ສະບາຍດີ ແຟນໆຂວັນໃຈ ມື້ນີ້ອາກາດເຢັນໆເຖິງໜາວ ແຟນໆຂວັນໃຈຮູ້ສຶກບໍ່ວ່າ ບັນຍາກາດແບບນີ້ເໝາະສົມແກ່ການນອນສະບາຍໆ, ນອນເບິ່ງຮູບເງົາ, ນັ່ງຫຼິ້ນເກມ ແລະ ອື່ນໆ… ດັ່ງນັ້ນມື້ນີ້ ທີມງານຂວັນໃຈ ເລີຍນໍາເອົາຮູບພາບງາມໆຂອງແຂວງຊຽງຂວາງ ດິນແດນແຫ່ງວິລະຊົນ ມາໃຫ້ແຟນໆຂວັນໃຈໄດ້ຊົມ. ຮູບພາບ: ໂຕະນໍ້າຊາ
Read More »Keo Khounphachanh
ບໍ່ຕ້ອງໄປເຮັດສັນຍະກໍາ ໃບໜ້າກໍນ້ອຍແຫຼມ ແຖມໜ້າຮັກໄດ້ດ້ວຍ Idea ການເຮັດຊົງຜົມ!!
ສາວໆນອກຈາກໃບໜ້າແລ້ວ ກໍຍັງມີຊົງຜົມນີ້ລະທີ່ຊ່ວຍໃຫ້ເຮົາມີບຸກຄະລິກທີ່ດີຂຶ້ນໄດ້ ໂດຍສະເພາະ ໃນການເຮັດຊົງໃຫ້ເຂົ້າກັບໃບໜ້າກໍຕ້ອງໄດ້ມີການເບິ່ງ ຮູບໜ້າເຮົາເປັນສິ່ງສໍາຄັນ ບໍ່ແມ່ນວ່າຊົງໃດງາມ ມັກຊົງໃດກໍເຮັດໄປໂລດເດີ້ສາວໆ ໂດຍສະເພາະສາວທີ່ມີຮູບໜ້າຄ້ອນຂ້າງໃຫຍ່ ຢາກເຮັດໃຫ້ໜ້າເບິ່ງແລ້ວ ນ້ອຍແຫຼມລົງ ແບບນີ້ຍິ່ງຕ້ອງພິຈາລະນາຊົງຜົມກ່ອນເຮັດກັນເປັນພິເສດເລີຍ ແລ້ວຈະເຮັດແບບໃດລະ? ສາວອາດຈະຢາກຖາມ ມື້ນີ້ ຂັວນໃຈກໍເລີຍບໍ່ພາດທີ່ຈະນຳເອົາ Idea ດີໆໃນການເຮັດຜົມໃຫ້ໜ້າຂອງສາວໆນັ້ນເບິ່ງນ້ອຍແຫຼມລົງ ແລະ ໜ້າຮັກຂຶ້ນ ເຮົາໄປເບິ່ງກັນເລີຍ!!! By: BeautyGuru Cr: Sprice
Read More »ນົມນ້ອຍເປັນໄຂ່ດາວແລ້ວແນວໃດ? ນົມນ້ອຍກໍ Sexy ໄດ້ ແຖມຍັງ Lovely ນໍາອີກ!! ເຮັດແນວໃດໄປເບິ່ງເລີຍ!
ສາວໆເວົ້າເລື່ອງຄວາມໝັ້ນໃຈໃນການແຕ່ງຕົວແລ້ວ ສິ່ງທີ່ສໍາຄັນທີ່ສຸດກໍຄົງໜີບໍ່ພົ້ນກັບການທີ່ຕ້ອງມີໜ້າເອິກ ຫຼືນົມທີ່ໃຫຍ່ນັ້ນເອງ ແຕ່ສາວໆຫຼາຍຄົນກໍຕ້ອງຜິດຫວັງເພາະແມ່ໃຫ້ມາໜ້ອຍເກີນໄປ ເລີຍເຮັດໃຫ້ນ້ອຍອົກນ້ອຍໃຈ ບໍ່ວ່າຈະແຕ່ງຕົວ Style ໃດອອກມາກໍບໍ່ງາມຄືກັບຄົນອື່ນເຂົາ ແຕ່ສາວໆບໍ່ຕ້ອງນ້ອຍໃຈ ຫຼືຜິດຫວັງຫຍັງທັງນັ້ນ ເມື່ອອ່ານບົດຄວາມທີ່ ຂັວນໃຈ ເອົາມາຕ້ອນເປັນພິເສດສໍາລັບສາວໆເອິກໄຂ່ດາວໂດຍສະເພາະ ກັບ Look ສາຍດ່ຽວຄໍ V ບອກໄດ້ເລີຍວ່າ ເຖິງຈະເອິກໄຂ່ດາວແຕ່ກໍ sexy and Lovely ໄດ້ທັງ 2 ເດີ້ By: BeautyGuru ຮູບພາບຈາກ: Sprice
Read More »Idea ຊົງຜົມຂອງສາວຜົມດໍາ ທີ່ແຊ໋ບໄດ້ໂດຍບໍ່ຕ້ອງເຮັດສີ! (ສາວອາຊີຄືເຮົາຫ້າມພາດ)
ໄລຍະນີ້ເທຼນຜົມສີຕ່າງໆກໍາລັງມາແຮງແລ້ວ ເທຼນຜົມສີດໍາທໍາມະຊາດກໍວົນກັບມາຄືກັນ ມັນງ່າຍຫຼາຍສໍາລັບສາວອາຊີຄຶເຮົາ ທີ່ມີສີຜົມເປັນສີດໍາທໍາມະຊາດຢູ່ແລ້ວ ຂໍ້ດີຂອງຜົມດໍາກໍຄືຈະເຮັດໃຫ້ໃບໜ້າເບິ່ງ ອາຍຸນ້ອຍລົງມາ ເນັ້ນໃບໜ້າໃຫ້ເດັ່ນຊັດຂຶ້ນ ເປັນສີທໍາມະຊາດຂອງສາວອາຊີຄືເຮົາ ເຮົາສາມາດບໍາລຸງແລ້ວປ່ອຍໃຫ້ມັນຍາວໄດ້ຕາມຕ້ອງການ ບໍ່ຕ້ອງເຮັດສີໃຫ້ຜົມເສຍກໍງາມໄດ້ ມື້ນີ້ ຂັວນໃຈເລີຍຖືໂອກາດ ນໍາເອົາ Idea ຊົງຜົມສີດໍາທໍາມະຊາດມາຕ້ອນສາວໆກັນ! By: BeautyGuru ຮູບພາບຈາກ: Sprice
Read More »ເທຼນໃໝ່ ກັບການເລືອກໃສ່ແວ່ນຕາ ໃຫ້ກາຍເປັນສາວ Hot ຕ້ອນຮັບ Summer ນີ້!!!
ສາວໆ Summer ນີ້ມີແຜນໄປຫຼີ້ນສົງການຢູ່ໃສແລ້ວບໍ່? ຖ້າໄປໃສກໍຢ່າລືມຊວນແອດນໍາເດີ້ ເພາະແອດບໍ່ມີບ່ອນຈະໄປ (ນ້ອຍໃຈແປ໊ບບ) ຈັ່ງໃດກໍຕາມສາວໆ ເຖິງຈະໄປໃສກໍພາດບໍ່ໄດ້ທີ່ຈະຕ້ອງເນັ້ນເລື່ອງຄວາມສວຍຄວາມງາມມາກ່ອນແມ່ນບໍ່ສາວໆ ແລະ ແນ່ນອນວ່າສິ່ງທີ່ຂາດບໍ່ໄດ້ສໍາລັບສົງການນີ້ ເວລາໄປຫຼີ້ນໃສ ກໍຕ້ອງມີແວ່ນຕາກັນແດດ ຫຼືອາດຈະເປັນແວ່ນຕາທໍາມະດາກໍຕາມ ກໍເພື່ອຄວາມສວຍງາມອີກຢ່າງໜຶ່ງນັ້ນເອງ ມື້ນີ້ແອດເລີຍຈະມາແນະນໍາສາວໆກ່ຽວກັບວິທີິໃສ່ແວ່ນຕາຫຼີ້ນປີໃໝ່ ຫຼືແວ່ນຕາກັນແດດໃຫ້ສາວໆກາຍເປັນສາວ Hot ຂື້ນມານັ້ນເອງ ຢາກຮູ້ກັນແລ້ວແມ່ນບໍ່ສາວໆ ຖ້າຢາກຮູ້ແລ້ວເຮົາໄປເບີ່ງກັນເລີຍ!! By: BeautyGuru ເຄຼດິດຮູບພາບຈາກ: www.pinterest.com
Read More »