມາແນະນໍາ ດັ່ງນີ້:

  1. ເລືອກຜະລິຕະພັນເຮັດຄວາມສະອາດທີ່ມີນົມເປັນສ່ວນປະສົມ.

ເພາະມືຂອງເຮົາຕ້ອງລ້າງຢູ່ຕະຫຼອດ ຜິວໜັງກໍ່ຈະແຫ້ງແຫ່ວງ່າຍຂຶ້ນ ເຮົາຈຶ່ງຄວນຫຼີກລ້ຽງສ່ວນປະສົມທີ່ເປັນສານເຄມີ ໃຫ້ເລືອກສານສະກັດຈາກທໍາມະຊາດ ຫຼື ມີສ່ວນປະສົມຂອງນໍ້ານົມ ເພື່ອຜິວພັນທີ່ສະອາດ ແລະ ບໍ່ມີສານເຄມີ.

  1. ລ້າງມືດ້ວຍນໍ້າທໍາມະດາ.

ຄວນເລືອກລ້າງມືດ້ວຍນໍ້າທີ່ມີອຸນຫະພູມທໍາມະດາ ບໍ່ຮ້ອນຫຼາຍ ຫຼື ເຢັນຫຼາຍ ເພາະນໍ້າເຢັນຈະເຮັດໃຫ້ເສັ້ນເລືອຝອຍຫົດຕົວຈົນເກີດຮອຍແດງໆຂຶ້ນເທິ່ງຜິວພັນ ສ່ວນນໍ້າຮອນຈະເຮັດໃຫ້ຜິວໜັງແຫ້ງ ສະນັ້ນ ຄວນລ້າງມືດ້ວຍນໍ້າອຸ່ນທີ່ມີອຸນຫະພູມປົກກະຕິແທນ

  1. ບໍາລຸງທຸກຄັ້ງຫຼັງຈາກລ້າງເລັບ.

ເພາະວ່ານໍ້າຢາລ້າງເລັບມີສ່ວນປະສົມຂອງແອວກໍຮໍຄ່ອນຂ້າງຫຼາຍ ແອວກໍຮໍເຫຼົ່ານີ້ມີສ່ວນເຮັດໃຫ້ຜິວໜັງມື ແລະ ເລັບຂອງເຮົາແຫ້ງ ດັ່ງນັ້ນຫຼັງຈາກທີ່ລ້າງສີເລັບອອກຮຽບຮ້ອຍແລ້ວ ກໍ່ຢ່າລືມບໍາລຸງມື ແລະ ເລັບດ້ວຍຄຣີມທາຜິວພັນຕື່ມອີກດ້ວຍ.

  1. ຄຣີມປ້ອງກັນແສງແດດກໍ່ສໍາຄັນ.

ຜິວໜ້າ ແລະ ຜິວມືມີໂອກາດສຽ່ງທີ່ຈະແຫ້ງ ແລະ ມີຮິ້ວຮອຍໄດ້ເທົ່າໆກັນ ຖ້າຕ້ອງອອກໄປພົບກັບແສງແດດອີກດ້ວຍ ເຮົາຈື່ງຕ້ອງປ້ອງກັນແສງແດດ ແລະ UVໃຫ້ມື ແລະ ເລັບເຮົາດ້ວຍການໃຊ້ຄຣີມກັນແດດ SPF 40 ທີ່ໃຊ້ທາຜິວພັນຢູ່ເປັນປະຈໍາກໍ່ໄດ້ ທາໃຫ້ທົ່ວກ່ອນອອກຈາກບ້ານທຸກຄັ້ງ.

  1. ເບິ່ງແຍງສຸຂະພາບຮ່າງກາຍໃຫ້ແຂງແຮງ.

ເຮົາສາມາດສັງເກດໄດ້ວ່າເລັບມືຂອງເຮົາສາມາດບອກອາການຂອງຕົວເອງວ່າຕົວເອງມີລັກສະນະຂອງພະຍາດຫຍັງເຊັ່ນ: ຖ້າຫາກເລັບມີສີຂາວກໍ່ສະແດງວ່າ ກໍາລັງມີບັນຫາທີ່ຕັບ, ລັກສະນະເຄິ່ງຂາວເຄິ່ງບົວເປັນສັນຍານບອກເຖິງພະຍາດໄຕ, ເລັບເຫຼືອງ,ໜາ ແລະ ນານຍາວ ສາມາດບົ່ງບອກອາການຂອງພະຍາດປອດໄດ້ ສະນັ້ນຖ້າບໍ່ຢາກໃຫ້ເລັບສົ່ງສັນຍານລັກສະນະນີ້ ກໍ່ຕ້ອງເບິ່ງແຍງສຸຂະພາບຮ່າງກາຍໃຫ້ດີທີ່ສຸດ ຈະໄດ້ມີສຸຂະພາບແຂງແຮງ, ມີເລັບທີ່ງາມ, ມີມືທີ່ອ່ອນນຸ່ມອີກດ້ວຍ.

ແບ່ງປັນ