Breaking News

5 ສິ່ງທີ່ຜິວພັນຂາດບໍ່ໄດ້ໃນແຕ່ລະມື້

ແບ່ງປັນ

5 ສິ່ງທີ່ຜິວພັນຂາດບໍ່ໄດ້ໃນແຕ່ລະມື້

ຖ້າທ່ານຢາກໃຫ້ຜິວພັນສົດໃສອອກມາຈາກທາງໃນນີ້ຄືສິ່ງທີ່ຂາດບໍ່ໄດ້ໃນທຸກມື້:

  1. ສານຕໍ່ຕ້ານອະນຸມູນອິດສະລະເຊັ່ນ: ວິຕາມິນA,C ແລະ E ທີ່ຈະຊ່ວຍຟື້ນຟູໃຫ້ຜິວພັນສົດໃສໄດ້ເຊິ່ງສານຕໍ່ຕ້ານອະນຸມູນອິດສະລະພວກນີ້ມີຢູ່ໃນຜັກ ແລະ ໝາກໄມ້ຕ່າງໆ.
  2. ການນວດ ຜິວພັນຄ່ອຍໆທຸກມື້ຈະຊ່ວຍກະຕຸ້ນລະບົບໝູນວຽນໃນຜິວໄດ້ ຂັ້ນຕອນນີ້ທ່ານສາມາດເຮັດໃນເວລາທາຜິວພັນໄດ້ ໂດຍນວດເປັນວົງມົນໄປທົ່ວໜ້າ.
  3. ຄວາມຊຸ່ມຊື່ນ ຫຼັງຈາກລ້າງໜ້າທຸກເທື່ອທ່ານຄວນເພິ່ມຄວາມຊຸ່ມຊື່ນດ້ວຍຜະລິດຕະພັນຊະນິດຄີມ, ນໍ້າມັນ ຫຼື ໂລຊັ່ນເພາະຄວາມຊຸ່ມຊື່ນນນອກຈາກຈະເຮັດໃຫ້ຜິວພັນອ່ອນນຸ່ມແລ້ວ ຍັງຊ່ວຍປົກປ້ອງຜິວພັນໃຫ້ທ່ານອີກດ້ວຍ.
  4. ນໍ້າ ທ່ານອາດຈະໄດ້ຍິນໄດ້ຟັງມາຫຼາຍແລ້ວວ່າຄວນດື່ມນໍ້າຫຼາຍໆໃນແຕ່ລະມື້ເພາະການດື່ມນໍ້າບໍ່ພຽງພໍມັນຈະສົ່ງຜົນໃຫ້ຜິວພັນໝົ່ນໝອງ ແລະ ບໍ່ມີຊີວິດຊີວາໄດ້.
  5. ຄີມກັນແດດ ຜິວພັນຂອງທ່ານຕ້ອງການປົກປ້ອງຈາກລັງສີຢູວີ ໃນແສງແດດທຸກມື້ ສະນັ້ນຄວນທາຄີມກັນແດດທີ່ຄ່າ SPF30 ເທິ່ງຜິວພັນ ບໍ່ວ່າມື້ນັ້ນຝົນຈະຕົກ ຫຼື ແດດຈະອອກ.
ແບ່ງປັນ