Breaking News

ຮູ້ກັນຫຼືຍັງ? ຮ່ວມປະເວນີ ຫຼື ມີເພດສຳພັນກ່ອນການເປັນຜົວເມຍ ແມ່ຍິງມີກົດໝາຍຄຸ້ມຄອງ!!!

ແບ່ງປັນ

ແລງໆແບບນີ້ມາພົບກັນອີກແລ້ວກັບບົດຄວາມດີໆທີ່ຈະຊ່ວຍສ້າງຄວາມຮູ້ໃໝ່ໆ ສ້າງຄຸນຄ່າ ສ້າງພະລັງ ສ້າງແຮງບັນດານໃຈດີໆໃຫ້ກັບໝູ່ເພື່ອນທຸກຄົນ ເຊິ່ງມື້ນີ້ ຊະນີIndy ກໍໄດ້ໄປຊອກເຟັ້ນເອົາບົດຄວາມດີໆຈາກບົດຄວາມຂອງແມ່ຍິງເກັ່ງຂອງລາວເຮົາອີກໜຶ່ງທ່ານນັ້ນກໍຄືບົດຄວາມຈາກ ເອື້ອຍ ວັນທະວີ ສຸພານຸວົງ ເຊິ່ງເພິ່ນກໍເປັນແມ່ຍິງທີ່ເກັ່ງຮອບດ້ານ ນັກປົກປ້ອງສິດທິຂອງແມ່ຍິງ ແລະ ເດັກນ້ອຍ, ທີ່ປຶກສາທາງດ້ານກົດໝາຍ ແລະ ເພິ່ນກໍຍັງເປັນ ບັນນາທິການ ວາລະສານ ຂວັນໃຈ ຂອງເຮົານຳ, ເຊິ່ງບົດຄວາມທີ່ນຳມາຝາກກັນໃນມື້ນີ້ກໍຄື “ຮ່ວມປະເວນີກ່ອນການເປັນຜົວເມຍ ແມ່ຍິງມີກົດໝາຍຄຸ້ມຄອງ” ລອງມາອ່ານບົດຄວາມດີໆນີ້ໄດ້ເລີຍ!!!

#ຢ່າລືມແຊຣບົດຄວາມດີໆເພື່ອເປັນກຳລັງໃຈໃຫ້ແມ່ຍິງທຸກໆຄົນ

ເອື້ອຍວັນ ນ້ອງຄົບກັບແຟນຫຼາຍປີ ແລະມີຄວາມສຳພັນເລິກເຊິ່ງ ແຕ່ສຸດທ້າຍ ລາວກໍຖິ້ມນ້ອງ ໄປແຕ່ງດອງກັບຍິງອື່ນ ນ້ອງຄວນເຮັດແນວໃດດີ?

ເຖິງແມ່ນວ່າ ປະຈຸບັນສະຖານະພາບແມ່ຍິງເຮົາ ຈະເທົ່າທຽມກັບຜູ້ຊາຍ ໃນແງ່ຂອງກົດໝາຍ ແຕ່ໃນແງ່ຂອງຮີດຄອງ-ປະເພນີ ແມ່ຍິງເຮົາກໍຍັງເສຍປຽບຢູ່ຫຼາຍ

ໂດຍສະເພາະການໃຫ້ຄຸນຄ່າ ເລື່ອງການຮ່ວມປະເວນີ ຫຼືມີເພດສຳພັນ ຜູ້ຊາຍຈະຖືກຕັດສິນວ່າເປັນຝ່າຍ “ໄດ້” ສ່ວນແມ່ຍິງຈະຖືກບອກວ່າ ເປັນຝ່າຍ “ເສຍ” ໂດຍສະເພາະແມ່ນກຽດສັກສີ

ສະນັ້ນ ເພື່ອຄວາມເປັນທຳ ບ້ານເຮົາມີນິຕິກຳປົກປ້ອງແມ່ຍິງ ໂດຍໃນ ກົດໝາຍວ່າດ້ວຍຄອບຄົວ (ສະບັບປັບປຸງ) ປີ 2008 ມາດຕາ 8 ໄດ້ເວົ້າກ່ຽວກັບ ການຮ່ວມປະເວນີກັນກ່ອນການເປັນຜົວເມັຍ ໄວ້ວ່າ:

“ເມື່ອຊູ້ສາວ ໄດ້ຮ່ວມປະເວນີກັນກ່ອນການເປັນຜົວເມັຍ ຖ້າຫາກຊາຍຊູ້ ບໍ່ເອົາຍິງຊູ້ເປັນເມຍແລ້ວ ຊາຍຊູ້ນັ້ນກໍຈະໄດ້ເສຍຄ່າປົວແປງຈິດໃຈ, ຄ່າທຳຂວັນຍິງຊູ້ ຫຼືຄອບຄົວຂອງຍິງຊູ້ ຕາມຮີດຄອງປະເພນີ. ໃນກໍລະນີທີ່ຍິງຊູ້ ຫາກບໍ່ເອົາຊາຍເປັນຜົວ ກໍຈະບໍ່ມີການເສັຍຄ່າປົວແປງຈິດໃຈ, ຄ່າທຳຂວັນນັ້ນ ແຕ່ຢ່າງໃດ.
ໃນກໍລະນີທີ່ມີການຖືພາ ນອກຈາກຈະໄດ້ເສຍຄ່າທຳຂວັນແລ້ວ ຊາຍຊູ້ຍັງຕ້ອງເສັຍຄ່າອອກລູກ ຄ່າຢູ່ກຳ ແລະຄ່າໃຊ້ຈ່າຍອື່ນຕື່ມອີກ
ບໍ່ວ່າໃນກໍລະນີໃດກໍຕາມ ຊາຍຊູ້ມີພັນທະລ້ຽງດູລູກທີ່ເກີດມານັ້ນ ຈົນກວ່າເດັກຈະຮອດກະສຽນອາຍຸສິບແປດປີ”

ແນວໃດກໍຕາມ ກົດໝາຍຈະຄຸ້ມຄອງແມ່ຍິງໄດ້ ເມື່ອຕົວແມ່ຍິງເອງ ກ້າລຸກຂຶ້ນມາຮຽກຮ້ອງສິດທິ ຕາມກົດໝາຍເທົ່ານັ້ນ

ແຕ່ການຂໍໃຫ້ຝ່າຍຊາຍສະແດງຄວາມຮັບຜິດຊອບ ດ້ວຍການແຕ່ງດອງ ບໍ່ແມ່ນຄວາມຄິດທີ່ດີ ເພາະມັນຈະສ້າງຄວາມທຸກໄລຍະຍາວໃຫ້ກັບຕົວແມ່ຍິງເອງຫຼາຍກວ່າ

ອວຍພອນໃຫ້ແມ່ຍິງລາວ ຮູ້ຈັກນຳໃຊ້ກົດໝາຍ ເພື່ອປົກປ້ອງຕົນເອງ

ຂໍຂອບໃຈບົດຄວາມ ແລະ ຮູບພາບຈາກ:  ແມ່ຍິງຕ້ອງຮູ້ ໂດຍ ວັນທະວີ Mae Ying Tong Hu

ແບ່ງປັນ