Breaking News

ມາຮູ້ຈັກ! ໜິງ ສາຍສຸລິນທອນ ນັກເຄມີສາວລາວຄົນເກັ່ງ ຜູ້ກວດກາຄຸນນະພາບນໍ້າ!!!

ແບ່ງປັນ

ໝູ່ເພື່ອນຄົນໃດທີ່ກຳລັງເໝື່ອຍກັບຊີວິດ ຄິດຫຍັງບໍ່ອອກ ຊອກຫາຫົນທາງບໍ່ຖືກ, ມື້ນີ້ ຊະນີIndy ບໍ່ໄດ້ມາຫຼິ້ນໆເດີ້ ແຕ່ຈະມາເອົາບົດຄວາມດີໆທີ່ຊ່ວຍສ້າງແຮງບັນດານໃຈໃຫ້ແກ່ໝູ່ເພື່ອນທຸກຄົນ ເຊິ່ງບົດຄວາມນີ້ເປັນບົດຄວາມຂອງຄໍລຳສຳພາດພິເສດໃນ (Special Scoop) ໃນວາລະສານ ຂວັນໃຈ ສະບັບທີ 114, ເຊິ່ງເຮົາໄດ້ລວບລວມເອົາແມ່ຍິງເກັ່ງ ແມ່ຍິງລາວຍຸກໃໝ່ທີ່ມີຄວາມກ້າຫານ ຜູ້ທີ່ສາມາດອອກຈາກກອບເກົ່າໆ ມາແນະນຳໃຫ້ທຸກຄົນໄດ້ຮູ້ຈັກ ສຳລັບມື້ນີ້ຈະຂໍແນະນຳ ສາຍສຸລິນທອນ ສໍປຣະເສີດ (ໜິງ) ອາຍຸ 25 ປີ ຜູ້ກວດກາຄຸນນະພາບນໍ້າບໍລິສັດນໍ້າເທີນ 2 ສາວນັກຮຽນນອກດີກຼີ ປະລິນຍາໂທມາຈາກ ປະເທດ ຝຣັ່ງ. ດັງນັ້ນລອງມາອ່ານບົດສຳພາດຂອງ ໜິງ ສາຍສຸລິນທອນ ເບິ່ງເດີ້!!!

#ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ

ຄວາມສຸກມັນຢູ່ລະຫວ່າງທາງ ຄວາມສຸກທີ່ໄດ້ເຮັດ ໄດ້ຢູ່ກັບສິ່ງທີ່ມັກ 

ຄວາມຈິງແລ້ວໜິງເອງເປັນຄົນທີ່ມັກຮຽນວິຊາເຄມີມາຕັ້ງແຕ່ນ້ອຍໆແລ້ວ ຕັ້ງແຕ່ມັດທະຍົມພຸ້ນແຫຼະ ແຕ່ຕອນນັ້ນກໍບໍ່ດອກຮູ້ວ່າ ນອກຈາກການເປັນຄູເຄມີແລ້ວ ສາມາດເລືອກເຮັດວຽກຫຍັງໄດ້ອີກ ຮູ້ແຕ່ວ່ານາງມີຄວາມສຸກທີ່ໄດ້ຮຽນຮູ້ ມ່ວນທີ່ໄດ້ຢູ່ກັບມັນ ເລື່ອງຍາກກໍກາຍເປັນເລື່ອງງ່າຍໆ ຕອນໄດ້ທຶນໄປຮຽນຢູ່ຝະລັ່ງ ໜິງເອງກໍຂ້ອນຂ້າງຄິດໜັກ ເພາະວ່າສາຂານີ້ໃນເມືອງລາວຍັງບໍ່ທັນເປີດກວ້າງ ຢ້ານເປັນການຈຳກັດຕົນເອງເລື່ອງຄວາມສຳເລັດໃນອະນາຄົດ

ໄປຮຽນຕໍ່ ດ້ວຍຄວາມລັງເລ

ເບິ່ງຄືວ່າ ການເຮັດຕາມຄວາມຝັນ ແລະພະລັງຄິດບວກຂອງສາວໜິງ ຈະຊ່ວຍເປີດເສັ້ນທາງດີໆ ອອກມາໃຫ້ເຫັນເທື່ອລະໜ້ອຍ ເພາະຫຼັງຈາກໄດ້ທຶນການສຶກສາຕໍ່ທີ່ປະເທດຝະລັ່ງ ສາຂາ ວິສະວະກຳເຄມີ-ການຜະລິດ ໄລຍະໜຶ່ງ ໜິງຈຶ່ງໄດ້ຮູ້ວ່າ ຄວາມຮູ້ຂອງນາງສາມາດນຳໄປໃຊ້ໄດ້ຫຼາຍຂະແໜງການອຸດສາຫະກຳ ບໍ່ວ່າຈະເປັນ: ບໍ່ນ້ຳມັນ, ຜະລິດຢາ, ຜະລິດອາຫານ, ສິ່ງແວດລ້ອມ ແລະອື່ນໆ ແລະຜູ້ຊ່ຽວຊານຂະແໜງນີ້ ຍັງເປັນທີ່ຕ້ອງການໃນອີກຫຼາຍປະເທດອຸດສາຫະກຳນຳອີກ .. ສຸດຍອດໄປເລີຍ!!

ອຸປະສັກ ເປັນພຽງການທົດສອບຄວາມພະຍາຍາມ

ໜິງເລົ່າວ່າ ໄລຍະ 3 ເດືອນທຳອິດ ທີ່ໄດ້ທຶນໄປຮຽນ ຮູ້ສຶກລຳບາກຫຼາຍ ເພາະວ່າກ່ອນໜ້ານີ້ ນາງຮຽນພາສາຝະລັ່ງແບບລາວ ແຕ່ເມື່ອໄປຮຽນຮອດບ້ານເພິ່ນ ພັດແຕກຕ່າງກັນເລີຍ ເມືອງທີ່ໄປຢູ່ແມ່ນພາກໃຕ້ ພາສາຝະລັ່ງກໍມີຫຼາຍສຳນຽງ ພາກກາງ ພາກໃຕ້ ແລະພາກເໜືອ ມັນບໍ່ຄືສຳນຽງທີ່ເຮົາເຄີຍໄດ້ຍິນຢູ່ລາວ ເຮັດໃຫ້ຂ້ອນຂ້າງຍາກທີ່ຈະເຂົ້າໃຈ ຈື່ໄດ້ວ່າ ໄລຍະທຳອິດ ນາງໜິງເວົ້າສຸ່ມໄປກ່ອນເລີຍ ເຂົາເຈົ້າເວົ້າຫຍັງມາກະເດົາໆເອົາ (ຫົວ…555) ລວມໆແລ້ວໃຊ້ເວລາປະມານ 3-4 ເດືອນ ຈຶ່ງປັບໂຕໄດ້ ລະດັບການຮຽນກໍຕ່າງກັນຫຼາຍ ຕ້ອງໃຊ້ຄວາມພະຍາຍາມສຸດໆ ແທນທີ່ຈະທໍ້ຖອຍ ໜິງກໍເລີ່ມວາງເປົ້າໝາຍວ່າ ຂ້ອຍຢາກຮຽນເກັ່ງຊໍ່າຜູ້ນິ ຂ້ອຍຈະເຮັດແບບໃດ? ແລ້ວຄືກັບວ່າ ເກີດປາຕິຫານ ເພາະການວາງເປົ້າໝາຍນັ້ນ ກາຍເປັນແຮງບັນດານໃຈໃຫ້ໜິງ ໃນທີ່ສຸດນາງກໍ່ສາມາດໄປຮອດຈຸດດຽວກັບຜູ້ທີ່ຢາກເປັນໄດ້

ຊີວິດດີ້ດີ!! .. ໄດ້ເຮັດສິ່ງທີ່ມັກທຸກໆມື້ ແລ້ວຍັງສ້າງປະໂຫຍດໃຫ້ແກ່ຊຸມຊົນ ແລະສິ່ງແວດລ້ອມນຳອີກ

ໜິງໄດ້ວຽກທຳອິດ ກັບບໍລິສັດໄຟຟ້ານ້ຳເທີນ 2 ທີ່ພະແນກສິ່ງແວດລ້ວມແລະສັງຄົມ ຫນ່ວຍງານກວດສອບຄຸນນະພາບນໍ້າ ເຊິ່ງຫນ້າທີ່ຫລັກແມ່ນການເກັບນ້ຳຕົວຢ່າງຈາກອ່າງເກັບນໍ້າ ແລະສາຍນ້ຳທີ່ກ່ຽວຂ້ອງ ເພື່ອນຳມາວິໄຈ ແລະປະກອບການສືກສາ-ຕິດຕາມ ກ່ຽວກັບການປ່ຽນແປງຂອງຄຸນນະພາບນ້ຳໃນອ່າງ ແລະສາຍນ້ຳທີ່ຮອງຮັບນ້ຳຈາກເຂື່ອນ ເປັນຕົ້ນແມ່ສາຍນ້ຳເທີນແລະເຊບັ້ງໄຟ. ນອກຈາກນີ້ ໂຄງການຍັງໄດ້ເຈາະນ້ຳບາດານໃຫ້ແກ່ປະຊາຊົນ ທີ່ຖືກຍົກຍ້າຍຈັດສັນຢູ່ເມືອງນາກາຍ ແລະປະຊາຊົນທີ່ອາໄສຕາມແຄມນ້ຳເຊບັ້ງໄຟ ຫຼືເອີ້ນອີກຢ່າງໜຶ່ງ ກໍຄືວ່່າໄປສະຫນອງ ແລະທົດແທນແຫລ່ງນ້ຳທີ່ເຂົາເຈົ້າເຄີຍໃຊ້ ເຊິ່ງທາງຫນ່ວຍງານຂອງຫນິງ ມີຫນ້າທີ່ລົງໄປກວດສອບຄຸນນະພາບນ້ຳບາດານຂອງປະຊາຊົນນຳອີກ ເວລາລົງສະໜາມຫວາ … ອືມ ມັນກະມ່ວນໃດ ແຕ່ກະເມື່ອຍນຳ (ຫົວ) ເພາະວ່າເວລາເຮົາລົງຕົວຈິງເນາະ ແດດຮ້ອນໆ ບາງເທື່ອກະສິເປັນລົມພຸ້ນແຫຼະ ແຕ່ເຮົາເລືອກທີ່ຈະເຮັດ ເລືອກໃນສິ່ງທີ່ເຮົາມັກແລ້ວມັນ ກໍເລີຍມີກຳລັງໃຈທີ່ຈະເຮັດຕໍ່ໄປ.

ຝາກທ້າຍ: ຢາກໃຫ້ສາວໆຂວັນໃຈລອງໄປຖາມໃຈຕົນເອງເບິ່ງກ່ອນວ່າ ມັກຫຍັງແທ້ ບາງຢ່າງທີ່ເຮົາອາດເບິ່ງຂ້າມໄປ ຫຼືບໍ່ທັນໄດ້ສັງເກດ ສິ່ງນັ້ນອາດເປັນຈຸດປ່ຽນສຳຄັນ ທີ່ນຳພາເສັ້ນທາງດີໆ ມາສູ່ຊີວິດເຮົາກໍເປັນໄດ້

ຂໍຂອບໃຈ: ບົດຄວາມຈາກ ວາລະສານ ຂວັນໃຈ ສະບັບທີ 114, ແຟນໆສາມາດຕິດຕາມບົດຄວາມດີໆແບບນີ້ໄດ້ທຸກໆເດືອນ ແລະ  ສາມາດຊອກຊື້ ວາລະສານ ຂວັນໃຈ ໄດ້ຕາມມິນີມາກ U Express M Point Mart ແລະ Jeffy Mart ທຸກສາຂາ.

ໝາຍເຫດ: (ຮູບພາບ ແລະ ບົດຄວາມ ພວກເຮົາຂໍສະຫງວນລິຂະສິດ)

ແບ່ງປັນ