Breaking News

ງານເປີດຮ້ານ WWIL ຮ້ານຂາຍໂມງຍີ່ຫໍ້ດັງຂອງໂລກ

ແບ່ງປັນ

ບໍລິສັດ Watches World International Limited (WWIL)  ໄດ້ຮັບການຈົດທະບຽນສ້າງຕັ້ງຂຶ້ນໃນປີ 2016 ໂດຍບໍລິສັດໄດ້ຮັບ ການມອບສິດຈາກ ບໍລິສັດ  Fossil Group Brands, Movado Group Brands, Luminox, TW Steel ແລະ Christian Paul ໃນການເປັນຕົວແທນຈຳໜ່າຍ ໂມງຍີ່ຫໍ້ຕ່າງໆພາຍໃນເຄື່ອ ແຕ່ພຽງຜູ້ດຽວໃນ ສປປ ລາວ.

ການສ້າງຕັ້ງ WWIL ນີ້ຖືວ່າເປັນບາດກ້າວສຳຄັນໃນວົງການ Fashion ລາວ  ເຊິ່ງໂມງແຕ່ລະແບບກໍ່ມີຈຸດເດັ່ນທີ່ແຕກຕ່າງກັນໄປ ເພື່ອບົ່ງບອກເຖິງບຸກຄະລິກ ແລະ ກາລະໂອກາດ ຂອງຜູ້ສວມໃສ່ ແລະ ໃນປັດຈຸບັນນີ້ ຖ້ານັບຈໍານວນໂມງຍີ່ຫໍ້ແລ້ວ WWIL ແມ່ນບໍລິສັດ ຕົວແທນຈໍາໜ່າຍໂມງທີ່ໃຫຍ່ທີ່ສຸດຢູ່ໃນລາວ ເຊິ່ງຈະມີຫຼາຍກວ່າ 35 ຍີ່ຫໍ້ດັງເຊັ່ນ: Fossil, Emporio Armani, Skagen, Tommy Hilfiger, coach, Michael kors, TW Steel, Chrstian Paul, Diesel ແລະ ອີກຫຼາຍຍີ່ຫໍ້.

ເຊິ່ງງານເປີດຕົວຮ້ານ WWIL ແມ່ນໄດ້ຈັດຂຶ້ນໃນຄໍ່າຄືນຂອງວັນທີ 22 ເມສາ 2017 ທີ່ຜ່ານມາ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ. ໃຫ້ກຽດເປັນປະທານໂດຍທ່ານ ສາ ສິຣິພົງ ຮອງກົມສົ່ງເສີມວິສາຫະກິດຂະໜາກນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.

ແບ່ງປັນ